ກອງປະຊຸມ AMOM-10 ໄດ້ຈັດຂຶ້ນກ່ອນທີ່ຈະຈັດຕັ້ງກອງປະຊຸມຜູ້ບັນຊາການກໍາລັງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 17 (ACDFM-17)  ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ເຊິ່ງຄາດຄະເນວ່າຈະຈັດຂຶ້ນໃນວັນທີ 24 ກັນຍາ 2020. ກອງປະຊຸມ AMOM ຜັດປ່ຽນກັນຈັດຕັ້ງລະຫວ່າງກອງທັບບັນດາປະເທດອາຊຽນ ມາໄດ້ 9 ຄັ້ງແລ້ວ ແລະນີ້ແມ່ນຄັ້ງທໍາອິດທີ່ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມນີ້.

ກ່ອນໜ້ານີ້ 10 ປີ, ເມື່ອຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມບໍ່ເປັນທາງການຜູ້ບັນຊາການກໍາລັງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 7 (ACDFIM-7), ບັນດາປະເທດໄດ້ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມບໍ່ເປັນທາງການຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນຕື່ມອີກນັບແຕ່ປີ 2011 ເປັນຕົ້ນມາ. ເລີ່ມແຕ່ປີ 2019, AMOIM ກໍຄື ACDFIM ໄດ້ກາຍເປັນບັນດາກອງປະຊຸມທາງການ (AMOM, ACDFM), ພາຍຫຼັງບັນລຸໄດ້ຄວາມເຫັນດີທີ່ ACDFIM-15 ຢູ່ສິງກະໂປ ໃນປີ 2018. ການກໍາເນີດເກີດຂຶ້ນຂອງ AMOM ແມ່ນເພື່ອແນໃສ່ຕອບສະໜອງຄວາມຕ້ອງການຮ່ວມມືຢ່າງແທດຈິງລະຫວ່າງກອງທັບບັນດາປະເທດອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງທັງແບບເກົ່າ ແລະໃໝ່ທີ່ກໍາລັງສົ່ງຜົນກະທົບບໍ່ດີ, ຂົ່ມຂູ່ເຖິງສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ.

leftcenterrightdel
ກອງປະຊຸມ ACDFIM-15 ໂດຍສິງກະໂປ ຈັດຕັ້ງໃນປີ 2018 ໄດ້ເຫັນດີເປັນເອກະພາບຫັນກອງປະຊຸມຫົວໜ້າກົມສູ້ຮົບກອງທັບບັນດາປະເທດອາຊຽນ (AMOM) ເປັນທາງການ. ພາບ: ຟານຕຸ່ງເຊີນ.

ເລື່ອງສ້າງຕັ້ງ AMOM ໄດ້ເປັນຂີດໝາຍຂອງຫວຽດນາມ ໃນຖານະບົດບາດເປັນປະເທດເຈົ້າພາບ ເຊິ່ງເປັນຄັ້ງທໍາອິດທີ່ຈັດກອງປະຊຸມ ACDFIM, ໄດ້ສະແດງອອກໃຫ້ເຫັນວ່າ ອາຊຽນມີຄວາມສາມັກຄີ ແລະເຫັນດີເຫັນພ້ອມພາຍໃຕ້ບົດບາດເປັນປະທານຂອງຫວຽດນາມ. ຂໍ້ລິເລີ່ມຮ່ວມມືນີ້ສາມາດເວົ້າໄດ້ວ່າແມ່ນຜົນສໍາເລັດຂອງກອງປະຊຸມດ້ວຍບົດບາດປະກອບສ່ວນທີ່ຕັ້ງໜ້າຂອງຫວຽດນາມ.

