ກອງປະຊຸມຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກໄດ້ດຳເນີນໄປໃນສະພາບການໂລກມີການຜັນແປທີ່ຄາດຄະເນໄດ້ຍາກ. ຫຼາຍປັດໄຈຈາກສະພາບການໂລກໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງການຜັນຂະຫຍາຍປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມພາຍໃນປະເທດ. ເຖິງຢ່າງໃດກໍ່ຕາມ, ດ້ວຍຄຸນທາດ ແລະປັນຍາປະຈັນບານທີ່ໄດ້ຫຼໍ່ຫຼອມຜ່ານພຶດຕິກໍາຕົວຈິງແຫ່ງການນຳພາການປະຕິວັດເກືອບ 95 ປີຂອງພັກ, ເຊິ່ງສຸມໃສ່ຢູ່ຄະນະບໍລິຫານງານສູນກາງ, ກົມການເມືອງ, ຄະນະເລຂາທິການ, ປະເທດເຮົາໄດ້ມີບາດກ້າວພັດທະນາຢ່າງໜ້າຮັບຮູ້, ແລະໄດ້ຮັບການຕີລາຄາສູງຈາກໂລກ. ນັ້ນແມ່ນພື້ນຖານເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບປັບປຸງຄວາມໄວ້ເນື້ອເຊື່ອໃຈອັນໝັ້ນແກ່ນ, ສາມັກຄີສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ.

leftcenterrightdel
ວາລະອັດກອງປະຊຸມຄັ້ງທີ 9 ຄະນະບໍລິຫານງານສູນກາງພັກຊຸດທີ XIII. ພາບ: ສໍານັກຂ່າວສານຫວຽດນາມ

ເວລາດຳເນີນກອງປະຊຸມຄັ້ງນີ້ບໍ່ຍາວ, ແຕ່ຄະນະບໍລິຫານງານສູນກາງຕ້ອງແກ້ໄຂຫຼາຍວຽກງານ, ໜ້າທີ່ແຕກຕ່າງກັນ, ທັງໄລຍະຍາວ ແລະໃນຕໍ່ໜ້າ, ຫຼາຍບັນຫາມີຄວາມສະດຸ້ງໄວ. ດ້ວຍການກະກຽມຢ່າງລະອຽດຂອງບົນດາອົງການກ່ຽວຂ້ອງ, ດ້ວຍຄວາມຮັບຜິດຊອບສູງຂອງຜູ້ແທນແຕ່ລະຄົນ, ໝາກຜົນຂອງກອງປະຊຸມຍິ່ງສະແດງໃຫ້ເຫັນຄຸນທາດ, ພູມປັນຍາຂອງພັກ - ພັກການເມືອງເຊິ່ງເປົ້າໝາຍສູງສຸດ ແລະໜຶ່ງດຽວ ແມ່ນເພື່ອປະຊາຊົນ, ເພື່ອຜົນປະໂຫຍດຂອງປະເທດ ແລະຊາດ.

ພວກເຮົາຮູ້ສຶກດີໃຈຕໍ່ໝາກຜົນຂອງກອງປະຊຸມສູນກາງຄັ້ງນີ້ປານໃດ, ຍິ່ງເຫັນແຈ້ງຄວາມຮັບຜິດຊອບຕໍ່ແຕ່ລະວຽກງານ ແລະໜ້າທີ່ອັນໃຫຍ່ຫຼວງ ປານນັ້ນ. ເພາະວ່າກຳລັງແຮງຂອງພັກ ແລະພູມປັນຍາຂອງພັກແມ່ນການເຕົ້າໂຮມກຳລັງແຮງ ແລະປັນຍາຂອງພະນັກງານ ແລະສະມາຊິກພັກແຕ່ລະຄົນ; ແມ່ນຄວາມເຫັນດີເຫັນພ້ອມ, ເປັນຈິດໜຶ່ງໃຈດຽວຂອງປະຊາຊົນທຸກຊັ້ນວັນນະ. ພຶດຕິກໍາຕົວຈິງແຫ່ງການນຳພາການປະຕິວັດຂອງພັກໄດ້ພິສູດໃຫ້ເຫັນວ່າ, ຄຽງຄູ່ກັບການກໍ່ສ້າງແຜນນະໂຍບາຍ, ແນວທາງຕ້ອງເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ບຳລຸງສ້າງ ແລະບຳລຸງຖັນແຖວພະນັກງານ. ແນວທາງຖືກຕ້ອງແຕ່ຂາດຖັນແຖວ ພະນັກງານທີ່ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດນັ້ນ ຈະບໍ່ສາມາດນຳມາເຊິ່ງປະສິດທິຜົນສູງໃນພຶດຕິກໍາຕົວຈິງໄດ້, ດັ່ງທີ່ປະທານ ໂຮ່ຈີມິນ ໄດ້ສອນວ່າ: “ພະນັກງານແມ່ນ ກົກເຄົ້າຂອງທຸກວຽກງານ”.

