ນັບແຕ່ເຂົ້າຮ່ວມສະຫະປະຊາຊາດໃນປີ 1977, ຫວຽດນາມ ນັບມື້ນັບຢືນຢັນເປັນສະມາຊິກທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບໂດຍຜ່ານການປະກອບສ່ວນຢ່າງມີປະສິດທິຜົນ, ແທດຈິງໃນທຸກຂົງເຂດຂອງອົງການຈັດຕັ້ງຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ໄດ້ຮັບຄວາມຫວັງຫຼາຍຈາກປະຊາຄົມສາກົນ. ຫວຽດນາມ ກໍ່ພວມຮັບພາລະໜ້າທີ່ສຳຄັນຢູ່ຫຼາຍກົນໄກຫຼາຍຝ່າຍຂອງສະຫະປະຊາຊາດຄື: ສະພາສິດທິມະນຸດ, ສະພາບໍລິຫານອົງການສຶກສາ, ວິທະຍາສາດ ແລະວັດທະນະທຳສະຫະປະຊາຊາດ (UNESCO), ຄະນະກຳມະການກົດໝາຍສາກົນ ແລະໄດ້ປະກາດສືບຕໍ່ອອກສະໝັກເລືອກຕັ້ງເຂົ້າບາງອົງການ, ຕຳແໜ່ງສຳຄັນອື່ນທີ່ຂຶ້ນກັບ ສປຊ. ໃນຂະນະນັ້ນ, ການພົວພັນຮ່ວມມືກັບ ສປຊ ໃນຕະຫຼອດ 46 ປີຜ່ານມາ ໄດ້ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ຖານະບົດບາດ, ທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ, ພ້ອມທັງຍາດແຍ່ງເອົາການໜູນຊ່ວຍຈາກສຳນັກງານ, ອົງການຈັດຕັ້ງ, ອົງການສະຫະປະຊາຊາດ ເພື່ອພັດທະນາເສດຖະກິດ - ສັງຄົມຂອງປະເທດ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນໂລກ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

ວາລະປຶກສາຫາລືລວມຂັ້ນສູງ ຊຸດທີ 78 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ດຳເນີນໄປໃນສະພາບທີ່ທຸກໆປະເທດລ້ວນແຕ່ຄວາມຕ້ອງການເພີ່ມທະວີການຮ່ວມມືສາກົນເພື່ອແກ້ໄຂສິ່ງທ້າທາຍທົ່ວໂລກຢ່າງຮີບດ່ວນ. ໃນຊຸມປີມໍ່ໆມານີ້, ເຖິງວ່າ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ສະຫະປະຊາຊາດ ຍັງສືບຕໍ່ໄດ້ຮັບການເຄົາລົບນັບຖືຈາກບັນດາປະເທດ, ປະກອບສ່ວນສຳຄັນເຂົ້າໃນການບໍລິຫານທົ່ວໂລກ, ຊຸກຍູ້ການເຈລະຈາ, ການຮ່ວມມື ແລະຄຳໝັ້ນສັນຍາສາກົນໃນທຸກຂົງເຂດຄື ສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມືພັດທະນາ ແລະການຮັບປະກັນສິດທິມະນຸດ. ພ້ອມກັນນັ້ນ, ສປຊ ຍັງສືບຕໍ່ສວມບົດບາດສຳຄັນໃນການສ້າງຂອບເຂດເພື່ອແນໃສ່ແກ້ໄຂຄວາມຂັດແຍ່ງລະຫວ່າງບັນດາປະເທດ, ຄວບຄຸມການປະທະກັນທີ່ຮ້າຍແຮງ, ກຳນົດທິດພັດທະນາອະນາຄົດຂອງທົ່ວໂລກ ຜ່ານຂະບວນການປຶກສາຫາລືຂະໜາດໃຫຍ່. ວາລະປຶກສາຫາລືຂັ້ນສູງ ຊຸດທີ 78 ຂອງສະມັດຊາໃຫຍ່ສະຫະປະຊາຊາດ ຈະດຳເນີນໄປດ້ວຍຫົວຂໍ້ທີ່ວ່າ “ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ ແລະຊຸກຍູ້ຄວາມສາມັກຄີທົ່ວໂລກ: ເພີ່ມທະວີການກະທໍາກ່ຽວກັບລາຍການດໍາເນີນງານ ປີ 2030 ແລະບັນດາເປົ້າໝາຍການພັດທະນາແບບຍືນຍົງເພື່ອມຸ່ງໄປເຖິງສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ, ຄວາມກ້າວໜ້າ ແລະຄວາມຍືນຍົງໃຫ້ໝົດທຸກຄົນ”.

