ກອງປະຊຸມປີນີ້ໄດ້ດຳເນີນໄປໃນສະພາບການໂລກ ແລະພາກພື້ນສືບຕໍ່ມີການປ່ຽນແປງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະການຂາດສະຖຽນລະພາບເພີ່ມຂຶ້ນ; ການເຕີບໂຕຂອງເສດຖະກິດໂລກບໍ່ສະໝໍ່າສະເໝີ, ຊ້ອນແຝງຄວາມສ່ຽງຫຼາຍຢ່າງ; ການປະທະກັນດ້ານພູມສາດການເມືອງ ແລະການແກ່ງແຍ້ງປະເທດໃຫຍ່ນັບມື້ນັບສັບສົນ; ສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່ສືບຕໍ່ມີຜົນກະທົບຢ່າງແຂງແຮງຕໍ່ປະເທດພວມພັດທະນາ.

leftcenterrightdel
ສັນຍາລັກ BRICS. ພາບ: IRNA/ສໍານັກຂ່າວສານຫວຽດນາມ

BRICS ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2006 ໃນລະດັບລັດຖະມົນຕີການຕ່າງປະເທດລວມມີ 4 ປະເທດ, ຄື: ລັດເຊຍ, ຈີນ, ອິນເດຍ ແລະບຣາຊິນ; ແລ້ວພັດທະນາຂຶ້ນສູ່ລະດັບກອງປະຊຸມສຸດຍອດໃນປີ 2009, ຮັບ ອາຟະລິກາໃຕ້ ເຂົ້າເປັນສະມາຊິກນັບແຕ່ປີ 2010. ສ້າງຕັ້ງມາເກືອບໄດ້ 2 ທົດສະວັດ, BRICS ໄດ້ສະແດງໃຫ້ເຫັນກຳລັງດຶງດູດຢ່າງແຂງແຮງຂອງອົງການນີ້ເມື່ອປະກາດຮັບສະມາຊິກຕື່ມອີກ 4 ປະເທດ, ຄື: ອີຢິບ, ເອທິໂອເປຍ, ອີຣານ ແລະສະຫະລັດ ອາຣັບ ເອັມມີເລັດ (UAE) ປີ 2023. ພ້ອມກັນນັ້ນ, ຫຼາຍປະເທດໃນທົ່ວໂລກ ກໍ່ສືບຕໍ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະປາດຖະໜາຢາກເຂົ້າຮ່ວມກຸ່ມດັ່ງກ່າວ.

ເປົ້າໝາຍເບື້ອງຕົ້ນຂອງ BRICS ແມ່ນຊຸກຍູ້ການຮ່ວມມື, ສົມທົບດ້ານນະໂຍບາຍລະຫວ່າງບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ. ເຖິງຢ່າງໃດກໍ່ຕາມ, ໃນສະພາບການແກ່ງແຍ້ງລະຫວ່າງບັນດາປະເທດໃຫຍ່ໃນໄລຍະມໍ່ໆມານີ້ນັບມື້ນັບຮ້າຍແຮງຂຶ້ນນັ້ນ, BRICS ຄ່ອຍໆກາຍເປັນການເຕົ້າໂຮມກຳລັງທີ່ມີບົດບາດ ແລະທັດສະນະນັບມື້ນັບໃຫຍ່ຫຼວງກວ່າເກົ່າ, ຊຸກຍູ້ການສ້າງຄວາມເປັນລະບຽບຮຽບຮ້ອຍໃນໂລກໃໝ່.

