ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ, ຮອງຫົວໜ້າກົມພົວພັນຕ່າງປະເທດ-ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ, ຊຸດຝຶກອົບຮົມທີ່ດໍາເນີນໃນເວລາ 20 ວັນໄດ້ສໍາເລັດເປົ້າໝາຍ, ລາຍການທີ່ໄດ້ວາງອອກ, ພ້ອມກັນນັ້ນທ່ານກໍ່ສະເໜີບັນດາພະນັກງານກອງທັບປະຊາຊົນລາວ ໝູນໃຊ້ບັນດາຄວາມຮູ້ທີ່ໄດ້ຄົ້ນຄວ້າ, ຮໍ່າຮຽນຢູ່ຫວຽດນາມ ເຂົ້າໃນພຶດຕິກຳຕົວຈິງໃຫ້ເໝາະສົມກັບເງື່ອນໄຂ, ສະພາບການຂອງກອງທັບປະຊາຊົນລາວ. ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງບັນດາອົງການປະຕິບັດວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງສອງປະເທດຈະສືບຕໍ່ແລກປ່ຽນ ແລະຊ່ວຍເຫຼືອກັນໃຫ້ຫຼາຍກວ່າອີກ ເພື່ອສໍາເລັດໜ້າທີ່ ເຊິ່ງພັກ, ລັດ ແລະກະຊວງປ້ອງກັນປະເທດສອງປະເທດໄດ້ມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນດ້າຍໂຮ້ຍ ມອບໃບຢັ້ງຢືນສໍາເລັດຊຸດຝຶກອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ. ພາບ: ຮວ່າງຫວູ.

ນີ້ແມ່ນຄັ້ງທໍາອິດທີ່ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດລາວ ຈັດຊຸດຝຶກອົບຮົມວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ. ບັນດາພະນັກງານກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມໄດ້ຮັບຟັງແນະນໍາບາງຫົວເລື່ອງສະເພາະກ່ຽວກັບສະພາບການຂອງໂລກ ແລະພາກພື້ນໃນປະຈຸບັນ; ນະໂຍບາຍພົວພັນຕ່າງປະເທດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ; ບາງວິວັດທະນາການຮ່ວມມືດ້ານການທະຫານ, ການປ້ອງກັນຊາດໃນອາຊຽນ... ນອກຈາກການສະໜອງຄວາມຮູ້ ແລະທັກສະກ່ຽວກັບວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຊຸດຝຶກອົບຮົມຍັງປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີລະຫວ່າງກອງທັບສອງປະເທດອີກດ້ວຍ.

ໂດຍ: ທະນາພອນ