leftcenterrightdel
ບັນດາຜູ້ແທນເຄົາລົບທຸງຊາດໃນພິທີໄຂການເລືອກຕັ້ງກ່ອນກໍານົດເວລາ. ພາບ: qdnd.vn
leftcenterrightdel
ບັນດາຜູ້ມີສິດເລືອກຕັ້ງທຳອິດປ່ອນບັດທີ່ການເລືອກຕັ້ງກ່ອນກໍານົດເວລາ. ພາບ: qdnd.vn

ເຂົ້າຮ່ວມການເລືອກຕັ້ງກ່ອນກໍານົດເວລາຢູ່ທ່າກຳປັ່ນມີຜູ້ມີສິດເລືອກຕັ້ງເກືອບ 500 ຄົນ, ເຊິ່ງແມ່ນພະນັກງານ, ນັກຮົບສັງກັດກໍາປັ່ນຕ່າງໆຂອງທະຫານເຮືອເຂດ 2 ທີ່ກຳລັງກະກຽມເດີນທາງໄປປະຕິບັດໜ້າທີ່ຢູ່ທະເລກ່ອນວັນເລືອກຕັ້ງ (23 ພຶດສະພາ). ພາຍຫຼັງດຳເນີນການປ່ອນບັດກ່ອນກໍານົດເວລາຢູ່ທ່າກຳປັ່ນນັ້ນ, ກໍາປັ່ນເຈື່ອງຊາ 04 ແລະເຈື່ອງຊາ 19 ຈະປະຕິບັດໜ້າທີ່ຈັດການເລືອກຕັ້ງກ່ອນກໍານົດເວລາບົນທະເລໃຫ້ຜູ້ມີສິດເລືອກຕັ້ງເຊິ່ງແມ່ນພະນັກງານ, ນັກຮົບທີ່ພວມປະຕິບັດງານຢູ່ຮ້ານເວນຍາມ DK1 15 ແຫ່ງ, ບັນດາກຳປັ່ນທີ່ພວມປະຕິບັດໜ້າທີ່ຢູ່ທະເລຂອງທະຫານເຮືອເຂດ 2; ກອງທະຫານເຮືອ 128, ກອງທະຫານເຮືອ 129 ສັງກັດບໍລິສັດໃຫຍ່ເຕິນກາງໄຊງ່ອນ ແລະກອງບັນຊາການຕໍາຫຼວດທະເລເຂດ 4, ເຂົ້າຮ່ວມການປ່ອນບັດບົນທະເລມີຜູ້ມີສິດເລືອກຕັ້ງ 350 ຄົນ. ຄາດຄະເນວ່າກຳປັ່ນເຈື່ອງຊາ 04 ແລະເຈື່ອງຊາ 19 ຈະປະຕິບັດໜ້າທີ່ເລືອກຕັ້ງກ່ອນກຳນົດເວລາບົນທະເລແຕ່ 15-18 ວັນ ແລະເຂົ້າທຽບທ່າກ່ອນວັນທີ 23 ພຶດສະພາ.

leftcenterrightdel
ການນຳຄະນະພັກແຂວງບ່າເຣ້ຍ-ຫວູ໊ງເຕົ່າ ມອບຂອງຂວັນໃນພິທີສົ່ງກຳປັ່ນເຈື່ອງຊາ 04 ແລະເຈື່ອງຊາ 19 ອອກເດີນທາງໄປປະຕິບັດໜ້າທີ່ເລືອກຕັ້ງກ່ອນກຳນົດເວລາບົນທະເລ. ພາບ: qdnd.vn
leftcenterrightdel
ກຳປັ່ນເຈື່ອງຊາ 04 ແລະເຈື່ອງຊາ 19 ເດີນທາງອອກຈາກທ່າກຳປັ່ນ. ພາບ: qdnd.vn

ພະນັກງານ, ນັກຮົບທະຫານເຮືອເຂດ 2 ແຕ່ລະຄົນ ຈະເສີມຂະຫຍາຍປະຊາທິປະໄຕ, ຍົກສູງຄວາມຮັບຜິດຊອບ, ເລືອກເອົາບັນດາຜູ້ທີ່ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດ, ມີມາດຕະຖານຢ່າງຄົບຖ້ວນສົມເປັນຕົວແທນໃຫ້ແກ່ເຈດຈໍານົງ,  ຄວາມມຸ່ງມາດປາດຖະໜາຂອງປະຊາຊົນເພື່ອເລືອກຕັ້ງເຂົ້າເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV ແລະສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021-2026.

ໂດຍ: ທະນາພອນ