ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ, ພ້ອມກັນນັ້ນ ລາວ ແລະ ກຳປູເຈຍ ກໍ່ແມ່ນສອງປະເທດທຳອິດທີ່ທ່ານປະທານປະເທດ ໂຕເລິມ ມາຢ້ຽມຢາມນັບແຕ່ດຳລົງຕຳແໜ່ງໃໝ່. ສິ່ງດັ່ງກ່າວສືບຕໍ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດສູງແກ່ການພົວພັນກັບລາວ ແລະກຳປູເຈຍ. ປະຫວັດສາດໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງຄວາມສາມັກຄີ, ມິດຕະພາບ, ການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງຫວຽດນາມ - ລາວ - ກຳປູເຈຍ ເພື່ອຊາຕາກຳຂອງແຕ່ລະປະເທດ. ສາມປະເທດພວກເຮົາແມ່ນບ້ານໃກ້ເຮືອນຄຽງທີ່ໃກ້ຊິດ, ຕັ້ງຢູ່ແຫຼມອິນດູຈີນ, ມີພູເຂົາ, ແມ່ນໍ້າລຳເຊຕິດຈອດກັນ, ແລະມີສາຍພົວພັນສະໜິດຕິດພັນມາແຕ່ດົນນານ. ນັບແຕ່ມີການກຳເນີດ ແລະນຳພາຂອງພັກກອມມູນິດອິນດູຈີນ,  ຕໍ່ມາແມ່ນພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະພັກປະຊາຊົນກຳປູເຈຍ, ການພົວພັນນັ້ນນັບມື້ນັບພັດທະນາ ແລະຍົກສູງກ່ຽວກັບຄຸນນະພາບ. ມູນເຊື້ອປະຫວັດສາດແຫ່ງຄວາມສາມັກຄີ, ຄວາມສະໜິດຕິດພັນໄດ້ສ້າງກຳລັງແຮງທັງດ້ານຈິດໃຈ ແລະວັດຖຸໃຫ້ສາມປະເທດ “ຄຽງບ່າຄຽງໄຫຼ່” ໃນການຕໍ່ສູ້ຕ້ານສັດຕູລວມໃນເມື່ອກ່ອນ ແລະໃນການສ້າງສາ, ພັດທະນາປະເທດໃນປະຈຸບັນ.

leftcenterrightdel
ທ່ານ ໂຕເລິມ ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ຫວນຄືນມູນເຊື້ອສາຍພົວພັນຫວຽດນາມ - ລາວ, ຕ້ອງຢັ້ງຢືນວ່າສອງປະເທດພວກເຮົາແມ່ນອ້າຍນ້ອງ, ສະຫາຍ, ເພື່ອນມິດທີ່ສັດຊື່ບໍລິສຸດຂອງກັນ, ຍາມໃດກໍ່ຮ່ວມແຮງຮ່ວມໃຈແບ່ງທຸກແບ່ງສຸກໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ເສລີພາບຂອງປະເທດໃນເມື່ອກ່ອນກໍ່ຄືໃນໄລຍະປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ສອງປະເທດຫວຽດນາມ - ລາວ ໄດ້ພ້ອມກັນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ “ເລິກກວ່າແມ່ນ້ຳຮົ່ງຮ່າ ແລະແມ່ນ້ຳຂອງ”, “ໝັ້ນຄົງຖະໜົງແກ່ນຍິ່ງຍິ່ງກວ່າພູເຂົາ, ຍິ່ງກວ່າແມ່ນ້ຳ”, “ລ້ຳຄ່າກວ່າເພດປະເສີດທີ່ສຸດ”. ພວກຂ້າພະເຈົ້າລ້ວນແຕ່ມີສິດພາກພູມໃຈຕໍ່ສາຍພົວພັນອັນເລິກເຊິ່ງ, ສູງສົ່ງ, ໝັ້ນຄົງ, ສັດຊື່ບໍລິສຸດ, ທີ່ຫາຍາກໃນປະຫວັດສາດຂອງການພົວພັນສາກົນ, ໂດຍປະທານ ໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ສ້າງຕັ້ງ, ໄດ້ຮັບການກໍ່ສ້າງ, ຮັກສາ, ເພີ່ມພູນຄູນສ້າງດ້ວຍກຳລັງເຫື່ອແຮງ, ເລືອດເນື້ອຂອງທະຫານ ແລະປະຊາຊົນສອງປະເທດຫຼາຍລຸ້ນຄົນ. ການພົວພັນນັ້ນໄດ້ກາຍເປັນຊັບສິນອັນລ້ຳຄ່າ, ແມ່ນກົດເກນພາວະວິໄສ, ແມ່ນປັດໄຈທີ່ມີຄວາມໝາຍເປັນຕາຍຂອງແຕ່ລະພັກ, ແຕ່ລະປະເທດ, ເປັນພື້ນຖານເພື່ອໃຫ້ຫວຽດນາມ ແລະລາວ ພ້ອມກັນເສີມຂະຫຍາຍໃນບັນດາໄລຍະປະຫວັດສາດຕໍ່ໄປ.

ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງດ້ວຍກຳລັງເຫື່ອແຮງ, ເລືອດເນື້ອຂອງປະຊາຊົນສອງປະເທດຫຼາຍລຸ້ນຄົນ. ຄວາມສາມັກຄີຕໍ່ສູ້ລະຫວ່າງຫວຽດນາມ ແລະກຳປູເຈຍ ໃນຊຸມເດືອນປີແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນ ແລະຈັກກະພັດ ໂດຍປະທານ ໂຮ່ຈີມິນ ແລະບັນດາຜູ້ນຳຂະບວນການປົດປ່ອຍຊາດກຳປູເຈຍ ກໍ່ຕັ້ງໄດ້ສ້າງເປັນກຳລັງແຮງອັນໃຫຍ່ຫຼວງໃຫ້ກອງທັບ ແລະປະຊາຊົນສອງປະເທດປະຕິບັດເປົ້າໝາຍຍາດເອົາເອກະລາດ, ເສລີພາບ, ພ້ອມກັນຍາດເອົາໄຊຊະນະປະຫວັດສາດໃນລະດູບານໃໝ່ ປີ 1975 ພ້ອມທັງກູ້ປະຊາຊົນກຳປູເຈຍ ໃຫ້ພົ້ນຈາກໄພພິບັດດັບສູນເຊື້ອຊາດ, ສະກັດກັ້ນບໍ່ໃຫ້ລະບອບດັບສູນເຊື້ອຊາດກັບຕ່າວຄືນມາ ແລະຟື້ນຟູປະເທດກໍາປູເຈຍ ຄືນໃໝ່. ນັບແຕ່ສັນຍາສັນຕິພາບປາຣີ ປີ 1991 ແລະການເລືອກຕັ້ງທົ່ວປະເທດຂອງກຳປູເຈຍ ປີ 1993, ການພົວພັນຫວຽດນາມ - ກໍາປູເຈຍ ໄດ້ກ້າວເຂົ້າສູ່ໄລຍະໃໝ່, ເໝາະສົມກັບສະພາບການຂອງແຕ່ລະປະເທດ ແລະສະພາບການສາກົນ. ອາດເວົ້າໄດ້ວ່າ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍບໍ່ຈັກວ່າເທົ່າໃດດ້ວຍການຜັນແປຂອງປະຫວັດສາດ, ຄວາມສາມັກຄີ, ມິດຕະພາບຫວຽດນາມ - ກໍາປູເຈຍ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ, ກາຍເປັນຊັບສົມບັດອັນສັກສິດ ແລະໝັ້ນຄົງຂອງສອງປະເທດ.

ບົນພື້ນຖານການພົວພັນບ້ານໃກ້ເຮືອນຄຽງມິດຕະພາບຫວຽດນາມ - ລາວ - ກໍາປູເຈຍ, ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ໂຕເລິມ ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງກໍາລັງໜູນນໍາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ແລະສາຍພົວພັນບ້ານໃກ້ເຮືອນຄຽງອັນດີງາມ, ຄວາມມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍາວນານ ຫວຽດນາມ - ກໍາປູເຈຍ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ພ້ອມທັງປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເຮັດໃຫ້ຄວາມສາມັກຄີ, ສະໜິດຕິດພັນຫວຽດນາມ - ລາວ - ກໍາປູເຈຍ ໃຫ້ເລິກເຊິ່ງກວ່າອີກ.

ໂດຍ: ຈາງຫງວຽນ