ການປະຕິບັດງານແມ່ນການເຄື່ອນໄຫວພົວພັນຕ່າງປະເທດຫຼາຍຝ່າຍຄັ້ງທຳອິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ທີ່ເວທີປາໄສສາກົນໃຫຍ່ທີ່ສຸດທີ່ມີຄວາມສຳຄັນແຖວໜ້າຂອງໂລກ; ດຳເນີນກົງກັບໂອກາດທີ່ຫວຽດນາມ ແລະອາເມລິກາ ສະເຫຼີມສະຫຼອງ 1 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ, ມຸ່ງໄປເຖິງສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

ພາຍຫຼັງເກືອບ 79 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ມາຮອດປະຈຸບັນ, ສປຊ ໄດ້ກາຍເປັນອົງການຈັດຕັ້ງທົ່ວໂລກທີ່ກວ້າງຂວາງທີ່ສຸດໂດຍມີການເຂົ້າຮ່ວມຂອງບັນດາປະເທດເອກະລາດເກືອບທັງໝົດໃນໂລກ. ບົດບາດ ແລະການເຄື່ອນໄຫວຂອງ ສປຊ ໄດ້ຮັບການເປີດກວ້າງໃນທຸກດ້ານ, ມານະພະຍາຍາມມຸ່ງໄປເຖິງການປະຕິບັດບັນດາຄະຕິທຳ, ເປົ້າໝາຍທີ່ໄດ້ວາງອອກ, ຜ່ານນັ້ນນຳການເຄື່ອນໄຫວທີ່ຕັ້ງໜ້າ ແລະໃຫຍ່ຫຼວງມາໃຫ້ຊີວິດສາກົນ ແລະແຕ່ລະປະເທດ. ໃນສະພາບການໂລກສືບຕໍ່ຜັນແປຢ່າງສັບສົນ, ສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມສຸດຍອດອະນາຄົດດ້ວຍຫົວຂໍ້ “ມາດຕະການຫຼາຍຝ່າຍ ເພື່ອອະນາຄົດທີ່ດີງາມກວ່າເກົ່າ” ແລະວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຊຸດທີ 79 ດ້ວຍຫົວຂໍ້ວ່າ “ບໍ່ມີໃຜຖືກຄ້າງໄວ້ຢູ່ເບື້ອງຫຼັງ: ພ້ອມກັນກະທໍາເພື່ອຊຸກຍູ້ສັນຕິພາບ, ການພັດທະນາແບບຍືນຍົງ ແລະກຽດສັກສີຂອງມະນຸດໃຫ້ຄົນລຸ້ນປະຈຸບັນ ແລະໃນອະນາຄົດ” ເພື່ອແນໃສ່ເຫັນດີເປັນເອກະພາບຕໍ່ບັນດາມາດຕະການທົ່ວໂລກເພື່ອຮັບມືກັບບັນດາສິ່ງທ້າທາຍໃນອະນາຄົດກໍ່ຄືບັນຫາອັນຮີບດ່ວນຢູ່ໂລກໃນປະຈຸບັນ.

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະພັນລະຍາ. ພາບ: qdnd.vn

ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດຂອງສປຊ, ກ່ອນອື່ນໝົດແມ່ນຢືນຢັນເຖິງການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ ແລະປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງຫວຽດນາມ ໃນການເຄື່ອນໄຫວລວມຂອງ ສປຊ; ປະກອບສ່ວນຢັ້ງຢືນ, ຍົກສູງຖານະບົດບາດສາກົນຂອງຫວຽດນາມ, ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບຄວາມເຄົາລົບກົດໝາຍສາກົນ ແລະກົດບັດ ສປຊ. ຜ່ານການປະກອບສ່ວນທີ່ກອງປະຊຸມ ແລະບັນດາການເຄື່ອນໄຫວພົບປະສອງຝ່າຍຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດໃນການປະຕິບັດງານ ກໍ່ຈະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບ ສປຊ, ກັບບັນດາຄູ່ຮ່ວມມື, ເພື່ອນມິດສາກົນສືບຕໍ່ເຂົ້າສູ່ລວງເລິກ, ມີປະສິດທິຜົນ.

