ນີ້ແມ່ນການຢ້ຽມຢາມ ສ.ເກົາຫຼີ ຄັ້ງທຳອິດຂອງການນຳຂັ້ນສູງຫວຽດນາມ ນັບແຕ່ສອງປະເທດຍົກລະດັບການພົວພັນທາງການທູດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022 ແລະກໍ່ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ນັບແຕ່ຮັບດໍາລົງຕຳແໜ່ງເປັນຜູ້ນຳລັດຖະບານຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ແລະພັນລະຍາ ໄດ້ໄປຢ້ຽມຢາມປະເທດ ສ.ເກົາຫຼີ ທີ່ສວຍສົດງົດງາມ ແລະພວມພັດທະນາໃນສະພາບການທີ່ອໍານາດການປົກຄອງຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ສືບຕໍ່ເພີ່ມທະວີບົດບາດ ແລະທີ່ຕັ້ງຂອງ ສ.ເກົາຫຼີ ໃນເວທີສາກົນໂດຍຜ່ານນະໂຍບາຍແຫ່ງຊາດວ່າດ້ວຍຈຸດສຸມທົ່ວໂລກ (GPS), ພ້ອມທັງຜັນຂະຫຍາຍຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ ແລະຂໍ້ລິເລີ່ມຄວາມສາມັກຄີ ອາຊຽນ-ສ.ເກົາຫຼີ. ພິເສດ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ ສືບຕໍ່ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະນັບມື້ນັບເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ, ເປັນຕົ້ນແມ່ນພາຍຫຼັງສອງປະເທດຍົກລະດັບການພົວພັນທາງການທູດເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2022.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ພົບປະກັບທ່ານນາຍົກລັດຖະມົນຕີ Han Duck ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 54 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ Davos, ປະເທດສະວິດ, ໃນຕອນບ່າຍວັນທີ 16 ມັງກອນ. ພາບ: ກະຊວງການຕ່າງປະເທດ

ອໍານາດການປົກຄອງຂອງທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ຖືວ່າ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນໃນນະໂຍບາຍການພົວພັນຕ່າງປະເທດຂອງ ສ.ເກົາຫຼີ ແລະແມ່ນຈຸດສຸມໃນການຜັນຂະຫຍາຍຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ, ຂໍ້ລິເລີ່ມຄວາມສາມັກຄີ ອາຊຽນ-ສ.ເກົາຫຼີ ຢູ່ພາກພື້ນ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ, ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໄດ້ຮັບການຜັນຂະຫຍາຍເປັນປະຈຳ; ສອງປະເທດຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສພາກພື້ນ ແລະສາກົນ.

ເມື່ອເວົ້າເຖິງການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ, ຕ້ອງເວົ້າເຖິງການຮ່ວມມືໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນລະຫວ່າງສອງປະເທດ. ມາຮອດປະຈຸບັນ, ສ.ເກົາຫຼີ ສືບຕໍ່ຮັກສາທີ່ຕັ້ງເປັນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ, ແມ່ນນັກລົງທຶນໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນບັນລຸ 86 ຕື້ໂດລາສະຫະລັດ (ສະສົມຮອດເດືອນ ເມສາ 2024), ຄູ່ຮ່ວມມືໃຫຍ່ອັນດັບທີ 2 ກ່ຽວກັບການ ຮ່ວມມືພັດທະນາ (ODA), ທີ 3 ກ່ຽວກັບການຮ່ວມມືດ້ານແຮງງານ, ການຄ້າ. ການພົວພັນຮ່ວມມືທີ່ສະໜິດສະໜົມລະຫວ່າງສອງປະເທດພິສູດໃຫ້ເຫັນຜ່ານເລື່ອງສ.ເກົາຫຼີ ແມ່ນຕະຫຼາດສະໜອງນັກທ່ອງທ່ຽວໃຫຍ່ທີ່ສຸດຂອງຫວຽດນາມ ໃນປີ 2023.

