ທີ່ກອງປະຊຸມສໍາມະນາ ສອງຝ່າຍໄດ້ແລກປ່ຽນບາງມາດຕະການເພື່ອແນໃສ່ສືບຕໍ່ຜັນຂະຫຍາຍບັນດາເນື້ອໃນການຮ່ວມມືໃນບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງການຕ່າງປະເທດອິນເດຍ ກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ທີ່ໄດ້ລົງນາມເມື່ອປີ 2016 ແລະຂໍ້ຕົກລົງຜັນຂະຫຍາຍລະຫວ່າງກົມຮັກສາສັນຕິພາບຫວຽດນາມ ແລະສູນຮັກສາສັນຕິພາບອິນເດຍ ປີ 2020 ຢ່າງມີປະສິດທິຜົນ. ສອງຝ່າຍເຫັນດີເປັນເອກະພາບແລກປ່ຽນຄະນະນັກຊ່ຽວຊານມາແບ່ງປັນບົດຮຽນໃນຂົງເຂດຮັກສາສັນຕິພາບ ສປຊ; ການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບບໍລິເວນຄະນະປະຕິບັດງານເຊິ່ງ ຫວຽດນາມ ຜັນຂະຫຍາຍກໍາລັງຮັກສາສັນຕິພາບ. ສອງຝ່າຍກໍ່ພິຈາລະນາຄວາມສາມາດຈະຜັນຂະຫຍາຍການຝຶກແອບຄັ້ງຕ່າງໆໃນພື້ນທີ່ຕົວຈິງ (VINBAX) ໝູນວຽນລວມລະຫວ່າງຫວຽດນາມ ແລະດິນເດຍ ເມື່ອສະພາບພະຍາດໂຄວິດ 19 ອະນຸຍາດໃຫ້; ສ້າງແຜນການຮ່ວມມື 3 ປີລະຫວ່າງກົມຮັກສາສັນຕິພາບຫວຽດນາມ ແລະສູນຮັກສາສັນຕິພາບອິນເດຍ; ຊຸກຍູ້ການເຄື່ອນໄຫວແລກປ່ຽນຄູສອນຮັກສາສັນຕິພາບ; ຈັດຕັ້ງບັນດາການເຄື່ອນໄຫວລວມລະຫວ່າງກໍາລັງຮັກສາສັນຕິພາບຂອງຫວຽດນາມ ແລະ ອິນເດຍ ຢູ່ຊູດັງໃຕ້.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ມີແຫ້ງ.

ທີ່ກອງປະຊຸມສໍາມະນາ, ທ່ານພັນເອກພິເສດ ມາກດຶກຈ້ອງ ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ເນັ້ນໜັກຄໍາໝັ້ນສັນຍາຂອງຫວຽດນາມ ເຂົ້າຮ່ວມນັບມື້ນັບຕັ້ງໜ້າ ແລະເປັນເຈົ້າການໃນຂົງເຂດຮັກສາສັນຕິພາບ ສປຊ; ປາດຖະໜາວ່າດ້ວຍບົດຮຽນ ແລະຄວາມສາມາດຂອງຕົນ, ອິນເດຍ ຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ; ສະແດງຄວາມເຊື່ອໝັ້ນວ່າການຮ່ວມມືລະຫວ່າງຫວຽດນາມ ແລະອິນເດຍ ໃນຂົງເຂດຮັກສາສັນຕິພາບຈະນັບມື້ນັບແທດຈິງ ແລະມີປະສິດທິຜົນ.

ໂດຍ: ກວຽດເຕີມ