ບັນດາແນວພັນໃນຄາວນັ້ນໄດ້ນຳມາເຊິ່ງຜົນງານໃຫຍ່, ປະຊາຄົມອາຊຽນ ໄດ້ຮັບການກຳເນີດ, ພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະກຽມພ້ອມກາຍເປັນກຳລັງຈຸດສຸມໃນວິວັດທະນາການພາກພື້ນ. ອາຊຽນ ໄດ້ຢັ້ງຢືນຖານະບົດບາດຂອງຕົນ, ແມ່ນເສົາຄ້ຳຂອງສັນຕິພາບ, ຈຸດໃຈກາງຂອງການເຕີບໂຕ ແລະແກ່ນສານຂອງການເຈລະຈາ, ການຮ່ວມມືຢູ່ພາກພື້ນ.

ແຜ່ຂະຫຍາຍຄຸນຄ່າຂອງການເຈລະຈາ ແລະການຮ່ວມມື

ໄດ້ຮັບການກຳເນີດໃນສະພາບການທີ່ອາຊີຕາເວັນອອກສ່ຽງໃຕ້ ພວມຫັນປ່ຽນ, ປະເຊີນໜ້າກັບສິ່ງທ້າທາຍນາໆປະການ ທີ່ມາຈາກທຸກທິດ, ອາຊຽນ ໄດ້ເຂົ້າໃຈກ່ຽວກັບຄຸນຄ່າຂອງສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ. ໃນສະພາບຕົວຈິງນີ້ແມ່ນປັດໄຈຕົ້ນຕໍຂອງບົດໂຈດໃນການພັດທະນາ ແລະວັດທະນາຖາວອນ, ການເຈລະຈາ ແລະການຮ່ວມມືແມ່ນຄໍາຕອບໃຫ້ແກ່ບົດໂຈດນີ້ດ້ວຍການເຂົ້າຮ່ວມຂອງທົ່ວປະຊາຄົມສາກົນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ ກ່ອນອື່ນໝົດຢູ່ບັນດາບັນທັດຖານການປະພຶດທີ່ ອາຊຽນ ສ້າງຂຶ້ນມານັ້ນ, ໄດ້ປະກອບສ່ວນກຳນົດເປັນຮູບເປັນຮ່າງ ແລະຊັກນຳບັນດາການພົວພັນຮ່ວມມື ເພື່ອມຸ່ງໄປເຖິງເປົ້າໝາຍສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນລວມ. ສົນທິສັນຍາໄມຕີຈິດ ແລະການຮ່ວມມືຢູ່ໃນອາຊີຕາເວັນອອກສ່ຽງໃຕ້ (TAC) ແມ່ນພະຍານຫຼັກຖານທີ່ຈະແຈ້ງໃຫ້ແກ່ຄວາມມານະພະຍາຍາມຂອງອາຊຽນ. ມາຮອດປະຈຸບັນ, ສົນທິສັນຍາ TAC  ມີ 51 ປະເທດເຂົ້າຮ່ວມໄດ້ກາຍເປັນເອກະສານພື້ນຖານ, ແມ່ນພື້ນຖານໃຫ້ແກ່ການພົວພັນ ແລະການປະພຶດລະຫວ່າງບັນດາປະເທດໃນພາກພື້ນ, ນັບມື້ນັບມີຫຼາຍປະເທດສະແດງຄວາມມຸ່ງມາດປາດຖະໜາຢາກເຂົ້າຮ່ວມ, ໄດ້ສະແດງໃຫ້ເຫັນຄຸນຄ່າ ແລະພະລັງຊີວິດຂອງສົນທິສັນຍາ ກໍ່ຄືຜົນສຳເລັດຂອງອາຊຽນ ໃນການແບ່ງປັນ ແລະແຜ່ຂະຫຍາຍບັນດາມາດຕະຖານການປະພຶດ.

ອີກຕົວຢ່າງໜຶ່ງໃຫ້ແກ່ຄວາມມານະພະຍາຍາມຂອງອາຊຽນ ນັ້ນແມ່ນວິວັດທະນາການປະຕິບັດຖະແຫຼງການ ວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ພວມດຳເນີນ. ດ້ານໜຶ່ງນີ້ແມ່ນຄວາມມານະພະຍາຍາມຂອງອາຊຽນ ເພື່ອມຸ່ງໄປເຖິງການກໍ່ສ້າງທະເລຕາເວັນອອກໃຫ້ເປັນເຂດທະເລແຫ່ງສັນຕິພາບ, ມີການຮ່ວມມື ແລະພັດທະນາແບບຍືນຍົງ, ກໍ່ແມ່ນຄວາມມານະພະຍາຍາມ ໃນການສ້າງວັດທະນະທຳປຶກສາຫາລື ແລະເຈລະຈາ.

