ໂດຍແມ່ນປະເທດມີເນື້ອທີ່ສ່ວນຫຼາຍຕັ້ງຢູ່ອາຊີກາງ ແລະສ່ວນນ້ອຍຕັ້ງຢູ່ເອີລົບຕາເວັນອອກ, ກາຊັກສະຖານ ມີທີ່ຕັ້ງສະດວກໃນການເຊື່ອມຕໍ່ລະຫວ່າງອາຊີ ແລະ ເອີລົບ. ປະຈຸບັນ ກາຊັກສະຖານ ພວມຜັນຂະຫຍາຍຫຼາຍລາຍການ, ຂໍ້ລິເລີ່ມ, ຄື: Nurly Zhol (ເສັ້ນທາງສະຫວ່າງ); ການຮ່ວມມືເສດຖະກິດພາກພື້ນອາຊີກາງ (CAREC); ສາຍທາງຂົນສົ່ງສາກົນຂ້າມ Caspi (TITR)... ເພື່ອມຸ່ງໄປເຖິງເປົ້າໝາຍກາຍເປັນໃຈກາງຜ່ານແດນ ແລະ logistics ຢູ່ອາຊີກາງ, ພິເສດແມ່ນໃຈກາງຂົນສົ່ງສິນຄ້າທາງບົກເຊື່ອມຕໍ່ ຈີນ ກັບ ເອີລົບ. ກາຊັກສະຖານ ແມ່ນປະເທດດຶງດູດເງິນລົງທຶນຈາກຕ່າງປະເທດຫຼາຍທີ່ສຸດຢູ່ພາກພື້ນອາຊີກາງ, ດ້ວຍຂົງເຂດລົງທຶນຕົ້ນຕໍແມ່ນຂຸດຄົ້ນບໍ່ແຮ່, ພິເສດແມ່ນຖ່ານຫີນ, ນ້ຳມັນອາຍແກສ.

ກາຊັກສະຖານ ປະຕິບັດແນວທາງພົວພັນຕ່າງປະເທດຫຼາຍຝ່າຍ, ດຸນດ່ຽງ, ສູ້ຊົນຍົກສູງຖານະບົດບາດຢູ່ອາຊີ; ແມ່ນສະມາຊິກຂອງຫຼາຍອົງການຈັດຕັ້ງສາກົນ, ຄື: ສະຫະປະຊາຊາດ (ສປຊ), ກອງທຶນເງິນຕາສາກົນ (IMF), ທະນາຄານໂລກ (WB), ອົງການປ້ອງກັນຄວາມສະຫງົບ ແລະການຮ່ວມມືເອີລົບ (OSCE), ກອງປະຊຸມກ່ຽວກັບການສົມທົບກັນກະທຳ ແລະບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ອາຊີ (CICA), ການເຈລະຈາຮ່ວມມືອາຊີ (ACD), ອົງການສົນທິສັນຍາປ້ອງກັນຄວາມສະຫງົບລວມໝູ່ (CSTO)...

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະທ່ານ Kassym-Jomart Kemelevich Tokayev ປະທານາທິບໍດີ ກາຊັກສະຖານ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn

ການຮ່ວມມືເສດຖະກິດແມ່ນເສົາຄ້ຳສຳຄັນໃນການພົວພັນຫວຽດນາມ-ກາຊັກສະຖານ. ເດືອນຕຸລາ 2016, ສັນຍາການຄ້າເສລີລະຫວ່າງຫວຽດນາມ ກັບສະຫະພັນເສດຖະກິດອາຊີ-ເອີລົບ (EAEU) ເຊິ່ງກາຊັກສະຖານ ແມ່ນສະມາຊິກເລີ່ມມີຜົນສັກສິດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ການຄ້າລະຫວ່າງສອງປະເທດ. ຕາມຕົວເລກສະຖິຕິ, ປີ 2022, ວົງເງິນການຄ້າຫວຽດນາມ- ກາຊັກສະຖານ ບັນລຸ 584 ລ້ານໂດລາສະຫະລັດ. ໃນ 4 ເດືອນຕົ້ນປີ 2023, ການແລກປ່ຽນການຄ້າສອງຝ່າຍ ບັນລຸ 124,2 ລ້ານໂດລາສະຫະລັດ, ເພີ່ມ 34,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ກາຊັກສະຖານ ມີຄວາມສາມາດບົ່ມຊ້ອນໃຫຍ່ ເພື່ອສົ່ງອອກສິນຄ້າປະເພດຕ່າງໆທີ່ຂຶ້ນກັບຂະແໜງສະບຽງອາຫານ, ກໍ່ສ້າງ, ທາດເຄມີ, ຫຼອມໂລຫະ, ການກັ່ນຕອງນ້ຳມັນເຂົ້າຫວຽດນາມ. ໃນຂະນະນັ້ນ, ຫວຽດນາມ ສົ່ງອອກຜະລິດຕະພັນຕົ້ນຕໍ, ຄື: ໂທລະສັບ, ເຄື່ອງອາໄຫຼ່, ເຄື່ອງຈັກ, ອຸປະກອນ, ເຄື່ອງເອເລັກໂຕນິກ, ຜະລິດຕະພັນກະເສດ-ສິນໃນນ້ຳ, ໂສ້ງເສື້ອ, ເກີບ... ມາຍັງກາຊັກສະຖານ.

