ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນເອກ ເລືອງເກື່ອງ ຕີລາຄາສູງໝາກຜົນເຊິ່ງ Viettel ບັນລຸໄດ້ໃນການຜະລິດດໍາເນີນທຸລະກິດ; ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ; ໂດຍສະເພາະແມ່ນຄວາມສະດຸ້ງໄວ, ມີໄຫວພິບ; ເປັນເຈົ້າການ, ມີຫົວຄິດປະດິດສ້າງຂອງຄະນະພັກ, ຄະນະບັນຊາກຸ່ມບໍລິສັດໃນການຍູ້ແຮງການຫັນປ່ຽນດີຈີຕອນສໍາລັບການເຄື່ອນໄຫວຂອງກົມກອງ ແລະສັງຄົມ...

leftcenterrightdel
ທ່ານພົນເອກ ເລືອງເກື່ອງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ກິມແອັງ.

ກ່ຽວກັບການຜັນຂະຫຍາຍການປະຕິບັດໜ້າທີ່ໃນຊຸມເດືອນທ້າຍປີ 2021 ແລະຊຸມປີຕໍ່ໜ້າ, ທ່ານພົນເອກ ເລືອງເກື່ອງ ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາກຸ່ມບໍລິສັດ ສືບຕໍ່ຊາບຊຶມບັນດາມະຕິ, ຄໍາສັ່ງຂອງພັກ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢ່າງເລິກເຊິ່ງ, ສຸມໃສ່ຊີ້ນໍາ, ນໍາພາ, ປະຕິບັດສໍາເລັດໜ້າທີ່ຄົ້ນຄວ້າ, ຜະລິດດໍາເນີນທຸລະກິດ ແລະບັນດາໜ້າທີ່ເຊິ່ງກະຊວງປ້ອງກັນປະເທດໄດ້ມອບໝາຍໃຫ້; ເອົາໃຈໃສ່ພັດທະນາການຄົ້ນຄວ້າ, ຜະລິດດໍາເນີນທຸລະກິດຕິດພັນກັບໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ມີກົນໄກ, ນະໂຍບາຍດຶງດູດຜູ້ເກັ່ງກ້າ; ສືບຕໍ່ສ້າງບຸກທະລຸທາງດ້ານເຕັກໂນໂລຢີ,  ການບໍລິການດີຈີຕອນ; ນໍາໜ້າໃນການພັດທະນາ ແລະໝູນໃຊ້ເຕັກໂນໂລຢີຫຼ້າສຸດເພື່ອກໍ່ສ້າງເຄືອຂ່າຍໂທລະຄົມມະນາຄົມທັນສະໄໝ, ສ້າງໂຄງລ່າງດີຈີຕອນອັນໝັ້ນຄົງໃຫ້ແກ່ການຫັນປ່ຽນດີຈີຕອນຂອງຊາດ, ຮັກສາອັນດັບ 1 ໃນຂົງເຂດໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານພາຍໃນປະເທດ; ເພີ່ມລາຍຮັບຢ່າງບໍ່ຢຸດຢັ້ງ ແລະປະກອບເຂົ້າງົບປະມານຂອງລັດໃຫ້ຫຼາຍກວ່າ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ; ເປັນແບບຢ່າງທີ່ດີ, ມີປະສິດທິຜົນຂອງລັດວິສາຫະກິດ ແລະວິສາຫະກິດກອງທັບຢ່າງແທ້ຈິງ.

ຄຽງຂ້າງການປະຕິບັດໜ້າທີ່ການເມືອງແລ້ວ, ທ່ານພົນເອກ ເລືອງເກື່ອງ ຫວັງວ່າ Viettel ຈະສືບຕໍ່ຍູ້ແຮງ ແລະເຮັດວຽກງານສະຫວັດດີການສັງຄົມໃຫ້ດີກວ່າ, ປະກອບສ່ວນແຜ່ຂະຫຍາຍຮູບພາບທະຫານລຸງໂຮ່ ໃນແນວຮົບໃໝ່ຢ່າງເລິກເຊິ່ງກວ້າງຂວາງ. 

ໂດຍ: ໄຊຊະນະ