ໃນໄລຍະຕໍ່ສູ້ຕ້ານຝລັ່ງ, ເຂດທີ່ໝັ້ນລາວໂຄ, ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ, ແມ່ນບ່ອນເຄື່ອນໄຫວຂອງຄະນະຕະລຸມບອນລາວເໜືອ ແລະປະທານ ໄກສອນ ພົມວິຫານ ໃນຊຸມປີ 1948-1951, ແມ່ນບ່ອນສ້າງຕັ້ງຮາກຖານປະຕິວັດ ແລະຝຶກແອບການທະຫານໃຫ້ກຳລັງປະກອບອາວຸດຂອງລາວ ເພື່ອກັບເມືອສ້າງເຂດທີ່ໝັ້ນຢູ່ເມືອງວຽງໄຊ, ແຂວງຫົວພັນ.

ເຂດທີ່ໝັ້ນລາວໂຄ ປະຈຸບັນໄດ້ກາຍເປັນຮ່ອງຮອຍປະຫວັດສາດລະດັບຊາດພິເສດ (ເຂດຮ່ອງຮອຍປະຫວັດສາດປະຕິວັດຫວຽດນາມ-ລາວ), ເປັນສັນຍາລັກໃຫ້ແກ່ນ້ຳໃຈສາມັກຄີ, ມິດຕະພາບຫວຽດນາມ-ລາວ. ຢູ່ທີ່ນີ້, ໄດ້ເກັບຮັກສາວັດຖຸທີ່ມີຄ່າອັນໃຫຍ່ຫຼວງດ້ານປະຫວັດສາດ, ຄວາມຜູກພັນເລືອດເນື້ອ ແລະນ້ຳໃຈສາມັກຄີສູ້ຮົບທີ່ໝັ້ນແກ່ນລະຫວ່າງສອງປະເທດ ຫວຽດນາມ-ລາວ ເວົ້າລວມ, ປະຊາຊົນບັນດາເຜົ່າແຂວງເຊີນລາ ກັບແຂວງຫົວພັນເວົ້າສະເພາະໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ, ປົກປັກຮັກສາປະເທດຊາດ.

leftcenterrightdel
ເຂດຮ່ອງຮອຍປະຫວັດສາດລະດັບຊາດພິເສດເຂດຮ່ອງຮອຍປະຫວັດສາດປະຕິວັດຫວຽດນາມ-ລາວ ຢູ່ຕາແສງພຽງຄວາຍ, ເມືອງອຽນເຈົາ. ພາບ: ຫວຽດແອັງ

ເຂດຮ່ອງຮອຍປະຫວັດສາດໄດ້ສ້າງຂຶ້ນໃນເນື້ອທີ່ເກືອບ 50 ເຮັກຕາ, ລວມມີ: ເຂດຮ່ອງຮອຍເດີມແມ່ນເຂດພື້ນເຮືອນເກົ່າຂອງຄອບຄົວທ່ານ ຈ໊າງລາວໂຄ ແລະບັນດາຕູບຂອງຄະນະຕະລຸມບອນລາວເໜືອ; ອະນຸສາວະລີສັນຍາລັກມິດຕະພາບຫວຽດນາມ-ລາວ; ຫໍວາງສະແດງຮູບພາບ, ເອກະສານ, ວັດຖຸພັນສຳຄັນກ່ຽວກັບນ້ຳໃຈມິດຕະພາບຫວຽດນາມ-ລາວ; ບ່ອນຖະຫວາຍທູບທຽນອາໄລຫາປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ.

ດ້ວຍຄວາມໝາຍທາງປະຫວັດສາດທີ່ສຳຄັນ, ເຂດຮ່ອງຮອຍປະຫວັດສາດປະຕິວັດຫວຽດນາມ-ລາວ ໄດ້ກາຍເປັນບ່ອນທີ່ສຶກສາອົບຮົມມູນເຊື້ອຮັກຊາດ, ນ້ຳໃຈສາມັກຄີ, ມູນເຊື້ອປະຕິວັດໃຫ້ຄົນຮຸ່ນປະຈຸບັນ ແລະຄົນຮຸ່ນຕໍ່ໄປ, ປະກອບສ່ວນປັບປຸງການພົວພັນທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

leftcenterrightdel
ນັກສຶກສາລາວຮ່ຳຮຽນຢູ່ແຂວງເຊີນລາ ໄປທັດສະນະສຶກສາ, ຊອກຮູ້ປະຫວັດສາດຢູ່ເຂດ ຮ່ອງຮອຍ. ພາບ: ຫວຽດແອັງ