ບາດກ້າວໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດ ແລະພັດທະນາ

ນັບແຕ່ຊຸມວັນແຫ່ງການສ້າງຕັ້ງທຳອິດ, ອາຊຽນ ຖືເອົາດ້ານເສດຖະກິດ-ການຄ້າ ເປັນພື້ນຖານ ແລະເປັນກຳລັງໜູນໃຫ້ແກ່ການຮ່ວມມືພາກພື້ນ. ການພັດທະນາຂອງການເຊື່ອມຕໍ່ ດ້ານເສດຖະກິດ-ການຄ້າ ໄດ້ສ້າງຂີດໝາຍດ້ວຍການສ້າງຕັ້ງເຂດການພົວພັນແລກປ່ຽນການຄ້າເສລີ ອາຊຽນ (AFTA) ປີ 1992 ແລະຄວາມມານະພະຍາຍາມຫັນກະແສດ້ານການຄ້າສິນຄ້າ, ການບໍລິການ ແລະການລົງທຶນເປັນເສລີ.

ພ້ອມກັບການເຊື່ອມຕໍ່ພາຍໃນກຸ່ມ, ອາຊຽນ ໄດ້ເປີດກວ້າງການເຊື່ອມຕໍ່ກັບພາຍນອກ, ນຳປະຊາຄົມເສດຖະກິດອາຊຽນ ກາຍເປັນຈຸດໃຈກາງແຫ່ງການສອດສະຫຼັບຂອງບັນດາຂໍ້ຕົກລົງຮ່ວມມືຫຼາຍຝ່າຍ. ເຄືອຂ່າຍສັນຍາການຄ້າເສລີລະຫວ່າງອາຊຽນ ກັບຫຼາຍພື້ນຖານເສດຖະກິດໃຫຍ່ໃນໂລກ ພ້ອມກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ທີ່ມີຜົນສັກສິດໃນວັນທີ 1 ມັງກອນ 2022 ແມ່ນການປະກອບສ່ວນແທດຈິງຂອງອາຊຽນ ເຂົ້າໃນລະບົບການຄ້າຫຼາຍຝ່າຍ, ເປີດກວ້າງ, ກະຈ່າງແຈ້ງໃນພາກພື້ນ ແລະໃນໂລກ.

ດ້ວຍພົນລະເມືອງເກືອບ 700 ລ້ານຄົນ ແລະລວມຍອດຜະລິດຕະພັນພາຍໃນ (GDP)  ເກືອບ 4.000 ຕື້ໂດລາສະຫະລັດ, ອາຊຽນ ແມ່ນພາກພື້ນເສດຖະກິດທີ່ກວ້າງໃຫຍ່, ມີການພັດທະນາທີ່ຂະຫຍັນຂັນເຄື່ອນ ແລະເຕັມໄປດ້ວຍແງ່ຫວັງ. ຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຂອງພື້ນຖານເສດຖະກິດໂລກ, ອາຊຽນ ມີບາດກ້າວໃໝ່, ສ້າງກຳລັງໜູນ ແລະນຳມາເຊິ່ງຄວາມຫວັງທີ່ປະເອີບໃຈໃຫ້ແກ່ເສດຖະກິດພາກພື້ນ.

ຕໍ່ໜ້າທ່າອ່ຽງໃຫຍ່ຂອງຍຸກສະໄໝ, ອາຊຽນ ໄດ້ດັດປັບນະໂຍບາຍການເຂົ້າເຖິງ, ປ່ຽນແປງໃໝ່ ແລະປະດິດສ້າງກວ່າທັງວິທີການ ແລະເນື້ອໃນຂອງການຮ່ວມມືຕາມທິດສີຂຽວ, ສະອາດ ແລະຍືນຍົງ. ຊອກຫາ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃໝ່ແມ່ນຈຸດສຸມ ແລະແມ່ນຄວາມເອົາໃຈໃສ່ແຖວໜ້າໃນການແລກປ່ຽນລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື.

ຫຼາຍມາດຕະການໄດ້ຜັນຂະຫຍາຍຢ່າງຂ້ຽວຂາດ, ຄື: ການເຈລະຈາຍົກລະດັບສັນຍາການຄ້າເສລີອາຊຽນ, ສັນຍາການຄ້າເສລີ (FTA) ລະຫວ່າງອາຊຽນ ກັບ ຈີນ, ສ. ເກົາຫຼີ, ຍີ່ປຸ່ນ, ອິນເດຍ... ແລະໄດ້ຍົກອອກຫຼາຍຂໍ້ລິເລີ່ມໃໝ່ຄືການສ້າງສັນຍາແມ່ເສດຖະກິດດີຈີຕອນ ອາຊຽນ, ເສດຖະກິດໝູນວຽນ, ເສດຖະກິດທະເລສີຂຽວ... ນີ້ແມ່ນປັດໄຈໃຫ້ອາຊຽນ ເປັນເຈົ້າການຮັບມືກັບກາລະໂອກາດ, ສິ່ງທ້າທາຍ ເພື່ອມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ, ກວມລວມ ແລະຍົກສູງການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ພາກພື້ນ.

ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະມີປະສິດທິຜົນກວ່າ

ເຂົ້າຮ່ວມອາຊຽນ ໃນໄລຍະເລີ່ມປ່ຽນແປງໃໝ່, ເຊື່ອມໂຍງ, ຮ່ວມຜູກພັນກັບອາຊຽນ ເກືອບ 30 ປີຜ່ານມາ, ຫວຽດນາມໄດ້ສະແດງໃຫ້ເຫັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍ, ຍາມໃດກໍ່ມານະພະຍາຍາມ ແລະປະກອບສ່ວນຈົນສຸດຄວາມສາມາດຂອງຕົນເພື່ອອາຊຽນ ສາມັກຄີ ແລະພັດທະນາຢ່າງໝັ້ນຄົງເຂັ້ມແຂງ.

ຕິດແທດກັບແນວທາງພົວພັນຕ່າງປະເທດຂອງພັກ, 10 ປີແຫ່ງການຜັນຂະຫຍາຍມະຕິສະບັບເລກທີ 22-NQ/TW ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ 5 ປີແຫ່ງການຜັນຂະຫຍາຍຄຳສັ່ງ ສະບັບເລກທີ 25-CT/TW ຂອງຄະນະເລຂາທິການ ວ່າດ້ວຍການຍູ້ແຮງ ແລະຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຈົນຮອດປີ 2030, ຫວຽດນາມ ພວມບືນຕົວຂຶ້ນເພື່ອສວມບົດບາດຫຼັກແຫຼ່ງ, ຊັກນຳໃນຫຼາຍຂົງເຂດຮ່ວມມືຂອງອາຊຽນ.

ຈິດໃຈຮັບຜິດຊອບ ພ້ອມດ້ວຍການປະກອບສ່ວນຢ່າງແທດຈິງຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ປະກອບສ່ວນຢັ້ງຢືນຮູບພາບຫວຽດນາມ ເປັນເຈົ້າການ, ຕັ້ງໜ້າ, ມີໄຫວພິບ, ປະດິດສ້າງດ້ວຍຖານະບົດບາດ ແລະທັດສະນະນັບມື້ນັບສູງຢູ່ພາກພື້ນ ແລະສາກົນ. ບັນດາຂໍ້ລິເລີ່ມຂອງຫວຽດນາມ, ພິເສດແມ່ນຜ່ານອາຍຸການປະທານອາຊຽນ ໃນປີ 1998, 2010 ແລະ 2020 ລ້ວນແຕ່ໄດ້ສ້າງຊັບສົມບັດອັນລ້ຳຄ່າໃຫ້ແກ່ອາຊຽນ, ສ້າງທ່າຊຸກຍູ້ວິວັດທະນາການກໍ່ສ້າງປະຊາຄົມ ໃຫ້ນັບມື້ນັບກ້າວໄປໄກກວ່າ ແລະແຂງແຮງກວ່າ.

ຄືທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ: “ຫວຽດນາມ ໝັ້ນໝາຍວ່າ ຈະເອົາໃຈໃສ່ ແລະເພີ່ມພູນຄູນສ້າງໃຫ້ຄວາມຍືນຍົງຂອງຊາຍຄາລວມພວກເຮົາຢ່າງສຸດໃຈ". ການຮ່ວມມື, ການຮ່ວມສຳພັນອາຊຽນ ແມ່ນບຸລິມະສິດແຖວໜ້າ ແລະແມ່ນການຄັດເລືອກຍຸດທະສາດຂອງຫວຽດນາມ”. ດ້ວຍຈິດໃຈເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະປະກອບສ່ວນຢ່າງມີປະສິດທິຜົນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັບປະເທດພາຄີມານະພະຍາຍາມ ແລະຕັດສິນໃຈຫັນຄວາມຄາດຫວັງຂອງອາຊຽນ ໃຫ້ປະກົດຜົນເປັນຈິງ, ປ່ຽນແປງຕົນເອງຢ່າງແຂງແຮງ ແລະກ້າວຂຶ້ນຢ່າງບຸກທະລຸ, ກາຍເປັນຈຸດໃຈກາງຂອງສັນຕິພາບ, ການຮ່ວມມື ແລະພັດທະນາ.

ທ່ານ ບຸ່ຍແທັງເຊີນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ.