ນີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງທໍາອິດຂອງທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ນັບແຕ່ ທ່ານ ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ. ການຢ້ຽມຢາມມີຄວາມໝາຍສໍາຄັນ, ປະກອບສ່ວນປັບປຸງ ແລະເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເລິກເຊິ່ງຂຶ້ນຕື່ມ, ຊຸກຍູ້ການຮ່ວມມືຫຼາຍດ້ານ, ນໍາການພົວພັນຫວຽດນາມ-ນິວຊີແລນ ໃຫ້ພັດທະນາຕາມທິດນັບມື້ນັບແທດຈິງ, ມີປະສິດທິຜົນ.

ນັບແຕ່ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນປີ 1975, ການພົວພັນຮ່ວມມືອັນດີງາມລະຫວ່າງຫວຽດນາມ-ນິວຊີແລນ ໄດ້ຮັບການເພີ່ມພູນຄູນສ້າງບົນພື້ນຖານຄວາມເຂົ້າໃຈ ແລະເຄົາລົບເຊິ່ງກັນ ແລະກັນ. ສອງຝ່າຍໄດ້ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນຢ່າງເປັນປະຈໍາ. ຜ່ານການແລກປ່ຽນ, ພົບປະ, ສອງຝ່າຍສືບຕໍ່ຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງເປັນຢ່າງສູງ ແລະມີການແລກປ່ຽນຢ່າງແທດຈິງກ່ຽວກັບການກໍານົດທິດ, ຂົງເຂດລະອຽດ ເພື່ອຊຸກຍູ້ການພົວພັນສອງຝ່າຍໃນໄລຍະປັດຈຸບັນ. ພິເສດ, ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນສອງຝ່າຍໄດ້ເອົາໃຈໃສ່ເປັນພິເສດ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 12 ຂອງນິວຊີແລນ ດ້ວຍວົງເງິນການຄ້າສອງສົ້ນ ປີ 2023 ແລະ 2024 ລ້ວນແຕ່ບັນລຸ 1,3 ຕື້ໂດລາສະຫະລັດ. ໃນຂະນະນັ້ນ, ນິວຊີແລນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 41 ຂອງຫວຽດນາມ. ໃນການຢ້ຽມຢາມນິວຊີແລນ ຢ່າງເປັນທາງການຂອງ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ (ເດືອນ ມີນາ 2024), ນາຍົກລັດຖະມົນຕີສອງທ່ານ ໄດ້ປຶກສາຫາລືກ່ຽວກັບໂອກາດ ເພື່ອເພີ່ມວົງເງິນການຄ້າສອງສົ້ນ, ມຸ່ງໄປເຖິງເປົ້າໝາຍ 3 ຕື້ໂດລາສະຫະລັດ ໃນປີ 2026 ຜ່ານການເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວ ແລະການສຶກສາ ກໍຄື ລົບລ້າງຮົ້ວກີດຂວາງດ້ານພາສີ, ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ປະຕິບັດສັນຍາການຄ້າເສລີທີ່ມີໃນປັດຈຸບັນຢ່າງຄົບຖ້ວນ, ພ້ອມທັງຄົ້ນຄວ້າບັນດາມາດຕະການ ເພື່ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນສອງສົ້ນ.

leftcenterrightdel
ຕອນບ່າຍວັນທີ 25 ກຸມພາ, ທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ໄດ້ມາເຖິງຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສອງ, ແຕ່ວັນທີ 25 ຫາ ວັນທີ 28 ກຸມພາ ຕາມຄໍາເຊີນຂອງ ທ່ານ ຟ້າມມິງຈີ້ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະ, ຮ່ວມມືແບ່ງປັນຂໍ້ມູນຂ່າວສານບົນພື້ນຖານບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດປີ 2013 ລະຫວ່າງສອງກະຊວງປ້ອງກັນປະເທດ ແລະຂໍ້ຕົກລົງຮ່ວມມືວ່າດ້ວຍການສະກັດກັ້ນ ແລະຕ້ານອາດຊະຍາກໍາຂ້າມຊາດທີ່ລົງນາມໃນປີ 2019 ລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະອົງການຕໍາຫຼວດນິວຊີແລນ. ນິວຊີແລນ ໜູນຊ່ວຍ ຫວຽດນາມ ຈັດຊຸດຝຶກອົບຮົມກ່ຽວກັບການຕ້ານການກໍ່ການຮ້າຍ, ເຕັກນິກທາງອາຍາ ແລະການສືບສວນສອບສວນ, ສະກັດກັ້ນ ແລະຕ້ານອາດຊະຍາກໍາຟອກເງິນ, ອາດຊະຍາກໍາເຕັກໂນໂລຊີສູງ. ສອງຝ່າຍສືບຕໍ່ຜັນຂະຫຍາຍໂຄງການໜູນຊ່ວຍບໍາລຸງສ້າງ, ໂດຍສະເພາະແມ່ນພາສາອັງກິດໃຫ້ແກ່ບັນດາໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ, ຮັກສາການຢ້ຽມຢາມຂອງກໍາປັ່ນທະຫານເຮືອ ແລະກົນໄກປຶກສາຫາລືປ້ອງກັນຊາດສອງຝ່າຍ.