ວາງແຜນແນວທາງ ແລະຊັບຊ້ອນ ແລະບູລະນະກົງຈັກນຳພາໃຫ້ສົມບູນແບບແມ່ນສອງໜ້າທີ່ຫຼັກແຫຼ່ງ, ມີສາຍພົວພັນສັດຈະວິພາກຢ່າງແໜ້ນແຟ້ນ ກັນໃນວິວັດການນຳພາຂອງພັກ. ຍ້ອນແກ້ໄຂສາຍພົວພັນສັດຈະວິພາກ ນັ້ນເປັນຢ່າງດີ ສະນັ້ນ ບໍ່ວ່າຈະຢູ່ໃນສະພາບການໃດ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກໃດ, ພັກເຮົາຍາມໃດກໍ່ສາມາດຊີ້ນຳນຳພາການປະຕິວັດຫວຽດນາມ ໄປເຖິງໄຊຊະນະໄດ້ຢ່າງໝັ້ນຄົງ. ໝາກຜົນຂອງກອງປະຊຸມຄັ້ງທີ 9, ຄະນະບໍລິຫານງານສູນກາງພັກຊຸດທີ XIII ຍິ່ງປັບປຸງຄວາມໄວ້ເນື້ອເຊື່ອໃຈອັນ ໝັ້ນແກ່ນຂອງປະຊາຊົນຕໍ່ພັກ. ຍ້ອນເຫດນັ້ນ, ຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກແຕ່ລະຄົນ,  ແຕ່ລະອົງການຈັດຕັ້ງພັກ ແມ່ນຕ້ອງເປັນເຈົ້າການຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມ ແລະຜັນຂະຫຍາຍ ບັນດານະໂຍບາຍ ເຊິ່ງຄະນະບໍລິຫານງານສູນກາງໄດ້ລົງຄະແນນສຽງຮັບຮອງເອົາໃນກອງປະຊຸມຄັ້ງນີ້ຢ່າງ ຄົບຖ້ວນ, ຮອບດ້ານ, ປະດິດສ້າງ.

ຄວາມໄວ້ເນື້ອເຊື່ອໃຈ ແລະຈົ່ງຮັກພັກດີຕໍ່ພັກ ຕ້ອງໄດ້ຮັບການພິສູດດ້ວຍຄຸນນະພາບ ແລະປະສິດທິຜົນຂອງການປະຕິບັດໜ້າທີ່. ສະນັ້ນ, ພະນັກງານ, ສະມາຊິກພັກແຕ່ລະຄົນ, ແຕ່ລະອົງການຈັດຕັ້ງພັກ ຕ້ອງຫັນແຜນນະໂຍບາຍ, ນະໂຍບາຍຂອງພັກໃຫ້ກາຍເປັນກຳລັງແຮງດ້ານວັດຖຸອັນອຸດົມສົມບູນ ນຳມາເຊິ່ງຄວາມ ຜາສຸກ, ອີ່ມໜຳສຳລານໃຫ້ແກ່ປະຊາຊົນ. ທຸກໆແນວຄິດ, ການກະທຳ, ວຽກງານຂອງພະນັກງານ ແລະ ສະມາຊິກພັກແຕ່ລະຄົນຕ້ອງມຸ່ງໄປສູ່ເປົ້າໝາຍໜຶ່ງດຽວ: ເພື່ອປະຊາຊົນ. ນັ້ນກໍ່ແມ່ນເນື້ອໃນຈິດໃຈຫຼັກຂອງກອງປະຊຸມສູນກາງຄັ້ງນີ້ທີ່ສົ່ງເຖິງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ.

ກອງທັບປະຊາຊົນຫວຽດນາມ ໂດຍພັກ ແລະປະທານ ໂຮ່ຈີມິນ ສຶກສາ, ນຳພາ ແລະຫຼໍ່ຫຼອມ. ໃນຕະຫຼອດ 80 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກ, ກອງທັບຂອງເຮົາຍາມໃດກໍ່ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະປະຊາຊົນ, ປະຕິບັດສຳເລັດໜ້າທີ່ການເມືອງເປັນຢ່າງດີ, ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສະພາບແວດລ້ອມ ສັນຕິພາບ ເພື່ອໃຫ້ປະເທດພັດທະນາ. ສືບທອດ ແລະເສີມຂະຫຍາຍມູນເຊື້ອກອງທັບວິລະຊົນຂອງຊາດວິລະຊົນ, ທົ່ວກອງທັບສືບຕໍ່ແຂ່ງຂັນ, ມານະພະຍາຍາມສູ້ຊົນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີຄຸນນະພາບ ແລະມີປະສິດທິຜົນ. ຄຸນນະພາບ ແລະປະສິດທິຜົນຂອງການປະຕິບັດມະຕິແມ່ນດອກໄມ້ທີ່ຫອມຫວນ ເພື່ອໃຫ້ທົ່ວກອງທັບສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງກອງທັບວິລະຊົນ.

ໂດຍ: ທະນາພອນ