ສອງຝ່າຍເຫັນດີເປັນເອກະພາບສ້າງໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2020-2023, ໃນນັ້ນສຸມໃສ່ບາງຂົງເຂດຫຼັກຄືໜູນຊ່ວຍບໍາລຸງສ້າງ ແລະຝຶກແອບ, ເຂົ້າຮ່ວມກໍາລັງຮັກສາສັນຕິພາບສະຫະປະຊາຊາດ.

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນໃຫ້ບຸລິມະສິດສະຫະປະຊາຊາດ ແລະບັນດາກົນໄກໂດຍອາຊຽນ ນໍາພາ ແລະພິເສດໃນອາຍຸການຫວຽດນາມ ດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ (2020-2021).

leftcenterrightdel
ບັນດາຜູ້ແທນການເຈລະຈາຍຸດທະສາດທາງການທູດ-ການປ້ອງກັນຊາດຫວຽດນາມ-ອົດສະຕາລີ. ພາບ: ພາບສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນກ໊ວກຢຸງ ຢັ້ງຢືນວ່າ, ໃນຖະໜາບົດບາດເປັນປະທານອາຊຽນ ປີ 2020, ຫວຽດນາມ ຈະຕັ້ງໜ້າພ້ອມກັບບັນດາປະເທດສະມາຊິກອາຊຽນ ນໍາການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອົດສະຕາລີ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ຝ່າຍອົດສະຕາລີ ຢັ້ງຢືນເອົາໃຈໃສ່ໜູນຊ່ວຍບາງກິດຈະກຳໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີເປັນປະທານອາຊຽນ 2020 ແລະສະໜັບສະໜູນຫວຽດນາມ ໃນບົດບາດເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021, ໃນຕໍ່ໜ້າແມ່ນບັນດາການເຄື່ອນໄຫວໃນເດືອນເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ (ເດືອນ ມັງກອນ 2020).

ກໍ່ໃນການເຈລະຈາ, ສອງຝ່າຍໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມໝັ້ນຄົງ, ແລະຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກໃນໄລຍະຜ່ານມາ ແລະເນັ້ນໜັກວ່າສິ່ງສໍາຄັນຂອງຄວາມເສລີໃນການເດີນທະເລ ແລະການບິນ, ການປະຕິບັດກົດໝາຍສາກົນ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍໂດຍອີງໃສ່ກົດໝາຍ, ຄວາມລະງັບໃຈ ແລະຫຼີກເວັ້ນບັນດາການກະທໍາທີ່ສາມາດເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ສະໜັບສະໜູນການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຄົບຖ້ວນ, ແລະເລື່ອງ ອາຊຽນ ພ້ອມກັບຈີນ ສໍາເລັດການເຈລະຈາຢ່າງວ່ອງໄວ, ບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີເນື້ອແທ້, ມີປະສິດທິຜົນ ແລະຮອບດ້ານ.

ໂດຍ: ເກື່ອງດັ້ງ