ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ການຢ້ຽມຢາມທາງລັດຖະກິດຫວຽດນາມ ຂອງທ່ານປະທານາທິບໍດີອາເມລິກາ Joe Biden ມີຄວາມໝາຍຄືແນວໃດ?
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ໃນສອງສາມມື້ຈະມາເຖິງນີ້ແມ່ນການຢ້ຽມຢາມທີ່ພິເສດ. ເພາະວ່ານີ້ແມ່ນຄັ້ງທຳອິດ ທີ່ປະທານາທິບໍດີອາເມລິກາ ມາຢ້ຽມຢາມທາງລັດຖະກິດ ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ.
ການຢ້ຽມຢາມສະແດງໃຫ້ເຫັນວ່າ, ສອງຝ່າຍລ້ວນແຕ່ຖືເປັນສໍາຄັນທີ່ສຸດຕໍ່ກັນ ໃນນະໂຍບາຍການພົວພັນຕ່າງປະເທດ ແລະນະໂຍບາຍຕໍ່ພາກພື້ນອາຊີ - ປາຊີຟິກ ແລະມະຫາສະໝຸດອິນເດຍ. ສຳລັບອາເມລິກາ ແລ້ວ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນວ່າ ອາເມລິກາ ຖືເປັນສຳຄັນຕໍ່ລະບອບການເມືອງຂອງຫວຽດນາມ, ຖືເປັນສໍາຄັນຕໍ່ບົດບາດຂອງພັກຄອມມູນິດຫວຽດນາມ, ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະບັນດາການນຳຂອງຫວຽດນາມ.
    |
 |
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: qdnd.vn |
ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ແບ່ງປັນຈຸດພົ້ນເດັ່ນໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ນັບແຕ່ເມື່ອຫວຽດນາມ ແລະ ອາເມລິກາ ສ້າງຕັ້ງການພົວພັນເປັນປົກກະຕິ ໃນປີ 1995 ມານີ້?
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ເປັນເວລາເກືອບ 30 ປີ ນັບແຕ່ເມື່ອຫວຽດນາມ ແລະອາເມລິກາ ສ້າງການພົວພັນເປັນປົກກະຕິ, ການຄ້າລະຫວ່າງສອງປະເທດມີບາດກ້າວພັດທະນາກະໂດດຂັ້ນ ແລະ ມີຄວາມປະທັບໃຈທີ່ສຸດ. ປີ 1995, ວົງເງິນການຄ້າສອງສົ້ນ ບັນລຸພຽງແຕ່ 450 ລ້ານ USD, ມາຮອດປີ 2022 ບັນລຸ 123 ຕື້ USD. ຫວຽດນາມ ໄດ້ບືນຕົວຂຶ້ນຢ່າງວ່ອງໄວ, ກາຍເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບ 7 ຂອງອາເມລິກາ ແລະ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງອາເມລິກາ ໃນອາຊຽນ. ພ້ອມດຽວກັນນັ້ນ, ນັບແຕ່ປີ 2022, ອາເມລິກາ ໄດ້ກາຍເປັນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍມູນຄ່າການສົ່ງອອກ 100 ຕື້ USD. ກ່ຽວກັບການລົງທຶນ, ອາເມລິກາ ຍາມໃດກໍ່ແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າຢູ່ ຫວຽດນາມ.
ຈຸດໃໝ່ອ່ຽມເມື່ອທຽບໃສ່ກ່ອນນີ້ແມ່ນມີວິສາຫະກິດຫວຽດນາມ ຈຳນວນໜຶ່ງໄດ້ໄປລົງທຶນຢູ່ອາເມລິກາ ດ້ວຍມູນຄ່າຫຼາຍຕື້ USD, ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານອາເມລິກາ ນັບຫຼາຍພັນຄົນ.
ນັກຂ່າວ: ຂໍຮຽນທ່ານໃຫ້ຮູ້ກ່ຽວກັບຂົງເຂດບຸລິມະສິດຮ່ວມມື ໃນການພົວພັນຫວຽດນາມ - ອາເມລິກາ ໃນໄລຍະຈະມາເຖິງ?
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ຂົງເຂດຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນແມ່ນກວມເອົາອັດຕາສ່ວນສູງໃນການໃຫ້ບຸລິມະສິດ. ສອງປະເທດຈະສຸມໃສ່ບັນດາຂົງເຂດຄື: ການຮ່ວມມືໃນຕ່ອງໂສ້ການສະໜອງ, ພັດທະນາພື້ນຖານໂຄງລ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຫັນປ່ຽນພະລັງງານ, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະພັດທະນາອຸດສາຫະກຳປະດິດສ້າງ.
ວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ປະດິດຄິດສ້າງ ຈະແມ່ນຂົງເຂດຮ່ວມມືທີ່ມີລັກສະນະບຸກທະລຸ. ສອງປະເທດຈະສຸມໃສ່ສ້າງພື້ນຖານເຕັກໂນໂລຢີດີຈີຕອນ, ລະບົບນິເວດເຄື່ອງເຄິ່ງຊັກນຳໄຟຟ້າ, ຫຼືໝູນໃຊ້ປັນຍາປະດິດ. ພ້ອມກັນນັ້ນ, ຂົງເຂດຫັນປ່ຽນພະລັງງານ, ເຕັກໂນໂລຢີຊີວະພາບ, ສາທາລະນະສຸກ, ການຢາ ກໍ່ຈະໄດ້ຮັບຄວາມເອົາໃຈໃສ່.
ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ກໍແມ່ນຂົງເຂດສືບຕໍ່ໄດ້ຮັບບຸລິມະສິດ. ຄຽງຂ້າງນັ້ນ, ສອງປະເທດຍັງຍູ້ແຮງການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ການບໍາລຸງສ້າງການແພດທະຫານ, ການໄພ-ກູ້ໄພ ແລະຍົກສູງຄວາມສາມາດໃນການເດີນເຮືອ ແລະການບິນ.
ທີ່ເວທີປາໄສພາກພື້ນ ແລະສາກົນ, ສອງປະເທດຈະເພີ່ມທະວີການສົມທົບກັນໃນອາຊຽນ, APEC, ສະຫະປະຊາຊາດ, ໂດຍສະເພາະແມ່ນສົມທົບກັນແກ້ໄຂສິ່ງທ້າທາຍທີ່ເກີດຂຶ້ນໃນທົ່ວໂລກຄື: ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານແຫຼ່ງນ້ຳ.
ນັກຂ່າວ: ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສືບຕໍ່ບັນລຸໄດ້ຄວາມຄືບໜ້ານັ້ນມີຄວາມໝາຍຄືແນວໃດໃນການພົວພັນຫວຽດນາມ - ອາເມລິກາ, ຂໍຮຽນທ່ານ?
ທ່ານ ຮ່າກິມງອກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ: ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມແມ່ນຂົງເຂດຈຸດສຸມຈຸດໃຈກາງ ແລະໄດ້ໃຫ້ບຸລິມະສິດສູງສຸດໃນການພົວພັນລະຫວ່າງສອງປະເທດ. ຝ່າຍອາເມລິກາ ໄດ້ໃຫ້ການສະໜັບສະໜູນຢ່າງມີປະສິດທິຜົນໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມໃນ 4 ຂົງເຂດລະອຽດ. ທີໜຶ່ງແມ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ/ດີໂອຊິນ ຢູ່ສະໜາມບິນດ່ານັງ ແລະໃນປະຈຸບັນແມ່ນກຳລັງປະຕິບັດຢູ່ສະໜາມບິນບຽນຮວ່າ. ຂົງເຂດທີສອງແມ່ນສອງຝ່າຍໄດ້ຕັ້ງໜ້າແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ ແລະ ໝາກມິນທີ່ຍັງບໍ່ທັນແຕກ ຫຼັງຈາກສົງຄາມ. ທີສາມແມ່ນໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກສົງຄາມ, ໃນນັ້ນມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ໃນໄລຍະຜ່ານມາ, ບົນຈິດໃຈຮ່ວມມື ແລະສ້າງສັນ, ຝ່າຍອາເມລິກາ ໄດ້ຮັບຮູ້ເຖິງຄວາມຮັບຜິດຊອບດ້ານສິນທຳ ແລະ ຄວາມຮັບຜິດຊອບໃນການໜູນຊ່ວຍດ້ານການເງິນເວົ້ລວມ ແມ່ນບໍ່ພຽງແຕ່ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກສົງຄາມເທົ່ານັ້ນ ຫາກຍັງຊ່ວຍທັງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ອີກດ້ວຍ. ນີ້ແມ່ນບາດກ້າວສຳຄັນທີ່ສຸດ, ສະແດງໃຫ້ເຫັນວ່າ ນີ້ແມ່ນຂົງເຂດມະນຸດສະທຳ ເຊິ່ງສອງຝ່າຍໄດ້ມີຄວາມເຂົ້າໃຈ ແລະຊຸກຍູ້ການຮ່ວມມືໃນໄລຍະມໍ່ໆມານີ້. ທີສີ່ແມ່ນວຽກງານຊອກຫາຜູ້ຫາຍສາບສູນຂອງທັງສອງຝ່າຍ. ກ່ຽວກັບຊາວອາເມລິກາ ທີ່ຫາຍສາບສູນ, ພວກເຮົາໄດ້ຮ່ວມມືໃນໄລຍະຍາວ. ຫວ່າງມໍ່ໆມານີ້, ຝ່າຍອາເມລິກາ ໄດ້ຮ່ວມມືຢ່າງຕັ້ງໜ້າກັບຫວຽດນາມ, ຊ່ວຍເຫຼືອຫວຽດນາມ ຊອກຫາ, ຢັ້ງຢືນຊື່ ແລະນາມສະກຸນຂອງທະຫານທີ່ເສຍຊີວິດໃນການສູ້ຮົບ. ການຮ່ວມມືໃນຂົງເຂດນີ້ມີຜົນດີ ຕໍ່ການຮຳບາດແຜສົງຄາມ, ບັນເທົາຄວາມເຈັບປວດ ແລະສ້າງຄວາມໄວ້ເນື້ອເຊື່ອໃຈ. ນີ້ແມ່ນພື້ນຖານສຳຄັນ ເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ.
ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ !
ໂດຍ: ທູຈາງ