leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ກວດກາວຽກງານກະກຽມຢູ່ຄ້າຍທະຫານຊາຍແດນຈ່າໂກ໊. ພາບ: ແອັງຫວູ.
leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຊີ້ນຳວຽກງານກະກຽມຢູ່ດ່ານຊາຍແດນແຮ່ວງໂມ. ພາບ: ແອັງຫວູ.

ພາຍຫຼັງໄປກວດກາວຽກງານກະກຽມທຸກດ້ານ, ພິເສດແມ່ນບັນດາສະຖານທີ່, ກິດຈະກຳຮັບໃຊ້ງານພົບປະແລກປ່ຽນ, ບັນດາເນື້ອໃນກ່ຽວຂ້ອງເຖິງລາຍການພົບປະແລກປ່ຽນ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຊາບຊຶມ, ມອບໜ້າທີ່ລະອຽດໃຫ້ບັນດາອົງການ, ກົມກອງ ແລະກຳລັງຮັບໃຊ້ງານພົບປະແລກປ່ຽນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ ຕ້ອງສຳເລັດໜ້າທີ່ສຳຄັນຈຳນວນໜຶ່ງຢ່າງຮີບດ່ວນ, ຄື: ກະຕຸກຊຸກຍູ້, ຜັນຂະຫຍາຍການສັກຢາກັນພະຍາດໂຄວິດ-19 ໃຫ້ກໍາລັງເຂົ້າຮ່ວມ; ເຮັດອະນາໄມສິ່ງແວດລ້ອມຢູ່ເຂດດຳເນີນງານພົບປະແລກປ່ຽນ; ຮັບປະກັນຄວາມປອດໄພໃຫ້ຄົນ ແລະພາຫະນະເຂົ້າຮ່ວມງານພົບປະແລກປ່ຽນຢ່າງເດັດຂາດ.

ຄາດວ່າ. ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ຈີນ ຄັ້ງທີ 6 ຈະດຳເນີນໃນທ້າຍເດືອນນີ້.

ໂດຍ: ແສງເດືອນ