ເຫຼົ່າຮົບປືນໃຫຍ່
ຈັດພິທີສົ່ງຄະນະທີມປືນໃຫຍ່ເດີນທາງເຂົ້າຮ່ວມ Army Games 2021
ກປ.ອອນໄລ - ຕອນບ່າຍວັນທີ 26 ກໍລະກົດ, ເຫຼົ່າຮົບປືນໃຫຍ່ ໄດ້ຈັດພິທີສົ່ງຄະນະທີມປືນໃຫຍ່ ເດີນທາງເຂົ້າຮ່ວມການແຂ່ງຂັນກິລາການທະຫານສາກົນ (Army Games) ປີ 2021. ທ່ານພົນຈັດຕະວາ ຫງວຽນຮົ່ງຟອງ ຜູ້ບັນຊາການເຫຼົ່າຮົບປືນໃຫຍ່ເປັນປະທານພິທີ.
    |
 |
ທ່ານພົນຈັດຕະວາ ຫງວຽນຮົ່ງຟອງ ຜູ້ບັນຊາການເຫຼົ່າຮົບປືນໃຫຍ່ ເປັນປະທານພິທີ. ພາບ: ຢຸຍດົງ. |
ຜ່ານການຝຶກແອບເປັນເວລາ 5 ເດືອນ, ບັນດາທະຫານປືນໃຫຍ່ໄດ້ຕັ້ງໜ້າ, ເປັນເຈົ້າການແກ້ໄຂຄວາມຫຍຸ້ງຍາກ, ທັງຮັບປະກັນການປ້ອງກັນ, ຕ້ານພະຍາດໂຄວິດ-19, ທັງຝຶກແອບລາຍການແຂ່ງຂັນຕາມກົດລະບຽບຂອງງານແຂ່ງຂັນ. ທີ່ Army Games 2021, 4 ໜ່ວຍປືນຂອງເຫຼົ່າຮົບປືນໃຫຍ່ ຈະຕ້ອງຂ້າມຜ່ານສິ່ງກີດຂວາງ 4 ຢ່າງ, ຍິງກຳລັງໄຟ 4 ປະເພດແມ່ນປືນ PKT ຈັດວາງໃນລົດຕັງຍານເກາະ, ປືນຄົກ 120mm, ປືນດັບສູນລົດຕັງ B41ແລະ AK-74. ບັນດາລາຍການແຂ່ງຂັນໄດ້ຮັບການປະຕິບັດໃນໄລຍະທາງ 2.000m. ຕາມແຜນການແລ້ວ, ວັນທີ 3 ສິງຫາ 2021, ທີມປືນໃຫຍ່ ຈະເດີນທາງໄປ ກາຊັກສະຖານ ເຂົ້າຮ່ວມ Army Games 2021.
ໂດຍ: ເຈິ່ນຮວ່ຽນ