ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ຕີລາຄາວຽກງານສົມທົບກັນນັບແຕ່ເດືອນທັນວາ ປີ 2019 ມາຮອດປັດຈຸບັນ. ຕາມນັ້ນແລ້ວ, ສອງຝ່າຍໄດ້ຊາບຊຶມ, ຜັນຂະຫຍາຍປະຕິບັດກົນໄກຮ່ວມມືທີ່ໄດ້ລົງນາມຢ່າງຮອບດ້ານ ແລະເຂັ້ມງວດ; ບັນລຸໄດ້ຜົນງານພົ້ນເດັ່ນໃນວຽກງານລາດຕະເວນຮ່ວມກັນ, ປະຕິບັດກົດໝາຍຢູ່ເຂດຊາຍແດນ, ແລກປ່ຽນຂໍ້ມູນຂ່າວສານ, ມອບສົ່ງ, ສືບສວນ-ສອບສວນ, ດໍາເນີນຄະດີ, ແກ້ໄຂກໍລະນີສຸກເສີນ, ໂຄສະນາເຜີຍແຜ່ກົດໝາຍ, ພົບປະແລກປ່ຽນມິດຕະພາບ, ປ້ອງກັນ, ຕ້ານໂລກລະບາດ, ພິເສດແມ່ນພະຍາດໂຄວິດ-19 ຢູ່ເຂດຊາຍແດນ...

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ຈຸງຢຸ້ງ.

ສອງຝ່າຍໄດ້ເຫັນດີເປັນເອກະພາບປັບປຸງ, ເພີ່ມທະວີກົນໄກສ້າງໂທລະສັບສາຍດ່ວນນັບແຕ່ຂັ້ນກອງບັນຊາການ-ກອງພັນໄປຮອດຄ້າຍທະຫານຊາຍແດນ (ສສ ຫວຽດນາມ) - ຄ້າຍຊາຍແດນ, ກອງຮ້ອຍຊາຍແດນ (ສປ ຈີນ) ທີ່ຂຶ້ນກັບ; ພ້ອມທັງຄົ້ນຄວ້າ, ຊຸກຍູ້ການເປີດກວ້າງຮູບການຕິດຕໍ່ທາງອອນລາຍ, ເພື່ອແນໃສ່ແຈ້ງໃຫ້ກັນຊາບ, ແລກປ່ຽນຂໍ້ມູນຂ່າວສານ, ແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ເຂດຊາຍແດນໃຫ້ມີຄວາມກົມກຽວ...

ໂດຍ: ໄຊຊະນະ