ປະຊາຊົນບ້ານລາວໂຄ 1 ຍາມໃດກໍ່ມີຄວາມເອກອ້າງທະນົງໃຈກ່ຽວກັບເຂດດິນແດນມູນເຊື້ອປະຕິວັດ, ເອກອ້າງທະນົງໃຈກ່ຽວກັບຄອບຄົວທ່ານ ຈ໊າງລາວໂຄ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະນ້ຳໃຈມິດຕະພາບລະຫວ່າງສອງຊາດ. ລັດຖະບານແຫ່ງ ສປປ ລາວ ໄດ້ມອບຫຼຽນໄຊອິດສະຫຼະໃຫ້ຄອບຄົວທ່ານ ຈ໊າງລາວໂຄ ແລະຫຼຽນໄຊຊັ້ນ 3 ໃຫ້ປະຊາຊົນບ້ານລາວໂຄ 1.

ບ້ານໃກ້ເຮືອນຄຽງທີ່ໃກ້ຊິດສະໜິດສະໜົມ

ເຊີນລາ ມີເສັ້ນຊາຍແດນຕິດຈອດກັບປະເທດເພື່ອນລາວ ກວ່າ 274 ກິໂລແມັດ, ໃນນັ້ນ, ເສັ້ນຊາຍແດນຕິດຈອດກັບແຂວງຫົວພັນແມ່ນກວ່າ 242 ກິໂລແມັດ; ສ່ວນຍັງເຫຼືອຕິດຈອດກັບແຂວງຫຼວງພະບາງ. ຈາກຄວາມຕິດພັນດ້ານພູມສາດ, ຄວາມຄ້າຍຄືກັນດ້ານເງື່ອນໄຂທຳມະຊາດ, ເຊີນລາ ແລະຫົວພັນ ມີຫຼາຍຈຸດຄ້າຍຄືກັນໃນການດຳລົງຊີວິດວັດທະນະທຳວັດຖຸ  ກໍ່ຄືຈິດໃຈຂອງປະຊາຊົນ, ໂດຍສະເພາະແມ່ນປະຊາຊົນຢູ່ເຂດຊາຍແດນ. ສະນັ້ນ, ແຕ່ດົນນານມາແລ້ວ, ປະຊາຊົນຢູ່ສອງຟາກຊາຍແດນໄດ້ມີການພົວພັນສະໜິດຕິດພັນ, ຮັບກັນເປັນເພື່ອນ, ມີຄວາມສະໜິດສະໜົມຄືຄົນບ້ານດຽວກັນ, ໄປມາຫາສູ່ຢ້ຽມຢາມຖາມຂ່າວ, ແລກປ່ຽນ, ຄ້າຂາຍນຳກັນຢ່່າງເປັນປະຈຳ.

leftcenterrightdel
ຄະນະຜູ້ແທນຂັ້ນສູງແຂວງຫົວພັນ ຢ້ຽມຢາມ, ອວຍພອນປີໃໝ່ປະຈຳຊາດ ປີມະໂລງ 2024 ຢູ່ແຂວງເຊີນລາ. ພາບ: ຫວຽດແອັງ

ກ່ອນທີ່ຈະມີພັກນຳພາ, ປະຊາຊົນສອງແຂວງຫົວພັນ, ເຊີນລາ ໄດ້ເພິ່ງພາອາໄສ, ຊ່ວຍເຫຼືອກັນໃນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ປົກປັກຮັກສາບ້ານໃກ້ເຮືອນຄຽງ. ນ້ຳໃຈສາມັກຄີສະໜິດຕິດພັນ, ການຮ່ວມສຳພັນສູ້ຮົບຍິ່ງພັດທະນາໃນຊຸມປີຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ຈັກກະພັດອາເມລິກາ (1945-1975) ຂອງປະຊາຊົນສອງແຂວງ. ເຊີນລາ ໄດ້ຕັ້ງໜ້າລຳລຽງໃຫ້ແກ່ການປະຕິວັດລາວ, ຄຽງບ່າຄຽງໄຫຼ່ພ້ອມກັບແຂວງຫົວພັນ ຕໍ່ສູ້, ດັບສູນ ແລະຍູ້ສັດຕູໃຫ້ຖອຍໄປ, ປົດປ່ອຍປະຊາຊົນ ແລະດິນແດນ, ເປີດກວ້າງເຂດທີ່ໝັ້ນປະຕິວັດ, ສ້າງຮາກຖານການເມືອງ ແລະກຳລັງປະກອບອາວຸດປະຊາຊົນ, ພັດທະນາການຜະລິດ, ເຮັດຫຼ້ອນພັນທະສາກົນອັນສູງສົ່ງກັບການປະຕິວັດລາວ, ປະກອບສ່ວນປັບປຸງ ແລະພັດທະນານ້ຳໃຈສາມັກຄີສູ້ຮົບ ແລະນ້ຳໃຈໄມຕີຈິດມິດຕະພາບແບບພິເສດຫວຽດນາມ-ລາວ.