ພາຍຫຼັງ 28 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 10 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນ ຫວຽດນາມ - ອາເມລິກາ ໄດ້ມີບາດກ້າວແກ່ຍາວ, ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ແທດຈິງ, ຮອບດ້ານໃນທຸກຂົງເຂດທີ່ສຳຄັນ ແລະໃນສາມລະດັບສອງຝ່າຍ, ພາກພື້ນ ແລະສາກົນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ, ການຮ່ວມມື ແລະການພັດທະນາໃນພາກພື້ນ ແລະໃນໂລກ. ຫວ່າງມໍ່ໆມານີ້, ເນື່ອງໃນໂອກາດທ່ານປະທານາທິບໍດີອາເມລິກາ Joe Biden ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ  ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ - ນີ້ແມ່ນຂີດໝາຍປະຫວັດສາດໃນການພົວພັນລະຫວ່າງສອງປະເທດ. ການຢ້ຽມຢາມອາເມລິກາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ມີຄວາມໝາຍສຳຄັນ, ເພື່ອແນໃສ່ຈັດຕັ້ງປະຕິບັດ, ຜັນຂະຫຍາຍບັນດາຂໍ້ຕົກລົງ, ຄຳໝັ້ນສັນຍາທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດເປັນລະອຽດ.

ຕໍ່ກັບບຣາຊິນ - ປະເທດທີ່ມີອິດທິພົນຊື່ສຽງ, ມີຖານະບົດບາດ ແລະທີ່ຕັ້ງສຳຄັນໃນພາກພື້ນ ອາເມລິກາລາຕິນ ແລະໃນໂລກ, ພ້ອມທັງ ເປັນສະມາຊິກທີ່ຕັ້ງໜ້າໃນຫຼາຍອົງການ, ກົນໄກຫຼາຍຝ່າຍ, ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຜ່ານມາ ສືບຕໍ່ພັດທະນາຢ່າງຕັ້ງໜ້າ. ບຣາຊິນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ອາເມລິກາລາຕິນ ດ້ວຍວົງເງິນການຄ້າໃນປີ 2022 ບັນລຸ 6,78 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 6,6% ເມື່ອທຽບໃສ່ປີ 2021. ບັນດາຂົງເຂດກະສິກຳ, ວິທະຍາສາດ-ເຕັກນິກ, ວັດທະນະທຳ, ກິລາ, ການປ້ອງກັນຊາດ ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ. ສອງປະເທດຍັງຮັກສາການປະສານສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ໃນນັ້ນມີ ສປຊ. ພິເສດ, ທ່ານປະທານາທິບໍດີ Lula da Silva ມີອາລົມຈິດຄວາມຮັກແພງທີ່ດີງາມຕໍ່ຫວຽດນາມ ແລະສະໜັບສະໜູນການພົວພັນຫວຽດນາມ - ບຣາຊິນ ຢ່າງຕັ້ງໜ້າ.

ການປະຕິບັດງານຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ສົ່ງສານຂະໜາດໃຫຍ່ຂອງພັກ, ລັດ ແລະລັດຖະບານຫວຽດນາມ ເຖິງບັນດາປະເທດສະມາຊິກສະຫະປະຊາຊາດ, ອາເມລິກາ, ບຣາຊິນ, ຄູ່ຮ່ວມມື ແລະເພື່ອນມິດສາກົນກ່ຽວກັບຫວຽດນາມ ສັນຕິພາບ, ຮ່ວມມື ແລະເຊື່ອມໂຍງ, ເຂົ້າຮ່ວມຢ່າງຕັ້ງໜ້າກວ່າ, ເປັນເຈົ້າການກວ່າ ແລະມີປະສິດທິຜົນກວ່າໃນຂະບວນການຮ່ວມມືຂອງສາກົນ; ຍາມໃດກໍ່ພ້ອມແລ້ວທີ່ຈະປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາຂອງໂລກ. ຜ່ານນັ້ນກໍ່ຢືນຢັນແນວທາງການພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະພັດທະນາ; ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເຈົ້າການເຂົ້າຮ່ວມ ແລະເສີມຂະຫຍາຍບົດບາດຂອງຫວຽດນາມ ຢູ່ກົນໄກຫຼາຍຝ່າຍ.

ປະຊາຊົນຫວຽດນາມ ຕັ້ງຄວາມຫວັງ ແລະເຊື່ອໝັ້ນວ່າ ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື, ເພື່ອນມິດສາກົນ ສືບຕໍ່ເຂົ້າສູ່ລວງເລິກ, ນັບມື້ນັບນຳເອົາໝາກຜົນທີ່ແທດຈິງມາໃຫ້ປະຊາຊົນແຕ່ລະປະເທດ.

ໂດຍ: ຈາງຫງວຽນ