ນອກຈາກນີ້, ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດ: ການສຶກສາ-ກໍ່ສ້າງ, ແຮງງານ, ແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນປະຊາຊົນ... ກໍບັນລຸໝາກຜົນທີ່ເປັນໜ້າຊົມເຊີຍ. ໃນນັ້ນ, ການຮ່ວມມືດ້ານການສຶກສາແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືທີ່ພົ້ນເດັ່ນ, ແມ່ນໜຶ່ງໃນ 3 ເສົາຄໍ້າຫຼັກຂອງແຜນດໍາເນີນງານໃນການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ນິວຊີແລນ ໄລຍະ 2021-2024. ສອງປະເທດໄດ້ລົງນາມແຜນການຮ່ວມມືຍຸດທະສາດຫວຽດນາມ-ນິວຊີແລນ ກ່ຽວກັບການສຶກສາ ໄລຍະ 2023-2026 (ເດືອນ ມີນາ 2024). ນິວຊີແລນ ສືບຕໍ່ສະໜອງທຶນການສຶກສາໃຫ້ແກ່ຫວຽດນາມ ດ້ວຍ 30 ທຶນ/ປີ ໃຫ້ແກ່ບັນດາຫຼັກສູດບໍາລຸງສ້າງລະດັບປະລິນຍາໂທ ແລະປະລິນຍາເອກ, ຮັກສາໂຄງການບຳລຸງກໍ່ສ້າງພາສາອັງກິດ ໃຫ້ແກ່ລັດຖະກອນຫວຽດນາມ.

ໃນຂອບເຂດຫຼາຍຝ່າຍ, ສອງຝ່າຍ ກໍໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ ແລະຕັ້ງໜ້າສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ເວທີປາໄສພາກພື້ນ ແລະສາກົນ. ສອງປະເທດກໍໄດ້ຮ່ວມມືໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນຫາທະເລຕາເວັນອອກ, ຊຸກຍູ້ການຮ່ວມມືຕາມສັນຍາການຄ້າເສລີທີ່ທັງສອງປະເທດໄດ້ເຂົ້າຮ່ວມ ຄື: ສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP), ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)...

ນິວຊີແລນ ຍາມໃດກໍຖືເປັນສໍາຄັນການພົວພັນກັບຫວຽດາມ, ຖືຫວຽດນາມ ແມ່ນປັດໄຈສໍາຄັນໃນນະໂຍບາຍຕໍ່ກັບພາກພື້ນອາຊີ-ປາຊີຟິກ. ນອກຈາກນີ້, ນິວຊີແລນ ກໍຖືເປັນສໍາຄັນການພົວພັນກັບອາຊຽນ, ສະໜັບສະໜູນບົດບາດໃຈກາງຂອງອາຊຽນໃນໂຄງປະກອບພາກພື້ນ ກໍຄື ການສ້າງຕັ້ງປະຊາຄົມອາຊຽນ, ເຂົ້າຮ່ວມຢ່າງຄົບຖ້ວນບັນດາກົນໄກ, ເວທີປາໄສພາກພື້ນໂດຍອາຊຽນ ຊັກນໍາ, ເອົາໃຈໃສ່ຍູ້ແຮງການພົວພັນກັບອາຊຽນ ຜ່ານຍຸດທະສາດເຊື່ອມຕໍ່ຢ່າງເລິກເຊິ່ງກວ້າງຂວາງກວ່າ. 

ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີສອງຂອງທ່ານນາຍົກລັດຖະມົນຕີນິວຊີແລນ ໄດ້ດໍາເນີນໄປໃນຈຸດເວລາທີ່ມີລັກສະນະເປັນຂີດໝາຍ ເມື່ອສອງປະເທດກະກຽມ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 5 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ. ປັດຈຸບັນ, ຫວຽດນາມ ພວມຮັບຜິດຊອບເປັນປະເທດປະສານງານການພົວພັນອາຊຽນ-ນິວຊີແລນ, ໃນນັ້ນ ປີ 2025 ກໍເປັນປີທີ່ສ້າງຂີດໝາຍສະເຫຼີມສະຫຼອງ 50 ປີແຫ່ງການພົວພັນຄູ່ຮ່ວມເຈລະຈາ ອາຊຽນ-ນິວຊີແລນ. ນີ້ແມ່ນຂີດໝາຍສໍາຄັນ ເພື່ອໃຫ້ສອງຝ່າຍຕີລາຄາຄືນໄລຍະທາງແຫ່ງການຮ່ວມມືມິດຕະພາບ ແລະຄູ່ຮ່ວມຍຸດທະສາດທີ່ຜ່ານມາ ເພື່ອພ້ອມກັນກໍານົດທິດການພົວພັນສອງປະເທດໃນໄລຍະຈະມາເຖິງ. ນີ້ກໍແມ່ນໂອກາດເພື່ອໃຫ້ການນໍາຂັ້ນສູງສອງປະເທດ ໄດ້ແລກປ່ຽນເລິກເຊິ່ງກວ່າກ່ຽວກັບບັນຫາໃຫຍ່ຂອງໂລກ ແລະພາກພື້ນ, ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງສູງ, ຄວາມເຫັນດີເຫັນພ້ອມກ່ຽວກັບທັດສະນະ ແລະວິໄສທັດຂອງສອງປະເທດ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນນໍາການພົວພັນຮ່ວມມືຫວຽດນາມ-ນິວຊີແລນ ໃຫ້ກ້າວໄປໄກກວ່າໃນທຸກຂົງເຂດ, ປະກອບສ່ວນເພື່ອສັນຕິພາບ, ຮ່ວມມື ແລະພັດທະນາ ຢູ່ພາກພື້ນກໍຄືໃນໂລກ.

ໂດຍ: ໄຊຊະນະ