ກ່າວຄຳເຫັນທີ່ພິທີໄຂ, ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ທົ່ວກອງທັບໄດ້ຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິສະບັບເລກທີ 765, ບົດສະຫຼຸບສະບັບເລກທີ 60 ຂອງຄະນະພັກການທະຫານສູນກາງກ່ຽວກັບການຍົກສູງຄຸນນະພາບການຝຶກແອບໄລຍະ 2013-2020 ແລະຊຸມປີຕໍ່ໄປ; ທ່ານໄດ້ຮັບຮູ້ກ່ຽວກັບໜ້າທີ່ຝຶກແອບຂອງຄະນະພັກ, ຜູ້ບັນຊາການຂັ້ນຕ່າງໆທີ່ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ອົງການ, ກົມກອງຕ່າງໆໄດ້ຊາບຊຶມ, ປະຕິບັດຕາມທິດນຳຝຶກແອບທີ່ວ່າ “ພື້ນຖານ, ແທດຈິງ, ໝັ້ນແກ່ນ”; ຕັ້ງໜ້າປ່ຽນແປງໃໝ່ຢ່າງແຮງ, ຮອບດ້ານກ່ຽວກັບວຽກງານຝຶກແອບ, ຝຶກຊ້ອມ, ງານປະກວດ, ງານແຂ່ງຂັນກິລາ, ການກວດກາເປັນຢ່າງດີ. ຄວາມສະໜິດຕິດພັນລະຫວ່າງໂຮງຮຽນ ແລະກົມກອງມີການຫັນປ່ຽນທີ່ກ້າວໜ້າ, ຈະແຈ້ງ. ທົ່ວກອງທັບຈັດຕັ້ງການຝຶກຊ້ອມ, ຝຶກແອບຢູ່ຂັ້ນຕ່າງໆໄດ້ເປັນຢ່າງດີ; ຝຶກແອບການເປັນເຈົ້າຂອງອາວຸດຍຸດທະພັນທີ່ມີຢູ່ແລ້ວ; ການຝຶກແອບ, ຝຶກຊ້ອມໄດ້ຕິດພັນກັບຕົວຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ກ່າວຄຳເຫັນຊີ້ນຳທີ່ພິທີໄຂຊຸດຝຶກອົບຮົມການທະຫານທົ່ວກອງທັບ ປີ 2021. ພາບ: ວັນຈ໊ຽນ.

ເຖິງວ່າບັນລຸໄດ້ຜົນສຳເລັດຕັ້ງໜ້າຫຼາຍຢ່າງ, ເຖິງຢ່າງໃດກໍ່ຕາມ, ວິວັດການຜັນຂະຫຍາຍ, ປະຕິບັດໜ້າທີ່ການຝຶກແອບໄດ້ສະແດງໃຫ້ເຫັນວ່າຍັງມີຄວາມຫຍຸ້ງຍາກ, ຂ້ໍຄົງຄ້າງ. ທ່ານພົນໂທ ຟານວັນຢາງ ຮຽກຮ້ອງວ່າ ໃນການຝຶກອົບຮົມຄັ້ງນີ້, ກົມໃຫຍ່ເສນາທິການຕ້ອງເຫັນດີເປັນເອກະພາບໃຫ້ຖັນແຖວພະນັກງານບັນດາເນື້ອໃນພື້ນຖານກ່ຽວກັບວຽກງານເປັນເສນາທິການໃນການຝຶກແອບ; ຈັດຕັ້ງ, ວິທີການຝຶກແອບ; ປັບປຸງບັນດາເນື້ອໃນທີ່ເຫັນວ່າຍັງອ່ອນ, ຍັງບໍ່ຄົບ, ເພື່ອເປັນພື້ນຖານບັນຊາກົມກອງ, ພະນັກງານຮັບຜິດຊອບການຝຶກແອບຕ້ອງຊີ້ນຳ ແລະຈັດຕັ້ງການຝຶກອົບຮົມ, ຝຶກແອບໃຫ້ອົງການ, ກົມກອງທີ່ຂຶ້ນກັບ.

leftcenterrightdel
ຜູ້ແທນເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມການທະຫານທົ່ວກອງທັບ ປີ 2021. ພາບ: ວັນຈ໊ຽນ.

ເພື່ອໃຫ້ການຝຶກອົບຮົບຄັ້ງນີ້ບັນລຸໄດ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ, ທ່ານພົນໂທ ຟານວັນຢາງ ຮຽກຮ້ອງໃຫ້ຄະນະຈັດຕັ້ງຕ້ອງບໍລິຫານໃຫ້ຖືກຕາມລາຍການ, ແຜນການທີ່ໄດ້ກຳນົດ, ຮັບປະກັນທຸກດ້ານໃຫ້ມີຄວາມປອດໄພຢ່າງເດັດຂາດ. ຖັນແຖວຄູອາຈານຕ້ອງເສີມຂະຫຍາຍຈິດໃຈຮັບຜິດຊອບ, ຄົ້ນຄວ້າກຳແໜ້ນເນື້ອໃນ, ມີວິທີການຝຶກແອບ, ວິທີສອນທີ່ເໝາະສົມເພື່ອໃຫ້ພະນັກງານເຂົ້າໃຈໄດ້ງ່າຍ. ພະນັກງານເຂົ້າຮ່ວມການຝຶກອົບຮົບຄັ້ງນີ້ຕ້ອງແກ້ໄຂທຸກຄວາມຫຍຸ້ງຍາກ, ສຳເລັດເນື້ອໃນ, ລາຍການຝຶກແອບ. ກຳແໜ້ນຄວາມຮູ້, ທັກສະ, ເພື່ອເປັນພື້ນຖານຊີ້ນຳການຝຶກແອບໃຫ້ພະນັກງານຂັ້ນຂອງຕົນ, ກໍ່ຄືໝູນໃຊ້ເຂົ້າໃນການຝຶກແອບ, ປະຕິບັດງານ, ກໍ່ສ້າງກົມກອງ. ພາຍຫຼັງການຝຶກອົບຮົມ, ແມ່ນໃຫ້ຜັນຂະຫຍາຍ, ປະຕິບັດໃຫ້ເປັນເອກະພາບຢູ່ໃນບັນດາອົງການ, ກົມກອງທີ່ຂຶ້ນກັບ.

ໂດຍ: ແສງເດືອນ