ນັກຂ່າວ: ຂໍຮຽນທ່ານຫົວໜ້າກົມໃຫຍ່ເສນາທິການ, ຂໍທ່ານໃຫ້ຮູ້ຫົວຂໍ້ຂອງກອງປະຊຸມ ACDFM-17 ທີ່ໄດ້ຄັດເລືອກແມ່ນ “ການຮ່ວມມືດ້ານການທະຫານເພື່ອອາຊຽນ ສະໜິດຕິດພັນ ແລະເປັນເຈົ້າການຮັບມື” ມີຄວາມໝາຍຄືແນວໃດໃນສະພາບການໃນປະຈຸບັນ?

ທ່ານພົນໂທ ຟານວັນຢາງ ຫົວໜ້າກົມໃຫຍ່ເສນາທິການ: ໃນສະພາບການປະຈຸບັນໄດ້ວາງອອກບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍສຳລັບອາຊຽນ, ໂດຍສະເພາະແມ່ນການສຳເລັດບັນດາເປົ້າໝາຍໃນວິໄສທັດປະຊາຄົມອາຊຽນ 2025.  ໃນນັ້ນລວມມີເປົ້າໝາຍຍົກສູງກຳລັງຄວາມສາມາດເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ມີຢູ່ແລ້ວ ແລະພວມປະກົດຂຶ້ນ, ລວມມີບັນດາບັນຫາຄວາມໝັ້ນຄົງບໍ່ແມ່ນການທະຫານຢ່າງມີປະສິດທິຜົນ ແລະທັນການ.

ຄືພວກເຮົາໄດ້ຮູ້ແລ້ວ, ພະຍາດໂຄວິດ-19 ພວມປະກົດຂຶ້ນແມ່ນສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ສົ່ງຜົນກະທົບຢ່າງເລິກເຊິ່ງຮອບດ້ານເຖິງການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ສັງຄົມໂລກ, ພ້ອມກັນນັ້ນແມ່ນບັນດາຈຸດຮ້ອນເຮັ່ງຄວາມໝັ້ນຄົງຢູ່ພາກພື້ນ ແລະໂລກສືບຕໍ່ເພີ່ມຄວາມຮ້ອນ ຄື: ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ການຂັດແຍ້ງອະທິປະໄຕ, ການປ່ຽນແປງຂອງດິນຟ້າອາກາດ, ການກໍ່ການຮ້າຍ... ບັນດາສິ່ງທ້າທາຍເກົ່າ, ໃໝ່ສະຫຼັບກັນ, ໂດຍສະເພາະໃນສະພາບການພະຍາດໂຄວິດ-19 ພວມມີການຜັນແປສັບສົນຫຼາຍຢ່າງຄືປະຈຸບັນ, ລ້ວນແຕ່ສາມາດກາຍເປັນໄພນັບຂູ່ໃຫຍ່ກວ່າ, ສະນັ້ນພວກເຮົາຍິ່ງຕ້ອງມີສະຕິລະວັງຕົວຢ່າງສູງເພື່ອເປັນເຈົ້າການຮັບມືຢ່າງມີໄຫວພິບ.

ໃນສະພາບການນັ້ນ, ອາຊຽນ ຍິ່ງຕ້ອງສະມັກຄີ, ສະໜິດຕິດພັນແຮງກວ່າອີກ, ເພື່ອສ້າງຄວາມເຫັນດີເຫັນພ້ອມ, ເປັນເອກະພາບກ່ຽວກັບເຈດຈຳນົງ, ສ້າງກຳລັງແຮງລວມໝູ່ຮ່ວມແຮງຮ່ວມມືພ້ອມກັນຮັບມືກັບບັນດາສິ່ງທ້າທາຍໃຫ້ມີປະສິດທິຜົນທີ່ສຸດ. ດ້ວຍລັກສະນະກ່ຽວກັບໂຄງປະກອບ, ການຈັດຕັ້ງກຳລັງ, ກອງທັບບັນດາປະເທດອາຊຽນ, ໃນນັ້ນມີຫວຽດນາມ ສວມບົດບາດສຳຄັນໃນການປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ນັບທັງໃນການປ້ອງກັນ ແລະຕ້ານພະຍາດໂຄວິດ-19. ຍ້ອນເຫດນັ້ນ, ບົນພື້ນຖານຫົວຂໍ້ແຫ່ງຊາດໃຫ້ປີປະທານອາຊຽນ 2020, ພວກເຮົາເລືອກເອົາຫົວຂໍ້ກອງປະຊຸມ ACDFM-17 ແມ່ນ “ການຮ່ວມມືດ້ານການທະຫານເພື່ອອາຊຽນສະໜິດຕິດພັນ ແລະເປັນເຈົ້າການຮັບມື” ດ້ວຍຄວາມປາດຖະໜາວ່າ ຈະປະກອບສ່ວນຢ່າງມີເນື້ອແທ້ຫັນຄຳໝັ້ນສັນຍາຂອງບັນດາການນຳຂັ້ນສູງເປັນບັນດາການກະທຳໃນພຶດຕິກຳຕົວຈິງ. ຂ້າພະເຈົ້າເຊື່ອໝັ້ນວ່ານີ້ຈະແມ່ນຫົວຂໍ້ມີລັກສະນະແທດຈິງ ແລະຍາວນານໃນວິວັດການຮ່ວມມືຂອງອາຊຽນ.

