ປະຊຸມຖອດຖອນບົດຮຽນຢູ່ສະໜາມຝຶກຊ້ອມ

ໄດ້ຝຶກແອບຢູ່ມ໊ຽວໂມນ ເປັນເວລາ 4 ເດືອນແລ້ວ, ມາຮອດປະຈຸບັນ, ບັນດາກິລິຍາທ່າທາງ, ຈັງຫວະພື້ນຖານຂອງທີມກູ້ໄພ-ກູ້ຊີບໄດ້ຊຳນິຊຳນານແລ້ວ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ມີຜົນງານໃນການແຂ່ງຂັນຢູ່ປະເທດຕົນ, ສະມາຊິກທີມກູ້ໄພ-ກູ້ຊີບສາມາດເຂົ້າໃຈໄດ້ວ່າຄວາມມານະພະຍາຍາມກວ່າອີກບໍ່ວ່າຈະເປັນຂອງສ່ວນຕົວ ຫຼືໝູ່ຄະນະຍາມໃດກໍ່ມີຄວາມຈໍາເປັນ.

ຕິດຕາມການຝຶກແອບ, ການຊ້ອມສະແດງ, ບົດຝຶກແອບຂອງແຕ່ລະກຸ່ມ ແລະແຕ່ລະຄົນ, ພວກຂ້າພະເຈົ້າມີຄວາມເຂົ້າໃຈວ່າທີມກູ້ໄພ-ກູ້ຊີບຕ້ອງເຮັດໃຫ້ເວລາໃນທຸກກິລິຍາທ່າທາງ, ຂັ້ນຕອນ, ການແຂ່ງຂັນ, ບົດສອບເສັງສັ້ນລົງ. ບໍ່ແມ່ນສິ່ງທີ່ບັງເອີນທີ່ຄະນະຈັດຕັ້ງຝຶກແອບທີມກູ້ໄພ-ກູ້ຊີບ ເລືອກເຂົ້າຮ່ວມການແຂ່ງຂັນ “ເຂດອຸບັດເຫດ” ໃນຂອບເຂດ Army Games 2021 ໄດ້ຮັບການກວດກາ, ກະຕຸກຊຸກຍູ້, ລະດົມກໍາລັງໃຈສອງທີມກູ້ໄພ-ກູ້ຊີບຝຶກແອບຢ່າງເປັນປະຈໍາ.

leftcenterrightdel
ທີມກູ້ໄພ-ກູ້ຊີບມານະພະຍາຍາມຝຶກແອບເພື່ອກໍາແໜ້ນ, ມີຄວາມຊໍານິຊໍານານທາງດ້ານທັກສະ. ພາບ: ຝູເຊີນ.

ເຮົາໄວ, ເຮົາແຂງແຮງ, ຊັດເຈນນັ້ນທີ່ທີມເພື່ອນກໍ່ຄືກັນ, ຊ້ຳບໍ່ໜຳຍັງມີທ່າໄດ້ປຽບເມື່ອໄດ້ຝຶກແອບກັບເຄື່ອງປະເພດພິເສດເຊິ່ງໄດ້ນໍາໃຊ້ເຂົ້າໃນການແຂ່ງຂັນ. ຕິດຕາມການຝຶກແອບຂອງສອງທີມກູ້ໄພ-ກູຊີບໃນຊຸມວັນຜ່ານມາ,  ສະມາຊິກຄະນະຈັດຕັ້ງຝຶກແອບທີມກູ້ໄພ-ກູ້ຊີບ ໄດ້ມີການສັງເກດແບບສັງລວມ ແລະລະອຽດທັງຈຸດດີ ແລະຂໍ້ຈໍາກັດຂອງທີມ.

