ກໍາປັ່ນທະຫານເຮືອຫວຽດນາມ ເດີນທາງເຂົ້າຮ່ວມ Army Games 2021
ກປ.ອອນໄລ - ຕອນເຊົ້າວັນທີ 13 ກໍລະກົດ, ກອງກໍາປັ່ນ 015-ເຈິ່ນຮຶງດ້າວ ແລະ 016-ກວາງຈຸງ ພ້ອມດ້ວຍຄະນະປະຕິບັດງານນໍາໂດຍ ທ່ານພັນເອກພິເສດ ຈິ້ງຊວນຕຸ່ງ, ຮອງຜູ້ບັນຊາການທະຫານເຮືອເຂດ 4, ໄດ້ອອກຈາກທ່າກໍາປັ່ນກາມແຣງ ເດີນທາງໄປສະຫະພັນລັດເຊຍ ເພື່ອເຂົ້າຮ່ວມພິທີສວນສະໜາມສະເຫຼີມສະຫຼອງ 325 ປີແຫ່ງວັນສ້າງຕັ້ງທະຫານເຮືອ ສະຫະພັນລັດເຊຍ ແລະເຂົ້າຮ່ວມການແຂ່ງຂັນຊິງ “ຂັນທະເລ” ໃນຂອບເຂດການແຂ່ງຂັນກິລາການທະຫານສາກົນ ປີ 2021 (Army Games 2021) ຕາມຄໍາເຊີນຂອງກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ. ພິທີສົ່ງຄະນະໄດ້ຈັດຂຶ້ນຢູ່ທ່າກໍາປັ່ນກາມແຣງ.
    |
 |
ບັນຍາກາດກ່ອນພິທີສົ່ງຄະນະ. ພາບ: qdnd.vn. |
    |
 |
ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ລະດົມກໍາລັງໃຈຄະນະປະຕິບັດງານ. ພາບ: qdnd.vn. |
    |
 |
ທ່ານພົນຈັດຕະວາ ຫງວຽນດິ່ງຮຸ່ງ ແລະທ່ານພົນຈັດຕະວາ ໂງວັນທວນ ມອບດອກໄມ້ໃຫ້ຜູ້ຕາງໜ້າຄະນະປະຕິບັດງານ. ພາບ: qdnd.vn. |
ການເດີນທາງໃນຄັ້ງນີ້ເພື່ອແນໃສ່ປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ກໍຄືການພົວພັນຄູ່ຮ່ວມມືອັນດີງາມລະຫວ່າງກອງທັບສອງປະເທດເວົ້າລວມ ແລະທະຫານເຮືອສອງປະເທດ ເວົ້າສະເພາະ. ການເດີນທາງໃນຄັ້ງນີ້ກໍປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງທະຫານເຮືອຫວຽດນາມ ກັບທະຫານເຮືອບັນດາປະເທດເຂົ້າຮ່ວມພິທີສວນສະໜາມ ແລະແຂ່ງຂັນຢູ່ Army Games 2021.
    |
 |
ພະນັກງານ, ນັກຮົບທະຫານເຮືອເຂດ 4 ປະຕິບັດພິທີສົ່ງຄະນະປະຕິບັດງານ. ພາບ: qdnd.vn. |
    |
 |
ພະນັກງານ, ນັກຮົບກໍາປັ່ນ 016-ກວາງຈຸງ ອຳລາທ່າກໍາປັ່ນກ່ອນທີ່ເດີນທາງໄປເຂົ້າຮ່ວມ Army Games 2021. ພາບ: qdnd.vn. |
    |
 |
ກໍາປັ່ນ 016-ກວາງຈຸງ ເດີນທາງໄປປະຕິບັດໜ້າທີ່. ພາບ: qdnd.vn. |
ຕາມແຜນການ, ກອງກໍາປັ່ນຂອງຫວຽດນາມ ຈະເຂົ້າຮ່ວມການສວນສະໜາມກໍາປັ່ນທະຫານເຮືອ ແລະແຂ່ງຂັນເນື້ອໃນຊິງ “ຂັນທະເລ” ໃນຂອບເຂດ Army Games 2021. ຍ້ອນການຜັນແປຢ່າງສັບສົນຂອງພະຍາດໂຄວິດ-19, ອີງຕາມສະພາບຕົວຈິງ, ຄະນະຜູ້ແທນທະຫານເຮືອປະຊາຊົນຫວຽດນາມ ຈະພົບປະແລກປ່ຽນ, ຢ້ຽມຊົມບາງເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຢູ່ນະຄອນ Vladivostok... ກໍ່ໃນການເດີນທາງຄັ້ງນີ້, ນາຍທະຫານ, ລູກເຮືອຂອງກອງກໍາປັ່ນຈະຈັດຕັ້ງການອົບຮົບ-ເຝິກແອບເດີນທະເລໄລຍະຍາວ ເພື່ອຍົກສູງກໍາລັງຄວາມສາມາດຈັດຕັ້ງການບັນຊາປະສານສົມທົບ, ຄວາມສາມາດກຽມພ້ອມສູ້ຮົບ, ນໍາໃຊ້ອາວຸດຍຸດໂທປະກອນໃນເງື່ອນໄຂເຄື່ອນໄຫວຫຼາຍມື້ເທິງທະເລ, ສະສົມບົດຮຽນຈັດຕັ້ງບັນດາເຫດການສາກົນຂອງທະຫານເຮືອປະຊາຊົນຫວຽດນາມ.
ໂດຍ: ໄຊຊະນະ