ສຳລັບນັກຮຽນ, ນັກສຶກສາ, ບໍ່ມີສິ່ງໃດທີ່ມີຄວາມໝາຍໄປກວ່າຄວາມເບີກບານມ່ວນຊື່ນເມື່ອໄດ້ມາໂຮງຮຽນ, ຂຶ້ນຫ້ອງຮຽນ, ໄດ້ພົບກັບຄູອາຈານ, ໝູ່ເພື່ອນທີ່ສະໜິດສະໜົມພາຍຫຼັງທີ່ພັກແລ້ງ. ໂຮງຮຽນແມ່ນບ່ອນທີ່ຕິດປີກໄລ່ລ່າຄວາມໄຝ່ຝັນ, ຫຼໍ່ລ້ຽງຈິດວິນຍານ, ຝຶກຝົນຫຼໍ່ຫຼອມສະຕິປັນຍາ, ເພີ່ມພະລັງໃຫ້ກັບພະລັງຊີວິດທີ່ຕັ້ງໜ້າ. ເພາະສະນັ້ນ, ໃນຊຸມປີຜ່ານມາ, ພັກ, ລັດ, ທຸກຂັ້ນ, ທຸກຂະແໜງການກໍ່ຄືທົ່ວສັງຄົມ, ແຕ່ລະຄອບຄົວ, ພໍ່ແມ່ແຕ່ລະຄົນຍາມໃດກໍ່ເອົາໃຈໃສ່ຕໍ່ວຽກງານເບິ່ງແຍງດູແລໃຫ້ແກ່ພາລະກິດ “ອົບຮົມບົ່ມສອນຄົນ”, ຖືນີ້ ແມ່ນ “ລັດຖະໂຍບາຍແຖວໜ້າ” ເພື່ອປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ບຳລຸງສ້າງຊັບພະຍາກອນມະນຸດ, ບຳລຸງສ້າງຜູ້ມີຄວາມຮູ້, ຄວາມສາມາດໃຫ້ແກ່ປະເທດຊາດ.

leftcenterrightdel
ນັກຮຽນເບີກບານມ່ວນຊື່ນໃນວັນໄຂສົກຮຽນໃໝ່. ພາບ: qdnd.vn

ໃນສົກຮຽນຜ່ານມາ, ຂະແໜງສຶກສາມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອເຮັດສຳເລັດໜ້າທີ່ຈຸດສຸມໄດ້ວາງອອກ. ບັນດາທ້ອງຖິ່ນ ແລະຮາກຖານການສຶກສາໄດ້ເສີມຂະຫຍາຍ ລັກສະນະເປັນເຈົ້າການ, ມີໄຫວພິບໃນການຜັນຂະຫຍາຍ, ຈັດຕັ້ງປະຕິບັດຫຼັກສູດການສຶກສາຊັ້ນມັດທະຍົມ 2018. ຄຸນນະພາບການສຶກສາ ແລະປາຍແຫຼມການສຶກສາທົ່ວໄປສືບຕໍ່ໄດ້ຮັບການຂະຫຍາຍ ແລະຍົກສູງຂຶຶ້ນ. ນັກຮຽນຫວຽດນາມ ບັນລຸໄດ້ຜົນສຳເລັດສູງໃນການສອບເສັງ, ແຂ່ງຂັນໃນລະດັບພາກພື້ນ ແລະສາກົນ. ຕາມຕາຕະລາງຈັດອັນດັບບັນດາປະເທດທີ່ມີການສຶກສາດີທີ່ສຸດ ປີ 2021 (ປະກາດ ປີ 2022), ຫວຽດນາມ ໄດ້ຈັດຢູ່ອັນດັບທີ 59 ໃນໂລກ, ເພີ່ມຂຶ້ນ 5 ຂັ້ນເມື່ອທຽບໃສ່ປີກ່ອນ. ທົ່ວຂະແໜງໄດ້ຍູ້ແຮງການຫັນປ່ຽນດີຈີຕອນ, ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນວຽກງານຄຸ້ມຄອງ, ຊີ້ນຳ, ບໍລິຫານ, ການເຄື່ອນໄຫວການຮຽນ-ການສອນ, ບັນລຸໄດ້ໝາກຜົນດີພໍສົມຄວນ.

ມີຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ບັນລຸໄດ້, ຂະແໜງການສຶກສາຂອງພວກເຮົາຍັງມີຈຸດອ່ອນຂໍ້ຈຳກັດທີ່ຄົງຄ້າງມາຫຼາຍປີ ເຊິ່ງບໍ່ສາມາດແກ້ໄຂໄດ້ເທື່ອ, ຄື: ບັນຫາເຫຼືອ-ຂາດຄູສອນ; ສະພາບການຂາດໂຮງຮຽນ, ຫ້ອງຮຽນບໍ່ພໍ ແລະນັກຮຽນຫຼາຍຢູ່ຕາມໂຮງຮຽນແຫ່ງຕ່າງໆໃນນະຄອນໃຫຍ່, ເຂດອຸດສາຫະກຳ, ເຂດຊຸມຊົນ, ບັນຫາໃຊ້ຄວາມຮຸນແຮງຢູ່ໂຮງຮຽນ ໄດ້ເຮັດໃຫ້ປະຊາຊົນເກີດຄວາມເປັນຫ່ວງເປັນໄຍນຳ; ຫຼັກສູດປ່ຽນແປງໃໝ່ການສຶກສາຊັ້ນມັດທະຍົມກໍ່ມີຫຼາຍຂໍ້ຈໍາກັດ... ສາຍເຫດແມ່ນຍ້ອນຄວາມຮັບຮູ້ຂອງຄະນະພັກ, ອຳນາດການປົກຄອງ ແລະພະນັກງານຄຸ້ມຄອງການສຶກສາ, ຄູອາຈານ ກ່ຽວກັບການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ-ກໍ່ສ້າງພາກສ່ວນໜຶ່ງຍັງບໍ່ທັນຄົບຖ້ວນ, ເລິກເຊິ່ງ, ຮອບດ້ານ; ພ້ອມທັງຍັງບໍ່ທັນມີຄວາມບຸກທະລຸໃນວຽກງານຄຸ້ມຄອງລັດກ່ຽວກັບການສຶກສາ-ກໍ່ສ້າງ ແລະບໍລິຫານໂຮງຮຽນ.

ສົກຮຽນ 2023-2024 ເປັນຂີດໝາຍ 10 ປີທີ່ຂະແໜງການສຶກສາຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິສະບັບເລກທີ 29-NQ/TW ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XI ກ່ຽວກັບການປ່ຽນແປງໃໝ່ໂດຍພື້ນຖານ, ຮອບດ້ານການສຶກສາ-ກໍ່ສ້າງ ໃນໄລຍະຫັນປະເທດເປັນອຸດສະຫະກຳ-ທັນສະໄໝ ແລະເຊື່ອມໂຍງສາກົນ. ຕິດແທດກັບຫົວຂໍ້ຂອງສົກຮຽນ 2023-2024 “ສາມັກຄີ, ລະບຽບວິໄນ, ປະດິດຄິດສ້າງ, ສຶບຕໍ່ປ່ຽນແປງໃໝ່ໄປຕາມລວງເລິກ, ຍົກສູງຄຸນນະພາບການສຶກສາ ແລະກໍ່ສ້າງ”, ຂະແໜງການສຶກສາຕ້ອງຜັນຂະຫຍາຍ, ຈັດຕັ້ງປະຕິບັດ 12 ໜ້າທີ່ຈຸດສຸມທີ່ໄດ້ວາງອອກໃນສົກຮຽນໃໝ່ໃຫ້ມີປະສິດທິຜົນ; ພ້ອມທັງຊາບຊຶມ, ປະຕິບັດຕາມຄຳເຫັນຊີ້ນຳຂອງຜູ້ນຳລັດຖະບານທີ່ໄດ້ຍົກອອກທີ່ກອງປະຊຸມສະຫຼຸບສົກຮຽນ 2022-2023 ແລະຜັນຂະຫຍາຍໜ້າທີ່ສົກຮຽນ 2023-2024.