ນັກຂ່າວ: ຂໍຮຽນທ່ານ, ຂໍທ່ານໃຫ້ຮູ້ກອງປະຊຸມ ACDFM-17 ຈະສ້າງລາຍການ ດຳເນີນງານຄືແນວໃດເພື່ອເຮັດໃຫ້ຫົວຂໍ້ນັ້ນພົ້ນເດັ່ນຂຶ້ນ?

ທ່ານພົນໂທ ຟານວັນຢາງ ຫົວໜ້າກົມໃຫຍ່ເສນາທິການ: ນັບແຕ່ທ້າຍປີ 2018, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຊີ້ນຳບັນດາອົງການເປັນເຈົ້າການເປັນເສນາທິການ, ສະເໜີບັນດາເນື້ອໃນ, ຂໍ້ລິເລີ່ມ ແລະເຮັດວຽກງານກະກຽມໃຫ້ບັນດາກອງປະຊຸມ ແລະການເຄື່ອນໄຫວການທະຫານ ແລະການປ້ອງກັນຊາດອາຊຽນ ໃນປີທີ່ພວກເຮົາດຳລົງຕຳແໜ່ງປະທານອາຊຽນ ເມື່ອພະຍາດໂຄວິດ-19 ເກີດຂຶ້ນ, ພວກເຮົາໄດ້ເປັນເຈົ້າການກໍາແໜ້ນສະພາບການ ແລະຈັດກອງປະຊຸມ ACDFM-17 ຜ່ານລະບົບທາງໄກ, ນີ້ແມ່ນຄັ້ງທໍາອິດທີ່ກອງປະຊຸມໄດ້ຈັດຕັ້ງຕາມຮູບການນີ້. ສິ່ງເຫຼົ່ານັ້ນສະແດງໃຫ້ເຫັນຄວາມເປັນເຈົ້າການຮັບມື ແລະຄວາມຕັດສິນໃຈຂອງປະເທດເຈົ້າພາບກໍ່ຄືບັນດາປະເທດອາຊຽນ ບໍ່ປະໃຫ້ໂລກພະຍາດເປັນສິ່ງກີດຂວາງວິວັດການຮ່ວມມືຂອງກອງທັບບັນດາປະເທດໃນກຸ່ມ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ນຳໜ້າຄະນະຜູ້ແທນການທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານສູງສຸດ ອາຊຽນ ຄັ້ງທີ 15 (ACDFIM-15) ທີ່ສິງກະໂປ, ປີ 2018. ພາບ: ຟານຕຸ່ງເຊີນ.

ຜູ້ບັນຊາການທະຫານສູງສຸດບັນດາປະເທດອາຊຽນ ຈະເພີ່ມທະວີການແບ່ງປັນທັດສະນະກ່ຽວກັບສະພາບການໃນພາກພື້ນ, ສົ່ງຜົນກະທົບໂດຍກົງເຖິງພາກພື້ນ; ປຶກສາຫາລື, ກຳນົດທິດກ່ຽວກັບທິດທາງຮ່ວມມືໃນອະນາຄົດ; ພ້ອມທັງພິຈາລະນາຮັບຮອງເອົາແຜນການເຄື່ອນໄຫວຮ່ວມມືຂອງບັນດາກຳລັງກອງທັບບັນດາປະເທດອາຊຽນ ໃນ 2 ປີຈະມາເຖິງສ້າງເປັນພື້ນຖານເພື່ອໃຫ້ກອງທັບບັນດາປະເທດກະກຽມແຫຼ່ງກຳລັງ, ກໍ່ສ້າງແຜນການຜັນຂະຫຍາຍ, ເພື່ອແນໃສ່ຊຸກຍູ້ການຮ່ວມມືໃຫ້ມີເນື້ອແທ້ກວ່າອີກ, ເພີ່ມທະວີຄວາມສະໜິດຕິດພັນພາຍໃນກຸ່ມ ແລະຮັບມືລວມໝູ່ກັບບັນດາສິ່ງທ້າທາຍລວມ. ບັນດາການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງຄວາມເຂົ້າອົກເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ກໍ່ຄືຄວາມສາມາດສົມທົບກັນລະຫວ່າງກຳລັງການທະຫານອາຊຽນ ແລະລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື.