ໄດ້ຈັດການປະຊຸມຖອດຖອນບົດຮຽນຢູ່ສະໜາມຝຶກຊ້ອມເລີຍ. ຈຶ່ງສາມາດຮູ້ໄດ້ວ່າ ຄວາມກົດດັນຂອງປະເທດເຈົ້າພາບຄືແນວໃດ. ທີມກູ້ໄພ-ກູ້ຊີບເຂົ້າຮ່ວມການແຂ່ງຂັນ Army Games 2021 ລ້ວນແຕ່ແມ່ນນັກຮົບຜູ້ເກັ່ງກ້າແລ້ວແຕ່ຄະນະຈັດຕັ້ງຝຶກແອບທີມກູ້ໄພ-ກູ້ຊີບ ຍັງເປັນຫ່ວງເປັນໃຍນັ້ນແມ່ນສິ່ງທີ່ມີເຫດຜົນ. ທ່ານພົນຈັດຕະວາ ຟ້າມວັນຕິ ຮອງຫົວໜ້າກົົມກູ້ໄພ-ກູ້ຊີບ, ຫົວໜ້າຄະນະຈັດຕັ້ງຝຶກແອບທີມກູ້ໄພ-ກູ້ຊີບ ໄດ້ຈັດຕັ້ງການປະຊຸມຄັ້ງຕ່າງໆເພື່ອຮັບຟັງ, ຮັບຮູ້ຄໍາຄິດເຫັນທີ່ກົງໄປກົງມາ, ແນວຄິດຈິດໃຈຂອງສະມາຊິກໃນຄະນະຈັດຕັ້ງຝຶກແອບແຕ່ລະຄົນກ່ຽວກັບວຽກງານຝຶກແອບຂອງທີມກູ້ໄພ-ກູ້ຊີບ. ຄຽງຂ້າງນັ້ນເລື່ອງຊົມເຊີຍຄວາມມານະພະຍາຍາມຂອງສອງທີມກູ້ໄພ-ກູ້ຊີບ ໃນໄລຍະຜ່ານມາ, ທ່ານພົນຈັດຕະວາ ຟ້າມວັນຕິ ກໍ່ຊີ້ອອກດ້ານທີ່ຍັງຈໍາກັດຢ່າງກົງໄປກົງມາ, ພ້ອມທັງຊີ້ນໍາທີມກູ້ໄພ-ກູ້ຊີບ ຕ້ອງເອົາໃຈໃສ່ເປັນສໍາຄັນວຽກງານການຝຶກແອບກໍາລັງກາຍ, ເພີ່ມຄວາມທົນທານຕໍ່ດິນຟ້າອາກາດທີ່ແດດຮ້ອນ, ຝົນຕົກ, ລົມພັດທີ່ຜິດປົກກະຕິ, ຖອດຖອນບົດຮຽນຢ່າງເຂັ້ມງວດໃນການຝຶກແອບ, ສ້າງເຈດຈໍານົງຕັດສິນໃຈປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.

leftcenterrightdel
ບົດແຂ່ງຂັນຮຽກຮ້ອງການສົມທົບກັນເປັນໝູ່ຄະນະ, ມີຄວາມເຂົ້າໃຈກັນ. ພາບ: ຝູເຊີນ.

ໃນທ່າມກາງແສງແດດຮ້ອນອົບເອົ້າຂອງກາງເດືອນກໍລະກົດ, ຂ້າພະເຈົ້າໄດ້ຕິດຕາມຂັ້ນຕອນການຝຶກແອບຂອງທີມກູ້ໄພ-ກູ້ຊີບ. ຢູ່ບ່ອນນີ້ອ້າຍນ້ອງກໍາລັງຝຶກແອບການນຸ່ງເຄື່ອງປ້ອງກັນຕົວ ແລະໃສ່ໜ້າກາກປ້ອງກັນເຄມີໃນລາຍການແຂ່ງຂັນນຸ່ງເຄື່ອງປ້ອງກັນຕົວ (ບົດທີ 1). ຄວາມຜິດພາດເລັກນ້ອຍໃນການແຂ່ງຂັນນີ້ອາດຈະຖືກລົງໂທດ 20-30 ວິນາທີ, ຈັ່ງຊັ້ນອ້າຍນ້ອງຈຶ່ງຝຶກແອບໃຫ້ລະອຽດທີ່ສຸດ.

ເສີມຂະຫຍາຍພູມປັນຍາລວມໝູ່

ເຫັນກຸ່ມໜຶ່ງໂຕ້ຖຽງກັນຢ່າງຟົດເດືອດ, ພວກຂ້າພະເຈົ້າເຂົ້າໄປໃກ້ໆຈຶ່ງເຫັນທ່ານພັນຕີ ລືວກົງກວ໊ຽດ ຫົວໜ້າທີມແຂ່ງຂັນ 1 ກໍາລັງປຶກສາຫາລືພ້ອມກັບອ້າຍນ້ອງ, ຄົ້ນຄວ້າເຮັດແນວໃດເພື່ອໃຫ້ຜູ້ເຂົ້າຮ່ວມແຂ່ງຂັນນຳເອົາອຸປະກອນປັບຄວາມເຄັ່ງມີນໍ້າໜັກ 20 ກິໂລກຣາມ ແລະຈັກເລື່ອຍມີນໍ້າໜັກ 6 ກິໂລກຣາມ ໄວທີ່ສຸດໃນວົງກົດອະເນກປະສົງຢູ່ບົດທີ 2. ທ່ານພັນຕີ ລືວກົງກວ໊ຽດ ໄດ້ເຕືອນ ແລະລະດົມກໍາລັງໃຈວ່າ “ຕ້ອງເອົາໃຈໃສ່ເບິ່ງເວລາ, ຄົມເລື່ອຍ”. ພວກຂ້າພະເຈົ້າ ເຫັນວ່າຄານດ້ວຍມືເປົ່າເຂົ້າໄປໃນວົງກົດອະເນກປະສົງຍັງຍາກແລ້ວ, ນັບຫຍັງນັກແຂ່ງຂັນຕ້ອງຖືອຸປະກອນປັບຄວາມເຄັ່ງ ແລະຈັກເລື່ອຍຈະຫຍຸ້ງຍາກຄືແນວໃດ. ໄວ ຫຼື ຊ້າສອງສາມວິນາທີແນ່ນອນວ່າ ຈະສົ່ງຜົນສະທ້ອນຕໍ່ຈິດໃຈຂອງເພື່ອນຮ່ວມກົມກອງ, ສະນັ້ນທຸກຄົນຈຶ່ງມານະພະຍາຍາມຝຶກແອບຂອງໃຜຂອງມັນ.

leftcenterrightdel
ສະມາຊິກໃນທີມກູ້ໄພ-ກູ້ຊີບປະຕິບັດການດັບເພີງ. ພາບ: ຝູເຊີນ.

