ນີ້ແມ່ນການຢ້ຽມຢາມ ໂອຕຣິດ ຄັ້ງທຳອິດຂອງທ່ານປະທານປະເທດແຫ່ງ ສສ ຫວຽດນາມ ໃນ 15 ປີຜ່ານມາ, ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນປະມຸກລັດ ທຳອິດລະຫວ່າງຫວຽດນາມ ກັບອີຕາລີ ແລະສຳນັກວາຕິກັງ ໃນ 7 ປີຜ່ານມາ, ພ້ອມທັງແມ່ນຈຸດພົ້ນເດັ່ນສຳຄັນທີ່ສຸດເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອີຕາລີ.

ໂອຕຣິດ ແມ່ນໜຶ່ງໃນບັນດາປະເທດເອີລົບທຳອິດທີ່ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ (ວັນທີ 1 ທັນວາ 1972). ຜ່ານໄລຍະເວລາມາກວ່າ 50 ປີ, ການພົວພັນມິດຕະພາບ ແລະການຮ່ວມມືຫວຽດນາມ-ໂອຕຣິດ ພວມພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ. ສອງຝ່າຍໄດ້ຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ, ສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ ແລະກົນໄກສາກົນ, ຄື: ສະຫະປະຊາຊາດ, ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ສະຫະພາບເອີລົບ (ອີຢູ), ເວທີປາໄສຮ່ວມມືອາຊີິ-ເອີລົບ (ASEM). ໃນຂົງເຂດເສດຖະກິດ, ໂອຕຣິດ ແມ່ນໜຶ່ງໃນ 10 ຄູ່ຮ່ວມມືສົ່ງອອກແຖວໜ້າຂອງຫວຽດນາມ ຢູ່ ອີຢູ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງໂອຕຣິດ ໃນກຸ່ມອາຊຽນ. ການແລກປ່ຽນການຄ້າສອງຝ່າຍ ປີ 2022 ບັນລຸ 2,79 ຕື້ໂດລາສະຫະລັດ. ປະຈຸບັນ, ໂອຕຣິດ ລົງທຶນເຂົ້າ ຫວຽດນາມ ບັນລຸປະມານ 148 ລ້ານໂດລາສະຫະລັດ (ຢືນອັນດັບທີ 44/141 ປະເທດ ແລະເຂດແຄວ້ນທີ່ລົງທຶນເຂົ້າຫວຽດນາມ), ດ້ວຍປະມານ 60 ວິສາຫະກິດ ໂອຕຣິດ ທີ່ພວມເຄື່ອນໄຫວຢູ່ຫວຽດນາມ.

leftcenterrightdel
ທ່ານປະທານປະເທດ ຫວໍວັນເຖືອງ ແລະພັນລະຍາ. ພາບ: ສຳນັກຂ່າວສານຫວຽດນາມ

ສຳລັບ ອີຕາລີ, ປີ 2023, ເປັນປີທີ່ຫວຽດນາມ ແລະອີຕາລີ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ໃນໄລຍະຜ່ານມາ, ການພົວພັນສອງປະເທດສືບຕໍ່ພັດທະນາອັນດີງາມຜ່ານການຮັກສາການແລກປ່ຽນ, ພົບປະຂັ້ນສູງເປັນປະຈຳ ກໍ່ຄືບັນດາກົນໄກຮ່ວມມືສອງຝ່າຍ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສສາກົນ ແລະພາກພື້ນ, ຄື: ສະຫະປະຊາຊາດ, ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດອາຊຽນ-ອີຢູ ແລະອາແຊມ. ການຮ່ວມມືດ້ານເສດຖະກິດແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ. ອີຕາລີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ໃນອີຢູ ແລະແມ່ນນັກລົງທຶນໂດຍກົງຂອງຕ່າງປະເທດ ເຂົ້າຫວຽດນາມ ຢືນອັນດັບທີ 35/140, ສະໜອງທຶນ ODA ໃຫ້ ຫວຽດນາມ ດ້ວຍເງິນລົງທຶນຕາມຄຳໝັ້ນສັນຍາກວ່າ 117 ລ້ານເອີໂຣ, ໂດຍສຸມໃສ່ຂົງເຂດບຳລຸງສ້າງອາຊີບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ປົກປັກຮັກສາສິ່ງແວດລ້ອມ, ຄຸ້ມຄອງແຫຼ່ງນ້ຳ, ໜູນຊ່ວຍວິສາຫະກິດຂະໜາດກາງ ແລະນ້ອຍ, ການແພດ ແລະຄົ້ນຄວ້າວິທະຍາສາດ. ປີ 2022, ເຖິງວ່າມີການຜັນແປ ແລະປະສົບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ວົງເງິນການຄ້າສອງຝ່າຍຍັງບັນລຸລະດັບສູງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນແມ່ນ 6,2 ຕື້ໂດລາສະຫະລັດ. ລັດຖະບານ ອີຕາລີ ນຳຫວຽດນາມ ເຂົ້າບັນຊີລາຍຊື່ 20 ປະເທດສືບຕໍ່ໃຫ້ບຸລິມະສິດຊຸກຍູ້ດ້ານການຄ້າ, ການລົງທຶນເຖິງປີ 2030.

