ວັດຖຸ, ອຸປະກອນການແພດໂດຍກອງບັນຊາການທະຫານເຂດ 2 ໜູນຊ່ວຍ, ລວມມີ: ຜ້າອັດປາກ-ອັດດັງຂ້າເຊື້ອ 250.000 ອັນ; ຜ້າອັດປາກ-ອັດດັງແພ 30.000 ອັນ; Cloramin B ຈໍານວນ 750 ກິໂລກຣາມ; ນໍ້າຢາຂ້າເຊື້ອ 3.500 ຂວດ. ກໍ່ໃນໂອກາດນີ້, ບັນດາກົມກອງສັງກັດທະຫານເຂດ 2 ກໍ່ໄດ້ໜູນຊ່ວຍວັດຖຸ, ອຸປະກອນການແພດໃຫ້ກົມກອງທີ່ແຮກສ່ຽວຂອງປະເທດເພື່ອນມິດລາວ ປ້ອງກັນ, ຕ້ານພະຍາດໂຄວິດ-19 ດ້ວຍມູນຄ່າທັງໝົດເກືອບ 2 ຕື້ດົ່ງ.

leftcenterrightdel
ທະຫານເຂດ 2 ມອບວັດຖຸ, ອຸປະກອນການແພດໃຫ້ປະເທດເພື່ອນລາວ. ພາບ: qdnd.vn.
leftcenterrightdel
ຂົນສົ່ງວັດຖຸ, ອຸປະກອນການແພດໄປຍັງປະເທດລາວ. ພາບ: qdnd.vn.

ການໜູນຊ່ວຍວັດຖຸ, ອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ໃຫ້ເພື່ອນລາວ ບໍ່ພຽງແຕ່ແມ່ນຄວາມເອົາໃຈໃສ່, ສະໜັບສະໜູນທາງດ້ານວັດຖຸເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນອາລົມຈິດຄວາມຮັກແພງ, ການແບ່ງປັນ, ໃຫ້ກຳລັງໃຈຢ່າງເລິກເຊິ່ງມາຍັງບັນດາແຂວງ, ກົມກອງທີ່ຢູ່ພາກເໜືອຂອງລາວ ໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ອີກດ້ວຍ.

ໂດຍ: ເກື່ອງດັ້ງ