ພາຍຫຼັງເຮັດລະບຽບການເຂົ້າເມືອງແລ້ວ, ທີມເຄມີໄດ້ຮັບການຕ້ອນຮັບຈາກທູດປ້ອງກັນຊາດຫວຽດນາມ ປະຈໍາ ສະຫະພັນລັດເຊຍ ແລະຜູ້ຕາງໜ້າຄະນະຈັດຕັ້ງ Army Games 2021, ແລ້ວພາໄປໂຮງແຮມ Salut. ມາຮອດໂຮງແຮມ, ທີມເຄມີດຳເນີນການກວດຫາເຊື້ອໂຄວິດ-19 ມີຜົນໄວ, ຫຼັງຈາກນັ້ນຈຶ່ງໄດ້ຮັບຫ້ອງນອນ.

leftcenterrightdel
ທີມເຄມີກ່ອນເວລາອອກເດີນທາງໄປມົດສະກູ, ລັດເຊຍຂອງທີມເຄມີ. ພາບ: qdnd.vn.
leftcenterrightdel
ທີມເຄມີໄປຮອດສະໜາມບິນສາກົນ Sheremetyevo. ພາບ: qdnd.vn.
leftcenterrightdel
ພະນັກງານການແພດໂຮງແຮມ Salut ດຳເນີນການກວດຫາເຊື້ອໂຄວິດ-19 ມີຜົນໄວໃຫ້ທີມເຄມີ. ພາບ: qdnd.vn.
leftcenterrightdel
ໂຮງແຮມ Salut, ແມ່ນບ່ອນທີ່ທີມເຄມີພັກຢູ່. ພາບ: qdnd.vn.

ຕາມແຜນການຫຼ້າສຸດ, ທີມເຄມີກອງທັບປະຊາຊົນຫວຽດນາມ ຈະຢູ່ມົດສະກູ ເປັນເວລາ 5 ມື້ (ນັບແຕ່ວັນທີ 24 ຫາວັນທີ 28 ກໍລະກົດ), ຫຼັງຈາກນັ້ນຈະເດີນທາງໄປ Xinjiang, ຈີນ ດ້ວຍເຮືອບິນການທະຫານຂອງລັດເຊຍ ເພື່ອສືບຕໍ່ການແຍກປ່ຽວຕາມຂໍ້ກໍານົດ ແລະຈັດຕັ້ງການຝຶກແອບ, ແຂ່ງຂັນ.

ໂດຍ: ເກື່ອງດັ້ງ