ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ແລະພັນລະຍາ ໄດ້ດຳເນີນໄປພາຍຫຼັງການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະພັນລະຍາ (ເດືອນກຸມພາ 2023) ແມ່ນຈຸດພົ້ນເດັ່ນສຳຄັນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.
ສາມາດຢັ້ງຢືນໄດ້ວ່າ ຫວຽດນາມ ແລະສິງກະໂປ ໄດ້ສ້າງຕັ້ງການພົວພັນທາງການທູດກ່ອນໜ້ານີ້ເຄິ່ງສະຕະວັດແມ່ນຂີດໝາຍຂອງການພົວພັນສະໜິດແໜ້ນ, ພັດທະນາຢ່າງແຂງແຮງ ແລະບໍ່ຢຸດຢັ້ງລະຫວ່າງສອງປະເທດໃນຫຼາຍທົດສະວັດ. ປີ 1973, ສິງກະໂປ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ພາຍຫຼັງສັນຍາປາຣີ ໄດ້ຮັບການລົງນາມ, ພາຍຫຼັງ 40 ປີມານີ້, ສິງກະໂປ ກໍ່ແມ່ນໜຶ່ງໃນບັນດາປະເທດສະມາຊິກ ອາຊຽນ ທຳອິດທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ນຳການຮ່ວມມືສອງປະເທດຂຶ້ນລະດັບສູງໃໝ່ບົນພື້ນຖານຄວາມຈິງໃຈ, ເຄົາລົບກັນ, ໄວ້ເນື້ອເຊື່ອໃຈກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ.
    |
 |
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ແລະທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ. ພາບ: ຫວຽດຈູງ. |
ຜ່ານໄລຍະທາງ 50 ປີ ດ້ວຍການຜັນແປຂອງປະຫວັດສາດ ແລະການປ່ຽນແປງຂອງສະຖານະການ, ໂດຍໄດ້ຮັບການເພີ່ມພູນຄູນສ້າງຂອງການນຳ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດ, ການພົວພັນຫວຽດນາມ-ສິງກະໂປ ນັບມື້ນັບໄດ້ຮັບການພັດທະນາຢ່າງແຂງແຮງ, ຂະຫຍັນຂັນເຄື່ອນ, ຮອບດ້ານ, ຄົບຖ້ວນ, ແທດຈິງ ແລະມີປະສິດທິຜົນກວ່າເກົ່າ. ໃນຂະນະທີ່ການຮ່ວມມືຜ່ານຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດໄດ້ຮັບການເປີດກວ້າງ, ການຮ່ວມມືເສດຖະກິດກໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ. ສອງປະເທດຍາມໃດກໍ່ນອນໃນກຸ່ມ 15 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງກັນ, ໃນຂະນະດຽວກັນນັ້ນຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 12 ຂອງສິງກະໂປ ແລະສິງກະໂປ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 15 ຂອງຫວຽດນາມ. ໃນ 6 ເດືອນຕົ້ນປີ 2023, ວົງເງິນການຄ້າລະຫວ່າງສອງປະເທດບັນລຸ 4,5 ຕື້ໂດລາສະຫະລັດ.
ສິງກະໂປ ຢືນອັນດັບທີໜຶ່ງຂອງອາຊຽນ ແລະຢືນອັນດັບທີສອງໃນໂລກ ກ່ຽວກັບການລົງທຶນຢູ່ຫວຽດນາມ ດ້ວຍ 3.270 ໂຄງການຍັງມີຜົນສັກສິດທີ່ມີທຶນຈົດທະບຽນບັນລຸກວ່າ 73 ຕື້ໂດລາສະຫະລັດ. ບັນດາເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP) ເຄື່ອນໄຫວມີປະສິດທິຜົນທີ່ສຸດ, ແມ່ນສັນຍາລັກໃຫ້ແກ່ຜົນສຳເລັດຂອງການຮ່ວມມືລົງທຶນ, ປະກອບສ່ວນສຳຄັນເຂົ້າໃນວິວັດທະນາການຟື້ນຟູ ແລະພັດທະນາເສດຖະກິດຂອງຫວຽດນາມ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືເສດຖະກິດດີຈີຕອນ-ເສດຖະກິດສີຂຽວ, ສ້າງປະຖົມປັດໄຈໃຫ້ແກ່ການຍູ້ແຮງການຮ່ວມມືໃນຂົງເຂດໃໝ່, ມຸ່ງໄປເຖິງການພັດທະນາສີຂຽວ ແລະຍືນຍົງ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ແລະສິງກະໂປ ໄດ້ເອົາໃຈໃສ່ເຖິງການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ-ກໍ່ສ້າງ, ການພົບປະແລກປ່ຽນປະຊາຊົນ... ຢ່າງບໍ່ຢຸດຢັ້ງ, ບໍ່ພຽງແຕ່ຢູ່ລະດັບສອງຝ່າຍເທົ່ານັ້ນ, ແຕ່ຫວຽດນາມ ແລະສິງກະໂປ ຍັງໄດ້ສົມທົບກັນຢ່າງແໜ້ນແຟ້ນໃນບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜູນກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນການປະກອບສ່ວນເຂົ້າໃນຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ພັດທະນາກວມລວມ, ຍືນຍົງ, ແມ່ນຈຸດສຸມການເຕີບໂຕຂອງພາກພື້ນ ແລະໂລກ.
ດ້ວຍພື້ນຖານໝັ້ນແກ່ນທີ່ໄດ້ຮັບການເພີ່ມພູນຄູນສ້າງໃນເວລາເຄິ່ງສັດຕະວັດຜ່ານມາ, ການພົວພັນຫວຽດນາມ-ສິງກະໂປ, ໄດ້ສະໜິດຕິດພັນດ້ວຍພື້ນຖານວັດທະນະທຳທີ່ຄ້າຍຄືກັນ, ທີ່ຕັ້ງພູມສາດໃກ້ກັນພ້ອມດ້ວຍຜົນປະໂຫຍດທີ່ຄ້າຍຄືກັນຢູ່ພາກພື້ນ ແລະສາກົນ, ຈະຍັງມີຫຼາຍຂີດໝາຍໃໝ່ ເພື່ອກຳນົດຢູ່ໄລຍະທາງຕໍ່ໜ້າ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ພວກເຮົາເຊື່ອໝັ້ນຢ່າງແນ່ວແນ່ວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາວັດທະນາຖາວອນຢູ່ພາກພື້ນ.
ໂດຍ: ແສງເດືອນ