ໃນຊຸມປີຜ່ານມາ, ຫວຽດນາມ ມີບັນດາບາດກ້າວພັດທະນາເສດຖະກິດກ້າວກະໂດດຂັ້ນ, ກາຍເປັນຈຸດພົ້ນເດັ່ນເສດຖະກິດໃນພາກພື້ນ. ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະກາຊັກສະຖານ ກໍ່ມີຫຼາຍຈຸດພົ້ນເດັ່ນເມື່ອຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດສຳຄັນທີ່ສຸດຂອງ ກາຊັກສະຖານ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສ່ວນ ກາຊັກສະຖານ ແມ່ນຄູ່ຮ່ວມມືໃຫຍ່ອັນດັບສອງຂອງຫວຽດນາມ ໃນ EAEU. ການຮ່ວມມືເສດຖະກິດລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເພື່ອພັດທະນາ, ໂດຍສະເພາະແມ່ນໃນຂົງເຂດ, ຄື: ການທ່ອງທ່ຽວ, logistics, ກະສິກໍາ, ກໍ່ສ້າງ... ສອງປະເທດພວມມານະພະຍາຍາມຊຸກຍູ້ການຮ່ວມມືເສດຖະກິດ ມຸຸ່ງໄປເຖິງເປົ້າໝາຍວົງເງິນການຄ້າສອງຝ່າຍບັນລຸ 1,5 ຕື້ໂດລາສະຫະລັດ ໃນປີ 2030.

leftcenterrightdel
ທ່ານ ຫວໍວັນເຖືອງ ປະທານປະເທດຫວຽດນາມ ແລະທ່ານ Kassym-Jomart Kemelevich Tokayev ປະທານາທິບໍດີ ກາຊັກສະຖານ ທີ່ການພົບປະເຈລະຈາ. ພາບ: qdnd.vn

ນັບແຕ່ສ້າງຕັ້ງການພົວພັນທາງການທູດເມື່ອວັນທີ 29 ມີຖຸນາ 1992, ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ຫວຽດນາມ-ກາຊັກສະຖານ ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະພັດທະນາ. ການຮ່ວມມືດ້ານການເມືອງ, ການທູດນັບມື້ນັບເພີ່ມທະວີໃນຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ. ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ການພົບປະສອງຝ່າຍໄດ້ຮັບການຟື້ນຟູຢ່າງແຮງພາຍຫຼັງໄລຍະຍາວທີ່ຖືກຜົນສະທ້ອນຈາກການແຜ່ລະບາດຂອງພະຍາດໂຄວິດ-19. ສອງປະເທດສົມທົບກັນກະທຳຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນ ຢູ່ສະຫະປະຊາຊາດ ແລະບັນດາເວທີປາໄສສາກົນຕ່າງໆ; ແບ່ງປັນຫຼາຍທັດສະນະ ແລະຫຼັກໝັ້ນລວມໃນບັນຫາສາກົນ. ກາຊັກສະຖານ ໄດ້ສະໜັບສະໜູນຫວຽດນາມ ອອກສະໝັກຮັບເລືອກຕັ້ງເຂົ້າສະພາສິດທິມະນຸດ ສປຊ ອາຍຸການ 2023-2025, ສະພາບໍລິຫານ UNESCO ແລະຄະນະກໍາມະການລະຫວ່າງລັດຖະບານ ກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳນາມມະທຳ ອາຍຸການ 2022-2026.

ສອງຝ່າຍມີຄວາມສາມາດບົ່ມຊ້ອນຮ່ວມມືດ້ານການທ່ອງທ່ຽວ, ພິເສດແມ່ນພາຍຫຼັງເປີດສາຍການບິນໂດຍກົງ ຫວຽດນາມ-ກາຊັກສະຖານ ແຕ່ປີ 2022, ດ້ວຍ 7 ຖ້ຽວ/ອາທິດ. ແຕ່ເດືອນກັນຍາ 2019, ກາຊັກສະຖານ ໄດ້ຍົກເວັ້ນວິຊາໃຫ້ພົນລະເມືອງຫວຽດນາມ ໃນເວລາ 30 ວັນ. ສອງປະເທດກໍ່ໄດ້ລົງນາມໃນຫຼາຍສັນຍາກ່ຽວກັບການຮ່ວມມືເສດຖະກິດ ແລະການຄ້າ, ການສຶກສາ, ປົກປ້ອງການລົງທຶນ, ການໜູນຊ່ວຍດ້ານຍຸຕິທຳ...

ບົນພື້ນຖານເສີມຂະຫຍາຍທ່າໄດ້ປຽບຂອງແຕ່ລະປະເທດ ແລະມູນເຊື້ອມິຕະພາບລະຫວ່າງສອງຝ່າຍ, ອາດຢັ້ງຢືນໄດ້ວ່າ ໃນໄລຍະຈະມາເຖິງ, ການພົວພັນຫວຽດນາມ-ກາຊັກສະຖານ ຈະມີບາດກ້າວພັດທະນາຢ່າງແຮງ, ສອງຝ່າຍສືບຕໍ່ສະໜັບສະໜູນກັນຢູ່ເວທີປາໄສຫຼາຍຝ່າຍ ແລະອົງການຈັດຕັ້ງສາກົນ. ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມຫວຽດນາມ ຂອງທ່ານ Jomart Kemelevich Tokayev ປະທານາທິບໍດີ ກາຊັກສະຖານ ຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.

ໂດຍ: ແສງເດືອນ