ນັກຂ່າວ: ທ່ານຫົວໜ້າກົມໃຫຍ່ເສນາທິການ ໄດ້ເນັ້ນໜັກເຖິງບັນດາກາລະໂອກາດຮ່ວມມືທີ່ມີເນື້ອແທ້ຜ່ານກອງປະຊຸມ ADCFM-17 ລະຫວ່າງກອງທັບບັນດາປະເທດອາຊຽນ. ທ່ານຫົວໜ້າກົມໃຫຍ່ເສນາທິການ ສາມາດແບ່ງປັນຈະແຈ້ງກວ່າກ່ຽວກັບສິ່ງດັ່ງກ່າວໃນປີ ຫວຽດນາມ ຮັບດຳລົງຕຳແໜ່ງປະທານອາຊຽນໄດ້ບໍ່?

ທ່ານພົນໂທ ຟານວັນຢາງ ຫົວໜ້າກົມໃຫຍ່ເສນາທິການ: ພະຍາດໂຄວິດ-19 ນັບແຕ່ຕົ້ນປີຮອດປະຈຸບັນໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງບັນດາການເຄື່ອນໄຫວຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ. ບາງເນື້ອໃນເຄື່ອນໄຫວຕ້ອງເລື່ອນເວລາ ຫຼື ຕ້ອງຍົກເວັ້ນ. ນັບແຕ່ເດືອນກຸມພາ 2020, ເມື່ອອົງການຈັດຕັ້ງອະນາໄມໂລກ ບໍ່ທັນຖືພະຍາດໂຄວິດ-19 ແມ່ນໂລກລະບາດທົ່ວໂລກ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ຍົກອອກຖະແຫຼງການຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໃນການຮັບມືກັບເຊື້ອພະຍາດທີ່ກອງປະຊຸມ ADMM ວົງແຄບຢູ່ຮ່າໂນ້ຍ. ບົນພື້ນຖານນັ້ນ, ກອງທັບບັນດາປະເທດອາຊຽນ ໄດ້ເປັນເຈົ້າການສະເໜີ, ຜັນຂະຫຍາຍຫຼາຍຂໍ້ລິເລີ່ມໃນການປ້ອງກັນ, ຕ້ານ ແລະຄວບຄຸມໂລກລະບາດກໍ່ຄືຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ ເໝາະສົມກັບສະພາບການໃໝ່, ຄື: ແບ່ງປັນບົດຮຽນກ່ຽວກັບການປ້ອງກັນ ແລະຕ້ານເຊື້ອພະຍາດຕາມຮູບການທາງໄກ; ຈັດຕັ້ງກອງປະຊຸມສຳມະນາທາງໄກຊຸກຍູ້ການຮ່ວມມືວິທະຍາສາດເພື່ອຄຸ້ມຄອງການແຜ່ລະບາດຂອງພະຍາດຕິດແປດໃນຂອບເຂດຕາໜ່າງຊ່ຽວຊານອາຊຽນ ກ່ຽວກັບເຄມີສາດ, ຊີວະສາດ ແລະກຳມັນຕະພາບລັງສີ. ພິເສດ, ຜ່ານສູນເສນາຮັກອາຊຽນ, ກອງທັບບັນດາປະເທດອາຊຽນ ໄດ້ຈັດຕັ້ງການຝຶກຊ້ອມທາງໄກການແກ້ໄຂບັນດາກໍລະນີເກີດຂຶ້ນກ່ຽວກັບການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ລະຫວ່າງເສນາຮັກບັນດາປະເທດອາຊຽນ (ADMM COVID-19 TTX) ໃນທ້າຍເດືອນພຶດສະພາ 2020.

ACDFM ແມ່ນກົນໄກຮ່ວມມືການທະຫານສູງສຸດຂອງບັນດາປະເທດອາຊຽນ, ມີໜ້າທີ່ຊີ້ນຳ, ກຳນົດທິດບັນດາການເຄື່ອນໄຫວຮ່ວມມືການທະຫານໃນອາຊຽນ. ACDFM-17 ໄດ້ດໍາເນີນໃນຈຸດເວລາຮຽກຮ້ອງຄວາມສາມາດສົມທົບກັນກະທໍາ, ຮັບມືກັບບັນດາສິ່ງທ້າທາຍຂອງກອງທັບບັນດາປະເທດອາຊຽນ ໂດຍໄວ ແລະທັນການ. ເພາະສະນັ້ນ, ຂ້າພະເຈົ້າປາດຖະໜາວ່າ ທີ່ການພົບປະຄັ້ງນີ້, ກອງທັບບັນດາປະເທດອາຊຽນ ຈະພ້ອມກັນຍົກອອກ ແລະເຫັນດີເປັນເອກະພາບບັນດາທິດທາງຮ່ວມມືທີ່ເໝາະສົມໃນໄລຍະຈະມາເຖິງ, ເພື່ອຮ່ວມແຮງຮ່ວມໃຈຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປກໍ່ຄືຮັບມືກັບບັນດາສິ່ງທ້າທາຍພວມເພີ່ມຂຶ້ນ.