ພ້ອມກັນນັ້ນ, ການຮ່ວມມືໃນຂົງເຂດອື່ນໆ, ຄື: ວັດທະນະທໍາ, ການສຶກສາ, ແຮງງານ, ສາທາລະນະສຸກ, ການພົບປະແລກປ່ຽນປະຊາຊົນ, ທ້ອງຖິ່ນລະຫວ່າງຫວຽດນາມ-ສ.ເກົາຫຼີ ໄດ້ ແລະພວມໄດ້ຮັບການຊຸກຍູ້ຢ່າງແຮງ. ປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ປະມານ 270.000 ຄົນ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກອໍານາດການປົກຄອງສ.ເກົາຫຼີ, ສ້າງເງື່ອນໄຂເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງສອງປະເທດ.

ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ມີຄວາມໝາຍສຳຄັນ, ແນໃສ່ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ, ມະຕິເລກທີ 34-NQ/TW ຂອງກົມການເມືອງ. ພ້ອມກັນນັ້ນ, ຜ່ານການຢ້ຽມຢາມ, ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກຊຸກຍູ້, ຜັນຂະຫຍາຍຢ່າງແທດຈິງ, ຮອບດ້ານດ້ວຍຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງສູງກວ່າການພົວພັນກັບ ສ.ເກົາຫຼີ, ໃນນັ້ນມີ ການຫັນການໂຄງການດໍາເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສ.ເກົາຫຼີ ເປັນລະອຽດ ແລະປະຕິບັດການຊີ້ນໍາຂອງກົມການເມືອງກ່ຽວກັບການຜັນຂະຫຍາຍແຜນຮ່າງພັດທະນາການພົວພັນ ຫວຽດນາມ-ສ.ເກົາຫຼີ ຮອດປີ 2030.

ນີ້ກໍ່ແມ່ນໂອກາດເພື່ອຊຸກຍູ້ການຜັນຂະຫຍາຍຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ, ສຸມໃສ່ຂົງເຂດຕ່າງໆ, ຄື: ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຮ່ວມມືດ້ານແຮງງານ, ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນ, ວິທະຍາສາດ-ເຕັກໂນໂລຢີ, ສາທາລະນະສຸກ, ການສຶກສາ, ການຮ່ວມມືຫຼາຍຝ່າຍ... ກໍ່ຄືບັນດາຂົງເຂດທີ່ ສ.ເກົາຫຼີ ມີທ່າແຮງ ແລະຫວຽດນາມ ມີຄວາມຕ້ອງການ, ຄື: ເຄິ່ງຊັກ ນຳໄຟຟ້າ, ອຸດສາຫະກຳໜູນຊ່ວຍ, ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການຮ່ວມມືດ້ານແຮງງານ; ອຸດສາຫະກໍາວັດທະນະທໍາ ແລະການຮ່ວມມືດ້ານທ່ອງທ່ຽວ. ຜ່ານການພົບປະ, ແລກປ່ຽນລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ແລະທ່ານນາຍົກລັດຖະມົນຕີ Han Duck Soo ແລະການນຳຂອງປະເທດເຈົ້າພາບ, ຍັງປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນບັນຫາພາກພື້ນ ແລະສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ດໍາເນີນກົງກັບຈຸດເວລາທີ່ການພົວພັນທາງການທູດລະຫວ່າງ ຫວຽດນາມ-ສ.ເກົາຫຼີ ພວມພັດທະນາຢ່າງຕັ້ງໜ້າ, ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄດ້ນຳມາເຊິ່ງຄວາມເຊື່ອໝັ້ນ ແລະຄວາມມຸ່ງຫວັງອັນໃຫຍ່ຫຼວງກ່ຽວກັບການສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການຮ່ວມມືຫຼາຍດ້ານເລິກເຊິ່ງກວ່າ, ນໍາການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ແທດຈິງ ແລະປະສິດທິຜົນກວ່າ.

ໂດຍ: ເຈິ່ນຮວ່ຽນ