leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ ຟານວັນຢາງ ທີ່ກອງປະຊຸມມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: qdnd.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລິກ ສະແດງຄວາມຂອບໃຈຕໍ່ບັນດາສະຫາຍການນໍາພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຄະນະພັກ, ຜູ້ບັນຊາການບັນດາອົງການ, ກົມກອງ ແລະພະນັກງານ, ນັກຮົບໃນທົ່ວກອງທັບໄດ້ສາມັກຄີ, ສະໜິດຕິດພັນ, ສະໜັບສະໜູນ, ຊ່ວຍເຫຼືອ, ສ້າງເງື່ອນໄຂເພື່ອໃຫ້ທ່ານປະຕິບັດສຳເລັດໜ້າທີ່ໃນຖານະຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ. ທ່ານພົນເອກ ໂງຊວນລິກ ເຊື່ອໝັ້ນວ່າ ຄະນະການນໍາຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ອາຍຸການໃໝ່ຈະສືບຕໍ່ສາມັກຄີ, ມີຄວາມເປັນເອກະພາບ, ສືບທອດ, ເສີມຂະຫຍາຍມູນເຊື້ອຂອງກອງທັບປະຊາຊົນຫວຽດນາມ ແລະນາມມະຍົດອັນສູງສົ່ງຂອງທະຫານລຸງໂຮ່, ປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີກວ່າອາຍຸການກ່ອນ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ມອບຊໍ່ດອກໄມ້ຊົມເຊີຍທ່ານພົນໂທ ຟານວັນຢາງ. ພາບ: qdnd.vn.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ ຟານວັນຢາງ ຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn.

ທີ່ກອງປະຊຸມມອບ-ຮັບ, ທ່ານພົນໂທ ຟານວັນຢາງ ຢັ້ງຢືນວ່າ ໃນຖານະຕຳແໜ່ງໃໝ່ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນມອບໃຫ້, ທ່ານພ້ອມກັບໝູ່ຄະນະໃນຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຈະສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ, ມານະພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກສິ່ງທ້າທາຍ, ຊີ້ນໍາ, ນໍາພາກອງທັບ ແລະກໍາລັງທະຫານລາດປ້ອງກັນຕົວປະຕິບັດໃຫ້ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ.

ສິ້ນສຸດກອງປະຊຸມ, ທ່ານພົນເອກ ໂງຊວນລິກ ແລະທ່ານພົນໂທ ຟານວັນຢາງ ໄດ້ລົງນາມໃນບົດບັນທຶກມອບ-ຮັບໜ້າທີ່ວຽກງານຂອງລັດຖະມົນຕີກະຊວງປ້ອງກັນປະເທດ.

ໂດຍ: ເຈິ່ນຮວ່ຽນ