ກອງປະຊຸມ AMOM, ພ້ອມກັບກອງປະຊຸມ AMIM ແມ່ນ 2 ກອງປະຊຸມລົງເລິກຂະແໜງ, ມີໜ້າທີ່ກະກຽມເອກະສານຮັບໃຊ້ກອງປະຊຸມ ACDFM.  ພ້ອມກັບບັນດາກົນໄກຮ່ວມມືດ້ານການທະຫານອື່ນລວມມີ: ກອງປະຊຸມຜູ້ບັນຊາການທະຫານບົກອາຊຽນ, ກອງປະຊຸມຜູ້ບັນຊາການທະຫານເຮືອອາຊຽນ, ກອງປະຊຸມຜູ້ບັນຊາການທະຫານອາກາດອາຊຽນ..., AMOM, AMIM ໄດ້ປະກອບສ່ວນນໍາບັນດາຂົງເຂດຮ່ວມມືດ້ານການທະຫານຂອງກອງທັບບັນດາປະເທດອາຊຽນເຂົ້າແບບແຜນ, ນັບມ້ືນັບໄດ້ຮັບການເອົາໃຈໃສ່ພັດທະນາທາງດ້ານຄຸນນະພາບ.

AMOM ຍັງແມ່ນເວທີປາໄສເພື່ອໃຫ້ບັນດາປະເທດໃນພາກພື້ນແບ່ງປັນທັດສະນະກ່ຽວກັບສະພາບການໂລກ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປຶກສາຫາລືມາດຕະການຮັບມືກັບສິ່ງທ້າທາຍ ເຊິ່ງອາຊຽນ ຕ້ອງປະເຊີນໜ້າ; ຕີລາຄາຜົນການຮ່ວມມືຢ່າງແທດຈິງລະຫວ່າງກອງທັບບັນດາປະເທດອາຊຽນເວົ້າລວມ ແລະລະຫວ່າງກໍາລັງສູ້ຮົບຂອງກອງທັບບັນດາປະເທດອາຊຽນ ເວົ້າສະເພາະ...

ເລື່ອງຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມ AMOM-10  ໃນສະພາບການໂລກລະບາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ, ພ້ອມກັນນັ້ນແມ່ນຄວາມເຄັ່ງຕຶງຢູ່ຈຸດເຄັ່ງຮ້ອນຕ່າງໆໃນພາກພື້ນເພີ່ມຂຶ້ນ, ສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ນັບມື້ນັບຫຼາຍຮູບຫຼາຍແບບ ແລະສັບສົນ... ຍິ່ງວາງອອກຄວາມຮຽກຮ້ອງຕ້ອງການທີ່ຈໍາເປັນກວ່າຢູ່ເວທີປາໄສໃນຄັ້ງນີ້ເພື່ອແນໃສ່ປະກອບສ່ວນສ້າງຄວາມເປັນເຈົ້າການ, ຮັບມືກັບສິ່ງທ້າທາຍລວມຂອງກອງທັບບັນດາປະເທດອາຊຽນ ຢ່າງມີໄຫວພິບ. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ແລະບັນດາປະເທດປຶກສາຫາລືວິທີການເພື່ອແນໃສ່ເພີ່ມທະວີການແລກປ່ຽນບົດຮຽນ, ມາດຕະການຮັບມືກັບສິ່ງທ້າທາຍ ກໍຄືການສົມທົບກັນໃນວຽກງານສ້າງແຜນການ, ຈາກນັ້ນເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງບັນດາອົງການສູ້ຮົບຂອງກອງທັບບັນດາປະເທດອາຊຽນ.

ໃນບົດບາດຕັ້ງໜ້າຂອງຫວຽດນາມ ພ້ອມກັບການສະໜັບສະໜູນຂອງບັນດາປະເທດອາຊຽນ ຈະປະກອບສ່ວນນໍາເອົາໝາກຜົນທີ່ແທ້ຈິງມາໃຫ້ກອງປະຊຸມ AMOM-10 ໃນຄັ້ງນີ້, ຜ່ານນັ້ນປະກອບສ່ວນຫຼາຍພໍສົມຄວນເຂົ້າໃນຜົນສໍາເລັດຂອງກອງປະຊຸມ ACDFM-17  ທີ່ຈະມາເຖິງ. 

ໂດຍ: ໄຊຊະນະ