7 ປີກ່ອນ, ລືວກົງກວ໊ຽດ ໄດ້ເຂົ້າຮ່ວມການກອບກູ້ຊີວິດກໍາມະກອນ 12 ຄົນຢູ່ເຂື່ອນໄຟຟ້າດ້າເຢີງ (ແຂວງເລິມດົ່ງ). ອ້າຍພ້ອມກັບເພື່ອນຮ່ວມກົມກອງໄດ້ໃຊ້ອຸປະກອນກູ້ໄພດ້ວຍມືຕັດແທງເຫຼັກຍ້ອນເພພັງຝາຂຸມລົງມາ, ສ້າງເງື່ອນໄຂສະດວກໃຫ້ກໍາລັງຂຸດຂຸມເຂົ້າໄປເຖິງຜູ້ຖືກເຄາະຮ້າຍ ແລະແມ່ນອ້າຍເອງໄດ້ເຈ່ຍ, ນໍາເອົາຜູ້ຖືກເຄາະຮ້າຍຄົນທໍາອິດອອກຈາກຂຸມໄດ້.

ທ່ານພັນຕີ ລືວກົງກວ໊ຽດ ໃຫ້ຮູ້ວ່າ: “ການແຂ່ງຂັນນີ້ຮຽກຮ້ອງໃຫ້ສະມາຊິກໃນທີມແຕ່ລະຄົນຕ້ອງຝຶກຝົນຫຼໍ່ຫຼອມກໍາລັງກາຍຢ່າງສູງສຸດ. ສ່ວນຫຼາຍໃນວຽກງານກູ້ໄພ-ກູ້ຊີບແມ່ນເຮັດຕາມສັນຊາດຕະຍານ, ແກ້ໄຂຕາມກໍລະນີ, ແຕ່ຢູ່ທີ່ນີ້, ໃນວິວັດການຝຶກແອບກະກຽມໃຫ້ Army Games 2021, ຂ້າພະເຈົ້າ ແລະເພື່ອນຮ່ວມກົມກອງໄດ້ຝຶກແອບທາງດ້ານຈິນຕະນາການເພື່ອໃຫ້ມີຄວາມຊຳນິຊຳນານໃນການແກ້ໄຂກໍລະນີທີ່ເກີດຂຶ້ນ, ວຽກໃດເຮັດກ່ອນ, ວຽກໃດເຮັດຕາມຫຼັງ.

ໃກ້ຈະມາຮອດວັນເລີ່ມການແຂ່ງຂັນ “ເຂດອຸບັດເຫດ” ແລ້ວ, ສອງທີມກູ້ໄພ-ກູ້ຊີບ ໄດ້ຝຶກແອບນັບມື້ນັບຈູບຈ້າວຫ້າວຫັນ. ບົດສອບເສັງລະຫວ່າງສອງທີມແມ່ນລາຍການຝຶກແອບທີ່ແທດຈິງທີ່ສຸດ. ບໍ່ຕ້ອງຮຽນຢູ່ໃສ, ຈົ່ງຮຽນນໍາເພື່ອນຮ່ວມກົມກອງທີ່ຢູ່ຄຽງຂ້າງເຮົາ. ທ່ານພັນໂທ ຫງວຽນວັນຕວ໊ນ ຮັບຜິດຊອບທີມກູ້ໄພ-ກູ້ຊີບ ໃຫ້ຮູ້ວ່າ: “ສໍາຄັນທີ່ສຸດແມ່ນພາຍຫຼັງການຝຶກແອບແຕ່ລະເທື່ອ, ເວລາໃນການຝຶກແອບກໍ່ສັ້ນລົງ, ອ້າຍນ້ອງຊໍານິຊໍານານ, ຮູ້ຈັງຫວະ, ແກ້ໄຂກໍລະນີໄດ້ຢ່າງວ່ອງໄວ, ຮຽບຮ້ອຍ, ຂາດຂັ້ນ, ປອດໄພ. ນັບແຕ່ນີ້ຮອດວັນເລີ່ມການແຂ່ງຂັນ “ເຂດອຸບັດເຫດ” ສອງທີມກູ້ໄພ-ກູ້ຊີບ ຈະຕັ້ງໃຈຝຶກແອບ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ”.

ໂດຍ: ໄຊນີດາ