ໃນສານທາງວີດີໂອທີ່ສົ່ງໄປເຖິງເຫດການ “ຄໍາຮຽກຮ້ອງທົ່ວໂລກກ່ຽວກັບກອງປະຊຸມສຸດຍອດອະນາຄົດ”, ວັນທີ 12 ກັນຍາ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຄາດວ່າກອງປະຊຸມຄັ້ງປະຫວັດສາດນີ້ຈະນຳເອົາແນວຄິດໃໝ່, ວິທີໃໝ່ມາໃຫ້ອະນາຄົດຂອງໂລກ; ແມ່ນກາລະໂອກາດເພື່ອໃຫ້ ສປຊ ແລະລັດທິຫຼາຍຝ່າຍຢັ້ງຢືນບັນດາຄຸນຄ່າທີ່ບໍ່ສາມາດປ່ຽນແທນໄດ້ຕໍ່ໜ້າສິ່ງທ້າທາຍອັນໃຫຍ່ຫຼວງຂອງຍຸກສະໄໝ.

ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ພົ້ນເດັ່ນແມ່ນສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງເນື່ອງໃນໂອກາດທ່ານປະທານາທິບໍດີ Joe Bidenມາຢ້ຽມຢາມຫວຽດນາມ ໃນເດືອນ ກັນຍາ ປີ 2023. ທີ່ການພົບປະເຈລະຈາຕ່າງໆ, ການນຳສອງປະເທດໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະການພົບປະໃນທຸກຊ່ອງທາງ, ທຸກຂັ້ນ, ພິເສດແມ່ນຂັ້ນສູງ. ສອງຝ່າຍພວມມານະພະຍາຍາມຜັນຂະຫຍາຍ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງປະເທດ, ໃນນັ້ນສຸມໃສ່ເຂົ້າເສດຖະກິດ, ການຄ້າ, ການລົງທຶນ, ຖືວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງແມ່ນບັນດາຂົງເຂດຮ່ວມມືບຸກທະລຸ... ປະຈຸບັນ ອາເມລິກາ ຍັງຄົງແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ; ໃນຂະນະທີ່ ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 8, ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຢູ່ພາກພື້ນອາຊຽນ ແລະແມ່ນຕະຫຼາດນຳເຂົ້າສິນຄ້າໃຫຍ່ທີ 6 ຂອງອາເມລິກາ. ການພົວພັນຮ່ວມມືລະຫວ່າງສອງປະເທດຍັງສືບຕໍ່ໄດ້ຮັບການຍູ້ແຮງໃນຫຼາຍຂົງເຂດ, ຄື: ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພົ້ນເດັ່ນແມ່ນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ; ການຮ່ວມມືດ້ານການສຶກສາ; ການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

ດ້ວຍໝາກຜົນ ແລະຄວາມສາມາດບົ່ມຊ້ອນຂອງການຮ່ວມມື, ການໄປປະຕິບັດງານຢູ່ສະຫະລັດອາເມລິກາ ຄັ້ງນີ້ຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະແດງໃຫ້ເຫັນວິໄສທັດອັນຍາວນານຂອງການນຳຂັ້ນສູງ ແລະແຜນນະໂຍບາຍຂອງພັກ, ລັດຫວຽດນາມ ໃນການພົວພັນກັບອາເມລິກາ.

ປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະຄະນະຈະມີການປະຕິບັດງານປະສົບຜົນສຳເລັດ, ໄດ້ຮັບຜົນງານຫຼາຍຢ່າງຢູ່ອາເມລິກາ, ຜ່ານນັ້ນສືບຕໍ່ຢືນຢັນແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງກັບສາກົນຂອງຫວຽດນາມ; ເປີດກວ້າງການຮ່ວມມືສາກົນ ແລະເຮັດການພົວພັນກັບ ສປຊ, ອາເມລິກາ ແລະບັນດາຄູ່ຮ່ວມມືເລິກເຊິ່ງກວ່າອີກ; ຍົກສູງບົດບາດ, ທີ່ຕັ້ງ ແລະການປະກອບສ່ວນຢ່າງແທດຈິງເຂົ້າໄລຍະພັດທະນາຂອງປະເທດໃນອະນາຄົດ.

ໂດຍ: ຈາງຫງວຽນ