ທ່ານນາງຮ້ອຍເອກ ດັ້ງທິມີງເຄວ, ປະທານສະມາຄົມແມ່ຍິງທະຫານຊາຍແດນແຂວງ ເວົ້າຄວາມໃນໃຈສູ່ຟັງວ່າ: “ໃນຊຸມວັນທີ່ຮ້ອນເອົ້ານີ້, ເມື່ອເຫັນພະນັກງານ, ນັກຮົບໃນກົມກອງຝຶກແອບຢ່າງລຳບາກກາກກຳນັ້ນ, ເອື້ອຍນ້ອງໃນສະມາຄົມແມ່ຍິງຮູ້ສຶກສະເທືອນໃຈຫຼາຍ. ສະນັ້ນພວກຂ້າພະເຈົ້າຈຶ່ງຈັດຕັ້ງລາຍການ “ຈອກນໍ້າທີ່ສະໜາມຝຶກຊ້ອມ” ດ້ວຍຄວາມປາດຖະໜາຢາກປຸກລະດົມກໍາລັງໃຈພະນັກງານ, ນັກຮົບໃຫ້ມີຄວາມຈູບຈ້າວຫ້າວຫັນໃນການຝຶກແອບ. ບໍ່ພຽງແຕ່ນຳເອົານໍ້າມາຍັງສະໜາມຝຶກຊ້ອມເພື່ອລະດົມກໍາລັງໃຈພະນັກງານ, ນັກຮົບພາຍຫຼັງຊົ່ວໂມງຝຶກແອບທີ່ເຄັ່ງຕຶງ, ອິດເມື່ອຍເທົ່ານັ້ນ, ຫາກບັນດາສະມາຊິກໃນສະມາຄົມຍັງໂອ້ລົມສົນທະນາ, ກໍາແໜ້ນແນວຄິດຈິດໃຈພະນັກງານ, ນັກຮົບ, ຈັດຕັ້ງການພົບປະແລກປ່ຽນວັດທະນະທໍາ, ສິລະປະຊ່ວຍພະນັກງານ, ນັກຮົບບັນເທົາຄວາມເຄັ່ງຕຶງ, ມີຈິດໃຈມ່ວນຊື່ນ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າໄດ້ແບ່ງກັນລົງປຸງແຕ່ງອາຫານຫຼາຍເຍື່ອງທີ່ຮັບປະກັນດ້ານໂພຊະນະການ, ຄວາມປອດໄພ ແລະສຸຂະອະນາໄມຂອງອາຫານ”.

leftcenterrightdel
ລະດົມກໍາລັງໃຈ, ສົ່ງເສີມຈິດໃຈພະນັກງານ, ນັກຮົບຢ່າງທັນການຂອງເອື້ອຍນ້ອງແມ່ຍິງໄດ້ຊ່ວຍບັນເທົາຄວາມອິດເມື່ອຍ, ລໍາບາກກາກກໍາໃຫ້ພະນັກງານ, ນັກຮົບໃນກົມກອງ. ພາບ: ເຟືອງລີງ.

ທ່ານພັນເອກພິເສດ ເລຍືເກືອງ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເງະອານ ຕີລາຄາວ່າ: “ນີ້ແມ່ນກິດຈະກໍາທີ່ມີຄວາມໝາຍແທດຈິງ, ເຕັມໄປດ້ວຍນ້ຳໃຈເພື່ອນມິດສະຫາຍ, ເພື່ອນຮ່ວມກົມກອງ, ປະກອບສ່ວນສົ່ງເສີມຈິດໃຈ ແລະສົ່ງເສີມສຸຂະພາບທະຫານເມື່ອຝຶກແອບໃນຊຸມວັນລະດູຮ້ອນທີ່ຮ້ອນເອົ້າ”.

ໂດຍ: ທະນາພອນ