ດ້ວຍມູນເຊື້ອມັກຮຽນ ແລະເຄົາລົບນັບຖືຄູບາອາຈານ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຍາມໃດກໍ່ຄອງຄອຍ, ມີຄວາມຫວັງຕໍ່ກັບການຫັນປ່ຽນທີ່ເຫັນໄດ້ຊັດກວ່າ, ເລິກເຊິ່ງກວ່າໃນ ຂົງເຂດການສຶກສາ-ກໍ່ສ້າງ, ຈາກການປ່ຽນແປງໃໝ່ວິທີການ, ແບບແຜນການຄຸ້ມຄອງ, ບໍລິຫານຈາກຂັ້ນມະຫາພາກຈົນຮອດຮາກຖານ; ຈາກການປ່ຽນແປງໃໝ່ກ່ຽວກັບຂະໜົບທຳນຽມ, ວິທີການເຮັດວຽກ ແລະຍົກລະດັບຄວາມຮູ້, ຄວາມສາມາດໃນການສິດສອນຂອງຖັນແຖວຄູອາຈານໃຫ້ທັນກັບການພັດທະນາຂອງຜົນງານວິທະຍາສາດການສຶກສາທັນສະໄໝ; ຈາກການປ່ຽນແປງໃໝ່ວິທີການຮຽນ - ການສອນ,  ການສອບເສັງ, ການກວດກາ, ການຕີລາຄາໝາກຜົນ ເພື່ອຮັບປະກັນໃຫ້ຕິດແທດກັບເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການ. ຕ້ອງກໍານົດວ່າ ຖືເອົາຄວາມໄວ້ເນື້ອເຊື່ອໃຈຂອງສັງຄົມ ແລະຄວາມເພິ່ງພໍໃຈຂອງຜູ້ປົກຄອງນັກຮຽນທີ່ມີຕໍ່ຂະແໜງການສຶກສາແມ່ນຕົວຊີ້ວັດຂອງການພັດທະນາພື້ນຖານການສຶກສາຂອງປະເທດຊາດ.

ເພື່ອປະກອບສ່ວນຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຮັບໃຊ້ໃຫ້ແກ່ພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ບັນດາຮາກຖານການສຶກສາໃນກອງທັບຕ້ອງຊາບຊຶມ ແລະຜັນຂະຫຍາຍ, ຈັດຕັ້ງປະຕິບັດມະຕິສະບັບເລກທີ 1657-NQ/QUTW ລົງວັນທີ 20 ທັນວາ 2022 ຂອງຄະນະພັກການທະຫານສູນກາງ “ກ່ຽວກັບການປ່ຽນແປງໃໝ່ວຽກງານການສຶກສາ-ກໍ່ສ້າງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ກໍ່ສ້າງກອງທັບໃນສະພາບການໃໝ່”, ຕິດແທດກັບທິດນຳທີ່ວ່າ “ຄຸນນະພາບການບຳລຸງກໍ່ສ້າງຂອງໂຮງຮຽນແມ່ນຄວາມສາມາດກຽມ ພ້ອມສູ້ຮົບຂອງກົມກອງ”, ໃນສົກຮຽນໃໝ່, ບັນດາວິທະຍາຄານ, ໂຮງຮຽນຄວນເອົາໃຈໃສ່ປະຕິ ບັດແຜນຮ່າງປ່ຽນແປງໃໝ່ຂັ້ນຕອນ, ຫຼັກສູດກໍ່ສ້າງພະນັກງານທຸກຂັ້ນໃນກອງທັບໃຫ້ມີປະສິດທິຜົນ, ສ້າງການຫັນປ່ຽນໂດຍພື້ນຖານ, ຮອບດ້ານກ່ຽວກັບຄຸນນະພາບການຮຽນ - ການສອນ, ການຝຶກຝົນຫຼໍ່ຫຼອມ, ຄົ້ນຄວ້າວິທະຍາສາດ, ສົມກັບເປັນສະຖານທີ່ການສຶກສາທີ່ມີອິດທິພົນຊື່ສຽງ, ໄວ້ເນື້ອເຊື່ອໃຈໃນລະບົບການສຶກສາຂອງປະເທດຊາດ.

ໂດຍ: ແສງເດືອນ