ກອງປະຊຸມການນໍາກຸ່ມ BRICS ເປີດກວ້າງປີ 2024 ມີການເຂົ້າຮ່ວມຂອງການນຳກວ່າ 30 ປະເທດ, ພ້ອມກັບແຂກຮັບເຊີນທີ່ເປັນຕົວແທນໃຫ້ອົງການຈັດຕັ້ງສາກົນ; ແມ່ນການເຄື່ອນໄຫວທີ່ນອນໃນຂອບເຂດກອງປະຊຸມສຸດຍອດ BRICS ຄັ້ງທີ 16 ດ້ວຍຫົວຂໍ້ “BRICS ກັບຊີກໂລກໃຕ້: ພ້ອມກັນສ້າງໂລກທີ່ດີງາມກວ່າອີກ”, ກອງປະຊຸມຄັ້ງນີ້ຈະສຸມໃສ່ປຶກສາຫາລືກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງ BRICS ກັບບັນດາປະເທດພວມພັດທະນາແນໃສ່ສ້າງລະບົບບໍລິຫານສາກົນໃຫ້ມີຄວາມສົມດຸນ ແລະຍຸຕິທຳກວ່າ.

ໃນຊຸມປີມໍ່ໆມານີ້, ຕາມຄຳເຊີນຂອງບັນດາປະເທດປະທານ BRICS, ຫວຽດນາມ ໄດ້ຈັດສົ່ງຜູ້ຕາງໜ້າເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດ BRICS ເປີດກວ້າງ, ຄື: ເວທີປາໄສລະຫວ່າງພັກສາກົນ BRICS+ ແລະກອງປະຊຸມໂຕະມົນບັນດາພັກການເມືອງ ລັດເຊຍ-ອາຊຽນ (ເດືອນມິຖຸນາ 2024), ການເຈລະຈາ BRICS ກັບບັນດາປະເທດທີ່ພວມພັດທະນາໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ BRICS (ເດືອນມິຖຸນາ 2024); ກອງປະຊຸມ BRICS-ອາຟະລິກາ ແລະກອງປະຊຸມເຈລະຈາ BRICS (ເດືອນສິງຫາ 2023)...

ເລື່ອງຫວຽດນາມ ເຂົ້າຮ່ວມກອງປະຊຸມການນໍາກຸ່ມ BRICS ເປີດກວ້າງປີ 2024 ຕາມຄຳເຊີນຂອງປະເທດປະທານ BRICS ສະແດງໃຫ້ເຫັນການຖືເປັນສໍາຄັນຂອງບັນດາປະເທດສະມາຊິກ BRICS ສໍາລັບທີ່ຕັ້ງ ແລະບົດບາດຂອງຫວຽດນາມ ຢູ່ພາກພື້ນ ແລະໃນໂລກ. ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ສືບຕໍ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຢ່າງເຂັ້ມງວດ: ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ສົ່ງສານກ່ຽວກັບຫວຽດນາມ ພັດທະນາ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ. ຫວຽດນາມ ສະໜັບສະໜູນບົດບາດຂອງເວທີປາໄສ ແລະກົນໄກການຮ່ວມມືຫຼາຍຝ່າຍ, ໃນນັ້ນມີ BRICS, ການເຄື່ອນໄຫວບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ ແລະສອດຄ່ອງກັບກົດໝາຍສາກົນ, ເຊີດຊູທັດສະນະຂອງບັນດາປະເທດພວມພັດທະນາໃນການບໍລິຫານທົ່ວໂລກ ກໍ່ຄືໃນການແກ້ໄຂສິ່ງທ້າທາຍລວມ, ປະກອບສ່ວນສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍຂົ້ວ ແລະຍຸຕິທຳ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງພາກພື້ນ ແລະໃນທົ່ວໂລກ.

ພວກເຮົາເຊື່ອໝັ້ນວ່າ ການໄປປະຕິບັດງານເຂົ້າຮ່ວມກອງປະຊຸມການນໍາກຸ່ມ BRICS ເປີດກວ້າງຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ສືບຕໍ່ນໍາການພົວພັນຕ່າງປະເທດລະຫວ່າງຫວຽດນາມ ກັບບັນດາປະເທດສະມາຊິກ BRICS ແລະຄູ່ຮ່ວມມືນັບມື້ນັບພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ; ພ້ອມທັງເປີດກາລະໂອກາດດຶງດູດແຫຼ່ງກໍາລັງສາກົນເພື່ອຮັບໃຊ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

ໂດຍ: ເຈິ່ນຮວ່ຽນ