ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ນັບແຕ່ຮັບຕໍາແໜ່ງໃນປີກາຍ. ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນທີ່ສຸດເມື່ອການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ ໄດ້ຜ່ານໄລຍະທາງ 8 ປີທໍາອິດ ແລະສອງປະເທດພວມສົມທົບກັນຜັນຂະຫຍາຍຫຼາຍກິດຈະກຳ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023).

ສາມາດຢັ້ງຢືນໄດ້ວ່າ ເລື່ອງຫວຽດນາມ ແລະມາເລເຊຍ ສ້າງຕັ້ງການພົວພັນທາງການທູດໃນປີ 1973 ແມ່ນຂີດໝາຍສຳຄັນຂອງການເລີ່ມຕົ້ນໄລຍະທາງທີ່ຍາວນານຂອງຫຼາຍທົດສະວັດ, ສະແດງໃຫ້ເຫັນຜ່ານການພົວພັນສະໜິດຕິດພັນ, ພັດທະນາຢ່າງແຂງແຮງໃນຫຼາຍຂົງເຂດລະຫວ່າງສອງປະເທດ. ມາຮອດປີ 2015, ຫວຽດນາມ ແລະມາເລເຊຍ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ນຳການຮ່ວມມືສອງປະເທດຂຶ້ນສູ່ລະດັບສູງໃໝ່ທັງດ້ານສອງຝ່າຍ ແລະຫຼາຍຝ່າຍບົນພື້ນຖານການເຄົາລົບເຊິ່ງກັນ ແລະກັນ, ມີຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ຍິ່ງພິເສດກວ່າເມື່ອຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດໜຶ່ງດຽວຂອງມາເລເຊຍ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

leftcenterrightdel
ທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນຕະຫຼອດໄລຍະທາງ 50 ປີຜ່ານມາ, ໂດຍບໍ່ຫົວຊາຕໍ່ການຜັນແປຂອງສະພາບການ, ຫວຽດນາມ ແລະມາເລເຊຍ ໄດ້ສຸມໃສ່ສ້າງກາລະໂອກາດ ເພື່ອເຮັດໃຫ້ການພົວພັນທັງດ້ານສອງຝ່າຍ ແລະຫຼາຍຝ່າຍເລິກເຊິ່ງກວ່າເກົ່າ. ສອງຝ່າຍຍາມໃດກໍ່ຢືນຢັນເຖິງການຖືເປັນສຳຄັນ ແລະການໃຫ້ບຸລິມະສິດສູງສຸດແກ່ການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ, ພ້ອມກັນສູ້ຊົນເພື່ອສັນຕິພາບ, ວັດທະນາຖາວອນໃນພາກພື້ນ ແລະໃນໂລກ. ຫວຽດນາມ ແລະມາເລເຊຍ ພວມຕັ້ງໜ້າປະຕິບັດໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ໄລຍະ 2021-2025. ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການເພີ່ມທະວີ, ການພົບປະຂັ້ນສູງ ແລະທຸກຂັ້ນ ກໍ່ຄືບັນດາກົນໄກຮ່ວມມືຂອງສອງຝ່າຍໄດ້ຮັບການຮັກສາໄວ້ຢ່າງມີປະສິດທິຜົນ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຖືວ່າແມ່ນຈຸດພົ້ນເດັ່ນໃນການພົວພັນຫວຽດນາມ-ມາເລເຊຍ ແລະຍັງເຕັມໄປດ້ວຍຄວາມສາມາດ ເພື່ອພ້ອມກັນຂຸດຄົ້ນ, ພັດທະນາ. ປະຈຸບັນ, ມາເລເຊຍ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີສອງຂອງຫວຽດນາມ ໃນອາຊຽນ ແລະຢືນອັນດັບທີ 9 ໃນໂລກດ້ວຍວົງເງິນການຄ້າສອງສົ້ນບັນລຸ 14,68  ຕື້ໂດລາສະຫະລັດໃນປີ 2022, ເພີ່ມຂຶ້ນ 17,4% ເມື່ອທຽບໃສ່ປີ 2021. ສອງຝ່າຍກຳລັງສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 18 ຕື້ໂດລາສະຫະລັດ ຫຼືສູງກວ່າໃນປີ 2025 ຕາມທິດດຸ່ນດ່ຽງ. ມາເລເຊຍ ນອນໃນຈຳນວນ 10 ປະເທດມີເງິນລົງທຶນຫຼາຍທີ່ສຸດຢູ່ຫວຽດນາມ ດ້ວຍ 702 ໂຄງການຍັງມີຜົນສັກສິດທີ່ມີທຶນຈົດທະບຽນລົງທຶນທັງໝົດແມ່ນ 13 ຕື້ໂດລາສະຫະລັດ.

ຫວຽດນາມ ແລະມາເລເຊຍ ລ້ວນແຕ່ແມ່ນບັນດາສະມາຊິກທີ່ມີຄວາມສຳຄັນ, ມີທັດສະນະໃນ “ຊາຍຄາລວມ” ອາຊຽນ, ຕັ້ງໜ້າພ້ອມກັບບັນດາປະເທດສະມາຊິກອື່ນ ເພີ່ມທະວີຄວາມສາມັກຄີ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມອາຊຽນ ໃຫ້ມີການພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະວັດທະນາຖາວອນ-ເປັນກຳລັງໜູນຫຼັກໃນໂຄງປະກອບພາກພື້ນອັນໃຫຍ່ກວ້າງກວ່າ. ສອງຝ່າຍກໍ່ສົມທົບຫຼັກໝັ້ນຢ່າງແໜ້ນແຟ້ນຢູ່ເວທີປາໄສພາກພື້ນ ແລະສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC).

ບັນດາໝາກຜົນທີ່ບັນລຸໄດ້ໃນເຄິ່ງສະຕະວັດຜ່ານມານັ້ນແມ່ນພື້ນຖານທີ່ໝັ້ນຄົງເຂັ້ມແຂງໃຫ້ແກ່ການພົວພັນຫວຽດນາມ-ມາເລເຊຍ ໃນໄລຍະທາງແຫ່ງການພັດທະນາຕໍ່ໄປ, ແມ່ນພື້ນຖານ ເພື່ອໃຫ້ສອງປະເທດສືບຕໍ່ຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືຢ່າງມີປະສິດທິຜົນ, ນຳການພົວພັນຮ່ວມມືສະໜິດຕິດພັນລະຫວ່າງສອງປະເທດມຸ່ງໄປເຖິງໄລຍະທາງໃໝ່. ໃນສະພາບການຄືແນວນັ້ນ, ພວກເຮົາເຊື່ອໝັ້ນຢ່າງແນວແນ່ວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ແລະພັນລະຍາ ຈະປະສົບຜົນສໍາເລັດຢ່າງຈົບງາມ, ສ້າງກຳລັງໜູນໃໝ່ໃຫ້ແກ່ການປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນໃນທຸກຂົງເຂດ.

ໂດຍ: ແສງເດືອນ