leftcenterrightdel
ກໍາປັ່ນ HQ561 ອອກຈາກທ່າກໍາປັ່ນ ສົ່ງຄະນະປະຕິບັດງານໄປປະຕິບັດໜ້າທີ່ຢູ່ເມືອງເກາະເຈື່ອງຊາ. ພາບ: qdnd.vn

ການຢ້ຽມຢາມໃນຄັ້ງນີ້ໄດ້ປະຕິບັດໃນເງື່ອນໄຂອາກາດບໍ່ເອື້ອອໍານວຍ,  ເວລາເຄື່ອນໄຫວຢູ່ທະເລຫຼາຍມື້, ໜ້າທີ່ຮັບປະກັນພະລາທິການປະສົບຄວາມຫຍຸ້ງຍາກຫຼາຍຢ່າງ, ຮຽກຮ້ອງໃຫ້ປ້ອງກັນ, ຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ. ແຕ່ດ້ວຍການຕັດສິນໃຈສູງ, ນໍ້າໃຈສາມັກຄີເປັນຈິດໜຶ່ງໃຈດຽວ, ພະນັກງານ, ນັກຮົບທະຫານເຮືອເຂດ 4 ແລະສະມາຊິກໃນຄະນະ ໄດ້ເປັນເຈົ້າການປະຕິບັດວຽກງານກະກຽມ, ຮັບປະກັນໃຫ້ຄະນະປະຕິບັດງານປະຕິບັດສໍາເລັດໜ້າທີ່ໃຫ້ເປັນຢ່າງດີ, ມີຄວາມປອດໄພໃນທຸກດ້ານ. ໃນການເດີນທະເລຄັ້ງນີ້, ສິນຄ້າ, ສະບຽງອາຫານ, ເຄື່ອງໃຊ້ທີ່ຈຳເປັນນັບຫຼາຍຮ້ອຍໂຕນ ໄດ້ກະກຽມຢ່າງພຽງພໍ ຈະຊ່ວຍໃຫ້ທະຫານ ແລະປະຊາຊົນເມືອງເກາະເຈື່ອງຊາ ຕ້ອນຮັບປີໃໝ່ປະຈໍາຊາດ ປີຂານ 2022 ຢ່າງເບີກບານມ່ວນຊື່ນ, ຄົບຖ້ວນ ແລະອົບອຸ່ນ.

ໂດຍ: ໄຊຊະນະ