ຈົດໝາຍມີເນື້ອໃນທີ່ວ່າ:

“ໃນຊຸມປີຜ່ານມາ, ພາຍໃຕ້ການຊີ້ນໍາ, ນໍາພາຂອງພັກ, ລັດ, ໂດຍກົງແມ່ນຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດຫວຽດນາມ, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ໄດ້ເສີມຂະຫຍາຍລັດທິວິລະຊົນປະຕິວັດໃນໄລຍະໃໝ່; ຍາມໃດກໍ່ສາມັກຄີ, ເປັນເຈົ້າການ, ປະດິດຄິດສ້າງ, ແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍ, ສ້າງຜົນງານທີ່ດີເດັ່ນຫຼາຍຢ່າງໃນການຝຶກແອບ, ກຽມພ້ອມສູ້ຮົບ, ສ້າງກຳລັງຫຼວງ, ຝຶກຝົນຫຼໍ່ຫຼອມກົດລະບຽບ ແລະບັນດາໜ້າທີ່ຕ່າງໆ; ຕັ້ງໜ້າຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ; ຍາມໃດກໍ່ແມ່ນກໍາລັງປະຈັນບານ, ນໍາໜ້າໃນການປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຈາກໄພທໍາມະຊາດ, ຊອກຫາ, ກູ້ຊີບ-ກູ້ໄພ. ພິເສດ, ໃນໄລຍະຜ່ານມາ, ຕໍ່ໜ້າການທໍາລາຍຢ່າງດຸເດືອດຂອງໄພທໍາມະຊາດ, ນໍ້າຖ້ວມໃນບັນດາແຂວງພາກກາງ, ກໍ່ຄວາມເສຍຫາຍຕໍ່ຊີວິດ ແລະຊັບສິນຂອງປະຊາຊົນ, ກໍ່ຜົນຮ້າຍຢ່າງໜັກໜ່ວງເຖິງທຸກດ້ານຂອງຊີວິດສັງຄົມ, ພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ບໍ່ວາດຫວັ່ນຕໍ່ຄວາມລຳບາກ, ມີໜ້າຢູ່ບັນດາສະຖານທີ່ຫຍຸ້ງຍາກທີ່ສຸດ, ອັນຕະລາຍທີ່ສຸດຢ່າງທັນການ ເພື່ອຊອກຫາ, ກູ້ຊີບ-ກູ້ໄພ. ມີພະນັກງານ, ນັກຮົບຫຼາຍຄົນຖືກເສຍສະຫຼະຊີວິດຢ່າງອົງອາດກ້າຫານໃນການປະຕິບັດໜ້າທີ່. ຄວາມເຈັບປວດຂອງພວກເຮົາຍັງບໍ່ທັນລົດຢ່ອນຜ່ອນເບົາຕໍ່ການເສຍສະຫຼະຊີວິດຂອງພະນັກງານ, ນັກຮົບ 11 ຄົນ ແລະພະນັກງານແຂວງເທື່ອທຽນ-ເຫວ້ 2 ຄົນໃນຂະນະປະຕິບັດໜ້າທີ່ຊອກຫາ, ກູ້ຊີບ-ກູ້ໄພຢູ່ເຂື່ອນໄຟຟ້ານໍ້າຕົກຣ່າວຈັງ 3 (ແຂວງເທື່ອທຽນ-ເຫວ້) ໃນວັນທີ 13 ຕຸລາ 2020, ເຫດດິນເຊາະເຈື່ອນຮ້າຍແຮງທີ່ສຸດເຊິ່ງເກີດຂຶ້ນໃນວັນທີ 18 ຕຸລາ 2020 ໄດ້ເຮັດໃຫ້ພະນັກງານ, ນັກຮົບຄະນະເສດຖະກິດ-ປ້ອງກັນຊາດ 337, ທະຫານເຂດ 4 ເສຍສະຫຼະຊີວິດໃນຂະນະປະຕິບັດໜ້າທີ່ປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຈາກໄພທໍາມະຊາດໃນບໍລິເວນຕາແສງເຮື໊ອງຟຸ່ງ, ເມືອງເຮື໊ອງຮວ໊າ, ແຂວງກວ໋າງຈິ.

ການນໍາພັກ, ລັດ ແລະພໍ່ແມ່ປະຊາຊົນໃນທົ່ວປະເທດໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ການເສຍສະຫຼະອັນອົງອາດກ້າຫານຂອງບັນດາພະນັກງານ, ນັກຮົບໃນຊຸມປີຜ່ານມາ, ແຕ່ກໍ່ເອກອ້າງທະນົງໃຈທີ່ສຸດຕໍ່ກອງທັບປະຊາຊົນຫວຽດນາມ ວິລະຊົນຂອງພວກເຮົາ, ກອງທັບທີ່ມາຈາກປະຊາຊົນ, ເພື່ອປະຊາຊົນເຊິ່ງຕໍ່ສູ້, ສະໜິດຕິດພັນເລືອດເນື້ອກັບປະຊາຊົນ; ກອງທັບທີ່ສັດຊື່ບໍລິສຸດຢ່າງສຸດຂີດ, ໄວ້ເນື້ອເຊື່ອໃຈ, ຍອມເສຍສະຫຼະເພື່ອປົກປ້ອງພັກ, ລັດ ແລະປະຊາຊົນ.

ອົດທົນຕໍ່ຄວາມເຈັບປວດທຸກໂສກ, ການສູນເສຍອັນໃຫຍ່ຫຼວງນີ້, ຂ້າພະເຈົ້າປາດຖະໜາຢາກພະນັກງານ, ນັກຮົບທົ່ວກອງທັບສືບຕໍ່ຮັກສາ ແລະເສີມຂະຫຍາຍທາດແທ້ປະຕິວັດ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ພິເສດ, ຕໍ່ໜ້າສະພາບຝົນຕົກນໍ້າຖ້ວມສືບຕໍ່ແກ່ຍາວ ແລະມີການຜັນແປຢ່າງສັບສົນໃນໄລຍະຈະມາເຖິງ, ບັນດາສະຫາຍຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການສູນກາງ ແລະຄະນະພັກ, ອໍານາດການປົກຄອງທ້ອງຖິ່ນທຸກຂັ້ນ, ສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນ, ຕ້ານໄພທໍາມະຊາດ, ຊອກຫາ, ກູ້ຊີບ-ກູ້ໄພ, ບໍ່ປະໃຫ້ຊີວິດ ແລະຊັບສິນຂອງປະຊາຊົນຖືກນາບຂູ່, ຈໍາກັດຄວາມເສຍຫາຍທີ່ອາດເກີດຂຶ້ນໃຫ້ຕໍ່າສຸດ, ປະກອບສ່ວນເຮັດໃຫ້ຄຸນນະທາດອັນສູງສົ່ງດີງາມຂອງ “ທະຫານລຸງໂຮ່”, ທະຫານຂອງປະຊາຊົນສະຫວາງສະໄຫວຕື່ມອີກ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະປະຊາຊົນຕະຫຼອດໄປ.

ດ້ວຍຄວາມຮັກແພງ ແລະເດັດຂາດມີໄຊ".

ໂດຍ: ທະນາພອນ