leftcenterrightdel
ການພົບປະເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງແຂວງເຊີນລາ ແລະແຂວງຫົວພັນ. ພາບ: ຫວຽດແອັງ

ແຕ່ປີ 1975 ຈົນຮອດປະຈຸບັນ, ເມື່ອສອງປະເທດລາວ, ຫວຽດນາມ ມີເອກະລາດ ແລະສ້າງສາປະເທດຊາດ, ຫົວພັນ-ເຊີນລາ ໄດ້ຍູ້ແຮງການພົວພັນຮ່ວມມືຢ່າງບໍ່ຢຸດຢັ້ງ, ນຳການພົວພັນສອງແຂວງໃຫ້ພັດທະນາຂຶ້ນລະດັບສູງໃໝ່. ນັບແຕ່ການພົວພັນສາມັກຄີແບບພິເສດ, ການຮ່ວມສຳພັນສູ້ຮົບໃນການຕໍ່ຕ້ານໄດ້ໄປສູ່ການພົວພັນມິດຕະພາບ ແລະການຮ່ວມມືຮອບດ້ານ.

ປັບປຸງ, ເພີ່ມພູນຄູນສ້າງການພົວພັນແບບພິເສດ

ທ້າຍເດືອນເມສາ ຜ່ານມາ, ຄະນະຜູ້ແທນແຂວງເຊີນລາ ນຳໂດຍສະຫາຍ ຫງວຽນຫຶວດົງ, ກຳມະການຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະຜູ້ແທນສະຫາແຫ່ງຊາດແຂວງເຊີນລາ ໄດ້ໄປຢ້ຽມຢາມ, ພົບປະເຈລະຈາກັບການນຳແຂວງຫົວພັນ. ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງແຂວງເຊີນລາ ມາຢ້ຽມຢາມ ແລະເຮັດວຽກ, ສະຫາຍ ຄຳແພງ ໄຊສົມແພງ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ ຢັ້ງຢືນວ່າ ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນ, ປະກອບສ່ວນປັບປຸງ, ເຮັດໃຫ້ ການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນສອງແຂວງ ໃຫ້ນັບມື້ຮັດແໜ້ນ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ການນຳແຂວງເຊີນລາ ແລະແຂວງຫົວພັນ ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືໄລຍະ 2024-2026. ພາບ: ຫວຽດແອັງ

ໃນການຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫົນພັນ ຄັ້ງນີ້, ບັນຫາສຳຄັນທີ່ການນຳສອງແຂວງໄດ້ເອົາໃຈໃສ່ແມ່ນເນື້ອໃນຮ່ວມມືຮອບດ້ານໃນທຸກຂົງເຂດໃນໄລຍະຈະມາເຖິງ, ເພື່ອແນໃສ່ນຳການພົວພັນລະຫວ່າງເຊີນລາ ແລະບັນດາແຂວງພາກເໜືອລາວ ຂຶ້ນສູ່ລະດັບສູງໃໝ່. ການນຳສອງແຂວງໄດ້ເຫັນດີເປັນເອກະພາບ, ລົງນາມໃນບົດບັນທຶກວ່າດ້ວຍການຮ່ວມມືໄລຍະ 2024-2026, ໂດຍສຸມໃສ່ເນື້ອໃນ: ສືບຕໍ່ສົມທົບໂຄສະນາເຜີຍແຜ່ຢ່າງເລິກເຊິ່ງ, ກວ້າງຂວາງໃຫ້ພະນັກງານ, ນັກຮົບ ແລະປະຊາຊົນແຕ່ລະຝ່າຍກ່ຽວກັບມູນເຊື້ອສາມັກຄີມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ເວົ້າລວມ, ລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ ເວົ້າສະເພາະ. ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນຂອງສອງຝ່າຍ ຢ້ຽມຢາມສັນຖະວະໄມຕີ, ເຮັດວຽກ ແລະແລກປ່ຽນບົດຮຽນໃນທຸກຂົງເຂດ; ຮັກສາລະບອບແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນແກ້ໄຂບັນດາບັນຫາເກີດຂຶ້ນຢ່າງເປັນປົກກະຕິ.

ໂດຍ: ແສງເດືອນ