ເບລາຣຸດ ເປັນປະເທດທີ່ມີກຳລັງບົ່ມຊ້ອນທາງດ້ານອຸດສາຫະກຳ, ກະສິກຳ, ວິທະຍາສາດ, ການສຶກສາ ແລະປ້ອງກັນຊາດ, ຢືນຢູ່ອັນດັບທີ 3 ໃນບັນດາປະເທດສາທາລະນະລັດສັງກັດໂຊວຽດ ໃນເມື່ອກ່ອນ.
ຫວຽດນາມ ແລະເບລາຣຸດ ໄດ້ສືບທອດສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານອັນດີງາມລະຫວ່າງຫວຽດນາມ ແລະໂຊວຽດ ໃນເມື່ອກ່ອນ. ສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 24 ມັງກອນ 1992. ຜ່ານຫຼາຍທົດສະວັດ, ການພົວພັນມິດຕະພາບ, ຄວາມສາມັກຄີ ແລະການຮ່ວມມືລະຫວ່າງຫວຽດນາມ ແລະເບລາຣຸດ ຍາມໃດລັດ, ລັດຖະບານ ແລະປະຊາຊົນສອງປະເທດ ກໍ່ໄດ້ເພີ່ມພູນຄູນສ້າງ ແລະພັດທະນາຢ່າງບໍ່ຢຸດຢັ້ງ. ເບລາຣຸດ ຢືນຢັນວ່າ ຍາມໃດກໍ່ຖືການພົວພັນກັບຫວຽດນາມ ເປັນສໍາຄັນ, ຖືວ່າ ຫວຽດນາມ ແມ່ນແບບຢ່າງ ເພື່ອຜ່ານຜ່າໄລຍະຖືກຂວ້ຳບາດ ເພື່ອມີພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວ ແລະແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງຄືໃນປະຈຸບັນ.
    |
 |
ທ່ານນາຍົກລັດຖະມົນຕີເບລາຣຸດ Roman Golovchenko ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 6 – 9 ທັນວາ. ພາບ: ສໍານັກຂ່າວສານຫວຽດນາມ |
ບົນພື້ນຖານນັ້ນ, ໃນໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ເບລາຣຸດ ໄດ້ພັດທະນາຢ່າງຕັ້ງໜ້າ, ນຳມາເຊິ່ງໝາກຜົນໃນຫຼາຍຂົງເຂດ. ກ່ຽວກັບດ້ານການເມືອງ ແລະການທູດ, ສອງຝ່າຍໄດ້ຮັກສາການພົບປະແລກປ່ຽນຄະນະຜູ້ແທນຢູ່ທຸກຂັ້ນເປັນປະຈຳ, ພິເສດແມ່ນຂັ້ນສູງ; ຮ່ວມມືຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ເວທີປາໄສ ແລະອົງການຈັດຕັ້ງສາກົນຕ່າງໆ. ເບລາຣຸດ ສະໜັບສະໜູນຫວຽດນາມ ອອກສະໝັກເຂົ້າສະພາເສດຖະກິດ - ສັງຄົມຂອງສະຫະປະຊາຊາດ, ຄະນະກຳມະການກົດໝາຍສາກົນ, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບສົນທິສັນຍາວ່າດ້ວຍການຮັກສາມໍລະດົກວັດທະນະທຳນາມມະທໍາ ປີ 2003, ສະພາສິດທິມະນຸດສະຫະປະຊາຊາດ... ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວຕໍ່ຊ່ວຍໃຫ້ເບລາຣຸດ ປັບປຸງການຮ່ວມມືຫຼາຍດ້ານກັບບັນດາປະເທດສະມາຊິກອາຊຽນ.
ໃນຂົງເຂດການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນ, ຫວຽດນາມ ແລະເບລາຣຸດ ມີທ່າແຮງບົ່ມຊ້ອນຫຼາຍຢ່າງສາມາດເພີ່ມເຕີມໃຫ້ກັນ. ວົງເງິນການຄ້າສອງຝ່າຍໃນ 9 ເດືອນຕົ້ນປີ 2023 ບັນລຸ 46,42 ລ້ານໂດລາສະຫະລັດ. ປະຈຸບັນ, ເບລາຣຸດ ມີ 3 ໂຄງການລົງທຶນຢູ່ຫວຽດນາມ ດ້ວຍຍອດຈຳນວນທຶນ 32,25 ລ້ານໂດລາສະຫະລັດ, ໃນນັ້ນ ພົ້ນເດັ່ນແມ່ນໂຄງການ ປະກອບລົດໂອໂຕ MAZ Asia ຢູ່ແຂວງ ຮືງອຽນ. ສອງຝ່າຍພວມຕັ້ງໜ້າຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພັນເສດຖະກິດເອີລົບ (EAEU), ເຊິ່ງ ເບລາຣຸດ ເປັນສະມາຊິກ.
ການຮ່ວມມືໃນຂົງເຂດປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ - ບໍາລຸງສ້າງ, ການພົບປະແລກປ່ຽນປະຊາຊົນ... ສອງຝ່າຍກໍ່ໄດ້ສືບຕໍ່ຊຸກຍູ້. ເບລາຣຸດ ໄດ້ຊ່ວຍຫວຽດນາມ ບຳລຸງກໍ່ສ້າງພະນັກງານ ແລະນັກຊ່ຽວຊານທີ່ມີລະດັບວິຊາການສູງຫຼາຍຄົນ. ສອງຝ່າຍໄດ້ສ້າງຕັ້ງສະມາຄົມມິດຕະພາບສາມັກຄີ, ຜ່ານນັ້ນ ຄວາມເຂົ້າໃຈ ແລະການແບ່ງປັນລະຫວ່າງປະຊາຊົນສອງປະເທດ ຈະນັບມື້ນັບໄດ້ຮັບການປັບປຸງ ແລະພັດທະນາ.
ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Roman Golovchenko ໄດ້ຢືນຢັນນະໂຍບາຍຂອງ ເບລາຣຸດ ທີ່ເອົາໃຈໃສ່ ແລະປາດຖະໜາຢາກເພີ່ມທະວີການພົວພັນກັບຫວຽດນາມ. ການຢ້ຽມຢາມກໍ່ສະແດງໃຫ້ເຫັນການຖືເປັນສໍາຄັນຂອງ ຫວຽດນາມ ຕໍ່ການພົວພັນກັບປະເທດເພື່ອນມິດທີ່ເປັນມູນເຊື້ອຂອງໂຊວຽດ ໃນເມື່ອກ່ອນ, ໃນນັ້ນມີ ເບລາຣຸດ, ພ້ອມກັນນັ້ນກໍ່ຢືນຢັນແນວທາງພົວພັນຕ່າງປະເທດຂອງຫວຽດນາມ ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ສືບຕໍ່ນໍາ ການພົວພັນເຂົ້າສູ່ລວງເລິກຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ບົນພື້ນຖານນັ້ນ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເບລາຣຸດ Roman Golovchenko ຈະປະສົບຜົນສຳເລັດຢ່າງຈົບງາມ, ສ້າງພື້ນຖານຊຸກຍູ້ການພົວພັນ ສອງຝ່າຍໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.
ໂດຍ: ທະນາພອນ