ເພື່ອຮັບປະກັນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 5 ຢ່າງມີປະສິດທິຜົນ, ວັນທີ 20 ກັນຍາ, ກະຊວງປ້ອງກັນປະເທດຫວຽດນາມ ມີໂທລະເລກສະບັບເລກທີ 54/TK ວ່າດ້ວຍການຮຽກຮ້ອງກອງບັນຊາການທະຫານເຂດ 4, 5, ທະຫານຊາຍແດນປະຕິບັດບັນດາເນື້ອໃນໃນໂທລະເລກສະບັບເລກທີ 46/TK ລົງວັນທີ 16 ກັນຍາ ຂອງກົມໃຫຍ່ເສນາທິການຢ່າງເຂັ້ມງວດ. ບັນດາກົມກອງຕ້ອງສືບຕໍ່ຮັກສາລະບອບປະຈໍາການຢ່າງເຂັ້ມງວດ, ອັບເດັດສະພາບການເປັນປະຈຳ, ກໍາແໜ້ນສະພາບການ, ສືບຕໍ່ກວດກາ, ດັດປັບແຜນການ, ແຜນງານຊີ້ນໍາບັນດາກົມກອງໃນບໍລິເວນເພີ່ມທະວີກໍາລັງ, ພາຫະນະໜູນຊ່ວຍທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 5.

leftcenterrightdel
ນັກຮົບ ແລະທະຫານລາດຕາແສງຟອງຮ່ຽນ (ເມືອງຟອງດ່ຽນ, ແຂວງເທື່ອທຽນເຫວ໋) ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 5. ພາບ: qdnd.vn.

ກໍ່ໃນວັນທີ 20 ກັນຍາ, ພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວ  4.600 ກວ່າຄົນຢູ່ສອງແຂວງ: ກວ໋າງບີ່ງ ແລະເທື່ອທຽນເຫວ໋ ສືບຕໍ່ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸລູກທີ 5. ໃນ 3 ວັນຜ່ານມາ, ກໍາລັງປະກອບອາວຸດທະຫານເຂດ 4 ໄດ້ຊ່ວຍປະຊາຊົນບັນດາບໍລິເວນຖືກເສຍຫາຍສ້ອມແປງເຮືອນຖືກເປ່ເພ 4.872 ຫຼັງ; ໂຮງຮຽນ 12 ຫຼັງ; ຫໍວັດທະນະທຳ 3 ຫຼັງ... ຍ້ອນຜົນສະທ້ອນຈາກພາຍຸລູກທີ 5, ໃນບໍລິເວນບັນດາຕາແສງນາງອຍ, ບັ໊ກລີ໊ ແລະມີ໋ລີ໊ (ເມືອງກີ່ເຊີນ, ແຂວງເງະອານ), ຝົນຕົກໜັກເຮັດໃຫ້ຕົ້ນໄມ້ຫັກລົ້ມ, ດິນເຊາະເຈື່ອນພາໃຫ້ລົດຕິດຢູ່ຕາມເສັ້ນທາງຕ່າງໆ; ເຮັດໃຫ້ບາງບ້ານຕິດກັບຊາຍແດນຫວຽດນາມ-ລາວ ຕົກຢູ່ໂດດດ່ຽວ. ຄະນະເສດຖະກິດ-ປ້ອງກັນຊາດ 4 (ທະຫານເຂດ 4) ໄດ້ສົມທົບກັບບັນດາຄ້າຍທະຫານຊາຍແດນ: ນາງອຍ, ມີ໋ລີ໊, ຟຸກເຊີນ, ເມື່ອງອ໋າຍ (ກອງບັນຊາການທະຫານຊາຍແດນແຂວງເງະອານ) ພ້ອມກັບປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນຮີບເຮ່ັງແກ້ໄຂບັນດາເສັ້ນທາງຖືກເຊາະເຈື່ອນເພື່ອຮັບປະກັນການຈະລາຈອນໃນບໍລິເວນ.

ໂດຍ: ເຈິ່ນຮວ່ຽນ