ນັກຂ່າວ: ສາມາດເຫັນໄດ້ວ່າ ພະຍາດໂຄວິດ-19 ສົ່ງຜົນກະທົບບໍ່ແມ່ນໜ້ອຍເຖິງບັນດາການເຄື່ອນໄຫວຮ່ວມມື, ໂດຍສະເພາະແມ່ນການຮ່ວມມືລະຫວ່າງກອງທັບບັນດາປະເທດອາຊຽນ. ປະເທດເຈົ້າພາບ ACDFM-17 ຫວຽດນາມ ຈະຍົກອອກບັນດາຂໍ້ສະເໜີໃດເພື່ອຊຸກຍູ້ການຮ່ວມມືດ້ານການທະຫານໃນອາຊຽນ ໃນສະພາບການຄືປະຈຸບັນ?

ທ່ານພົນໂທ ຟານວັນຢາງ ຫົວໜ້າກົມໃຫຍ່ເສນາທິການ: ພວກເຮົາເຂົ້າຮ່ວມກອງປະຊຸມນີ້ແຕ່ດົນນານແລ້ວ, ນັບແຕ່ເມື່ອກອງປະຊຸມທີ່ມີຊື່ວ່າກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານສູງສຸດອາຊຽນ (ACDFIM)  ແລະນີ້ກໍ່ແມ່ນຄັ້ງທີ 2 ທີ່ພວກເຮົາເປັນເຈົ້າພາບຈັດຕັ້ງກອງປະຊຸມນີ້.

ທີ່ກອງປະຊຸມຄັ້ງນີ້, ພວກເຮົາຈະພ້ອມກັບບັນດາປະເທດແບ່ງປັນບົດຮຽນໃນການຮັບມືກັບບັນດາສິ່ງທ້າທາຍບໍ່ແມ່ນການທະຫານ, ໃນນັ້ນມີພະຍາດໂຄວິດ-19; ປຶກສາຫາລືມາດຕະການຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ເພີ່ມທະວີມາດຕະການກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະຍົກສູງກຳລັງຄວາມສາມາດຂອງແຕ່ລະຝ່າຍ ແລະຄວາມສາມາດສົມທົບລວມ...

ບັນດາຂໍ້ສະເໜີເຊິ່ງຫວຽດນາມ ແລະບັນດາປະເທດຍົກອອກທີ່ເວທີປາໄສຄັ້ງນີ້ຈະປະກອບສ່ວນຍົກອອກບັນດາການກຳນົດທິດຮ່ວມມືໃໝ່, ມີເນື້ອແທ້ ແລະປະສິດທິຜົນກວ່າຂອງກອງທັບອາຊຽນ ໃນອະນາຄົດ, ປະກອບສ່ວນຮັກສາກຳລັງໜູນຮ່ວມມືພາຍໃນກຸ່ມ, ປະກອບສ່ວນເຂົ້າໃນການສຳເລັດບັນດາເປົ້າໝາຍໃນວິໄສທັດປະຊາຄົມອາຊຽນ 2025, ຮັກສາບົດບາດໃຈກາງຂອງອາຊຽນ ໃນບັນດາກົນໄກໂດຍອາຊຽນ ນຳພາ.

ຂ້າພະເຈົ້າເຊື່ອໝັ້ນວ່າ ທີ່ເວທີປາໄສ ACDFM ທາງໄກໂດຍຫວຽດນາມ ເປັນປະທານຄັ້ງນີ້, ດ້ວຍຄວາມຕັດສິນໃຈ ແລະບັນດາຄຳໝັ້ນສັນຍາກະທຳຢ່າງແຮງທີ່ຜູ້ບັນຊາການທະຫານສູງສຸດອາຊຽນ ຍົກອອກ, ຈະປະກອບສ່ວນສະແດງໃຫ້ເຫັນອາຊຽນສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະໜິດຕິດພັນ ແລະຮັບມືກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ໃນນັ້ນບົດບາດປະກອບສ່ວນສຳຄັນຂອງກຳລັງກອງທັບບັນດາປະເທດອາຊຽນ ພວກເຮົາ.

ນັກຂ່າວ: ຂໍຂອບໃຈ!