ສຳລັບສຳນັກວາຕິກັງ, ພາຍຫຼັງ 15 ປີນັບແຕ່ມື້ທີ່ສອງຝ່າຍດຳເນີນການແລກປ່ຽນກ່ຽວກັບການຊຸກຍູ້ການພົວພັນ, ການພົວພັນສອງຝ່າຍມີການຫັນປ່ຽນຢ່າງຕັ້ງໜ້າ. ນັບແຕ່ປີ 2011 ເປັນຕົ້ນມາ, ທູດພິເສດບໍ່ປະຈຳການຂອງສຳນັກວາຕິກັງ ໄດ້ມາເຄື່ອນໄຫວຢູ່ຫວຽດນາມ ຢ່າງເປັນທາງການ. ສອງຝ່າຍໄດ້ຮັກສາການພົບປະຂັ້ນສູງ ແລະກົນໄກກຸ່ມປະຕິບັດງານປະສົມຫວຽດນາມ-ສຳນັກວາຕິກັງ ຢ່າງມີປະສິດທິຜົນ. ປະຈຸບັນ, ການພົວພັນລະຫວ່າງສຳນັກວາຕິກັງ, ສະມາຄົມຊາວຄຼິດ ຫວຽດນາມ ກັບອຳນາດການປົກຄອງທຸກຂັ້ນໄດ້ດໍາເນີນໄປບົນເນື້ອໃນຈິດໃຈທີ່ເຂົ້າອົກເຂົ້າໃຈ, ການໂອ້ລົມສົນທະນາ ແລະການເຄົາລົບເຊິ່ງກັນ ແລະກັນ. ນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເຄົາລົບການເຫຼື້ອມໃສສັດທາ, ຖືສາສະໜາ; ປາດຖະໜາຢາກຊຸກຍູ້ການພົວພັນລະຫວ່າງຫວຽດນາມ- ສຳນັກວາຕິກັງ ໃຫ້ນັບມື້ນັບດີງາມກວ່າ, ສຳນັກວາຕິກັງ ສືບຕໍ່ໃຫ້ການຮ່ວມມື, ຊີ້ນຳສະມາຄົມຊາວຄຼິດຫວຽດນາມ ຮ່ວມເດີນທາງພ້ອມກັບລັດ ແລະປະຊາຊົນໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ.

ການຢ້ຽມຢາມ ໂອຕຣິດ, ອີຕາລີ ແລະສຳນັກວາຕິກັງ ຂອງທ່ານປະທານປະເທດ ຫວໍວັນເຖືອງ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກ່ຽວກັບເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ; ຍູ້ແຮງ ແລະເຮັດໃຫ້ການພົວພັນຮ່ວມມືສອງຝ່າຍກັບ ໂອຕຣິດ, ອີຕາລີ ແລະສຳນັກວາຕິກັງ ເລິກເຊິ່ງກວ່າອີກ; ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນຫວຽດນາມ-ອີຢູ ແລະການພົວພັນອາຊຽນ-ອີຢູ.

ພວກເຮົາເຊື່ອໝັ້ນວ່າ ບົນພື້ນຖານການພົວພັນມິດຕະພາບອັນດີງາມ, ການຢ້ຽມຢາມ ໂອຕຣິດ ຢ່າງເປັນທາງການ, ຢ້ຽມຢາມທາງລັດຖະກິດ ອີຕາລີ ແລະຢ້ຽມຢາມ ສຳນັກວາຕິກັງ ຂອງທ່ານປະທານປະເທດ ຫວໍວັນເຖືອງ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ກັບ ໂອຕຣິດ, ອີຕາລີ ແລະສຳນັກວາຕິກັງ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ໂດຍ: ແສງເດືອນ