ພາຍຫຼັງ 28 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງການຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນ ຫວຽດນາມ - ອາເມລິກາ ໄດ້ມີບາດກ້າວພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ແທດຈິງ, ຮອບດ້ານໃນບັນດາຂົງເຂດສຳຄັນ, ທັງສາມຂັ້ນສອງຝ່າຍ, ພາກພື້ນ ແລະສາກົນ, ຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ພື້ນຖານສຳຄັນຂອງການພັດທະນາການພົວພັນ ຫວຽດນາມ - ອາເມລິກາ ແມ່ນການຢືນຢັນຂອງສອງຝ່າຍກ່ຽວກັບບັນດາຫຼັກການພື້ນຖານຄື: ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບລະບຽບການການເມືອງ, ການຮ່ວມມືສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບົນພື້ນຖານກົດໝາຍສາກົນ ແລະກົດບັດສະຫະປະຊາຊາດ.

leftcenterrightdel

ຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາ ເພື່ອສັນຕິພາບ ແລະພັດທະນາ. ພາບປະກອບຈາກ qdnd.vn

ບົນພື້ນຖານນັ້ນ, ຫວຽດນາມ ແລະ ອາເມລິກາ ສືບຕໍ່ເພີ່ມທະວີການພົວພັນດ້ານການເມືອງ, ການທູດດ້ວຍການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນເປັນປະຈໍາລະຫວ່າງສອງປະເທດ, ຜ່ານນັ້ນ ເພີ່ມທະວີຄວາມເຂົ້າໃຈ ແລະເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງກວ່າອີກ. ໃນເດືອນ ມີນາ ປີ 2023, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະທ່ານປະທານາທິບໍດີ Joe Biden ໄດ້ມີການສົນທະນາທາງໂທລະສັບທີ່ສຳຄັນ, ກໍານົດທິດທາງ ແລະສ້າງກຳລັງໜູນຢ່າງແຮງໃຫ້ແກ່ການພົວພັນລະຫວ່າງສອງປະເທດໃນຕໍ່ໜ້າ. ການຢ້ຽມຢາມ, ການພົບປະ, ແລກປ່ຽນ, ສົນທະນາທາງໂທລະສັບຂອງການນຳສອງປະເທດໄດ້ຊຸກຍູ້ການພັດທະນາການພົວພັນ ຫວຽດນາມ - ອາເມລິກາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ສະເໝີພາບ, ເຄົາລົບເອກະລາດ, ອະທິປະໄຕ, ລະບອບລະບຽບການການເມືອງຂອງກັນ.

ການຮ່ວມມືດ້ານມະນຸດສະທຳ, ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ສືບຕໍ່ແມ່ນບຸລິມະສິດສູງໃນການພົວພັນລະຫວ່າງສອງປະເທດ ແລະບັນລຸໄດ້ໝາກຜົນລະອຽດຫຼາຍຢ່າງອົງການປົກຄອງ ແລະສະພາແຫ່ງຊາດອາເມລິກາ ສືບຕໍ່ເພີ່ມງົບປະມານໃຫ້ໂຄງການລ້າງພິດຢູ່ສະໜາມບິນບຽນຮວ່າ, ໜູນຊ່ວຍຄົນພິການຢູ່ເຂດຖືກສານພິດດີໂອຊິນ, ໜູນຊ່ວຍໂຄງການເກັບກູ້ລະເບີດບໍ່ທັນແຕກທີ່ຕິດຄ້າງຫຼັງສົງຄາມ, ຊອກຫາ, ເຕົ້າໂຮມ ແລະສັນລະສູດອັດຖິທະຫານຫວຽດນາມ ໃນໄລຍະສົງຄາມ. ມາຮອດປະຈຸບັນ, ບັນດາອົງການຂອງຫວຽດນາມ ກໍ່ໄດ້ສົມທົບກັນຊອກຫາ, ກຳນົດ ແລະມອບໃຫ້ຝ່າຍ ອາເມລິກາ 733 ອັດຖິທະຫານອາເມລິກາ ທີ່ຫາຍສາບສູນໃນສົງຄາມ.

ໄລຍະຜ່ານມາ, ການຮ່ວມມືດ້ານການສຶກສາບັນລຸໄດ້ຫຼາຍບາດກ້າວທີ່ຕັ້ງໜ້າ, ສອງຝ່າຍຊຸກຍູ້ການຮ່ວມມືດ້ານການສຶກສາ-ກໍ່ສ້າງ, ຖ່າຍທອດເຕັກໂນໂລຊີ. ການຮ່ວມມືດ້ານສາທາລະນະສຸກ ແລະການຟື້ນຟູເສດຖະກິດ-ສັງຄົມ ພາຍຫຼັງພະຍາດໂຄວິດ-19 ສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນການສະໜັບສະໜູນເຊິ່ງກັນແລະກັນດ້ານອຸປະກອນການແພດ, ການເຂົ້າເຖິງວັກຊິນ, ແບ່ງປັນບົດຮຽນໃນການປ້ອງກັນ, ຕ້ານພະຍາດ ແລະປົກປ້ອງພົນລະເມືອງ.

ກ່ຽວກັບການຮ່ວມມືໃນບັນດາບັນຫາພາກພື້ນ ແລະສາກົນ, ສອງຝ່າຍເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສພາກພື້ນ ແລະບັນດາບັນຫາໃນທົ່ວໂລກ, ເປັນຕົ້ນແມ່ນເມື່ອ ຫວຽດນາມ ຮັບບົດບາດເປັນປະທານອາຊຽນ ແລະສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ.

ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ຖືເປັນສໍາຄັນຫວຽດນາມ ແລະທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ການຢ້ຽມຢາມຄັ້ງນີ້ກໍ່ເປັນຂີດໝາຍຄັ້ງທຳອິດທີ່ທັງທ່ານປະທານາທິບໍດີ ແລະຮອງປະທານາທິບໍດີອາເມລິກາ ມາຢ້ຽມຢາມຫວຽດນາມ ໃນອາຍຸການໜຶ່ງ.

ຫວຽດນາມ ຕ້ອນຮັບທ່ານປະທານາທິບໍດີ Joe Biden ມາຢ້ຽມຢາມທາງລັດຖະກິດແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອແນໃສ່ຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ຢືນຢັນນະໂຍບາຍການຕ່າງປະເທດຂອງຫວຽດນາມ ເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ ແລະມີປະສິດທິຜົນ; ເປັນສະມາຊິກທີ່ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ຊຸກຍູ້ ແລະເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງປະເທດກັບບັນດາຄູ່ຮ່ວມມືເລິກເຊິ່ງກວ່າ, ສືບຕໍ່ນໍາບັນດາການພົວພັນເຂົ້າສູ່ລວງເລິກ, ພ້ອມທັງສ້າງຜົນປະໂຫຍດ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ. ຄຽງຂ້າງນັ້ນ, ກໍ່ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາການພົວພັນກັບອາເມລິກາ ແລະປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດຕາມທິດຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງຢູ່ພາກພື້ນ ແລະໃນໂລກ.

ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານາທິບໍດີ Joe Biden ຈະສືບຕໍ່ປະກອບສ່ວນສ້າງ ແລະປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືຫຼາຍດ້ານ, ນຳການພົວພັນຫວຽດນາມ - ອາເມລິກາ ເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າ.

ໂດຍ: ຈາງຫງວຽໜ