ຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC) ແມ່ນເວທີປາໄສພາກພື້ນທີ່ສຳຄັນ ເພື່ອຊຸກຍູ້ການຮ່ວມມືສັນຕິພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດແນໃສ່ພັດທະນາ ອ່າງແມ່ນ້ຳຂອງແບບຍືນຍົງ. ດ້ວຍ 4 ປະເທດສະມາຊິກແມ່ນກໍາປູເຈຍ, ລາວ, ໄທ ແລະຫວຽດນາມ, MRC ແມ່ນກົນໄກຮ່ວມມືແມ່ນ້ຳຂອງມາແຕ່ເຫິງນານທີ່ສຸດ ແລະແມ່ນກົນໄດໜຶ່ງດຽວທີ່ເຄື່ອນໄຫວອີງໃສ່ສັນຍາສາກົນ (ສັນຍາແມ່ນ້ຳຂອງ 1995) ເພື່ອສ້າງຂອດການຮ່ວມມືພັດທະນາແບບຍືນຍົງ, ນຳໃຊ້, ປົກປ້ອງ, ຄຸ້ມຄອງ ຊັບພະຍາກອນນ້ຳ ແລະບັນດາຊັບພະຍາກອນກ່ຽວຂ້ອງຂອງພາກພື້ນ.

ກອງປະຊຸມສຸດຍອດຂອງ MRC ໄດ້ຈັດຕັ້ງແຕ່ປີ 2010, ຕາມກົນໄກໝູນວຽນ 4 ປີ ເທື່ອໜຶ່ງຢູ່ບັນດາປະເທດສະມາຊິກ. ດ້ວຍຫົວຂໍ້ “ປ່ຽນແປງໃໝ່ ແລະຮ່ວມມືເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ ແລະການພັດທະນາແບບຍືນຍົງຂອງອ່າງແມ່ນ້ຳຂອງ”, ກອງປະຊຸມສຸດຍອດ MRC ຄັ້ງນີ້ຢູ່ນະຄອນຫຼວງວຽງຈັນ ໄດ້ດຳເນີນໃນສະພາບເຖິງວ່າໄດ້ຮັບຜົນງານສຳຄັນຫຼາຍຢ່າງປະກອບສ່ວນຊຸກຍູ້ການຮ່ວມມືເຂດອ່າງແມ່ນ້ຳຂອງ, ຄື: ກໍ່ສ້າງບັນດາກົນໄກນຳໃຊ້ນ້ຳ, ຄຸ້ມຄອງສິ່ງແວດລ້ອມ, ອາຊີບຫາປາ, ເຊື່ອມຕໍ່ຄົມມະນາຄົມທາງນ້ຳ, ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມືພາຍໃນ ແລະນອກພາກພື້ນກໍ່ຕາມ... ແຕ່ MRC ພວມປະສົບກັບບັນດາສິ່ງທ້າທາຍບໍ່ແມ່ນໜ້ອຍຍ້ອນບັນດາຜົນກະທົບຢ່າງຫຍໍ້ທໍ້ຈາກການປ່ຽນແປງຂອງດິນຟ້າອາກາດ, ມົນລະພິດສິ່ງແວດລ້ອມ, ການເຄື່ອນໄຫວຂຸດຄົ້ນ ແລະນຳໃຊ້ຊັບພະຍາກອນແຫຼ່ງນ້ຳແລະບັນດາຊັບພະຍາກອນກ່ຽວຂ້ອງຢູ່ເຂດອ່າງແມ່ນ້ຳຂາດຄວາມຍືນຍົງ, ການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່... ຕົວຈິງນີ້ຮຽກຮ້ອງໃຫ້ MRC ຕ້ອງເພີ່ມທະວີບົດບາດ, ຍົກສູງປະສິດທິຜົນການເຄື່ອນໄຫວ, ຮ່ວມມື, ພ້ອມທັງດຶງດູດຄວາມເອົາໃຈໃສ່, ການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ແລະພາກພື້ນ, ບັນດາ ຄູ່ຮ່ວມມືເຈລະຈາ, ບັນດາຄູ່ຮ່ວມມືພັດທະນາ ແລະປະຊາຄົມບັນດານັກອຸປະຖຳເພື່ອເປົ້າໝາຍຮັບປະກັນຄວາມໝັ້ນຄົງ, ການພັດທະນາແບບຍືນຍົງຢູ່ອ່າງແມ່ນ້ຳຂອງ.

leftcenterrightdel
ນາຍົກລັດຖະມົນຕີສາມປະເທດຫວຽດນາມ, ລາວ, ກໍາປູເຈຍ ແລະທ່ານເລຂາທິການໃຫຍ່ຫ້ອງການຊັບພະຍາກອນນໍ້າຂອງໄທ ເຂົ້າຮ່ວມວາລະຄົບຄະນະຂອງກອງປະຊຸມສຸດຍອດຄະນະກໍາມາທິການແມ່ນໍ້າຂອງ ສາກົນ ຄັ້ງທີ 4. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍແມ່ນປະເທດຢູ່ຕອນລຸ່ມແມ່ນ້ຳຂອງ, ຫວຽດນາມ ຍາມໃດກໍ່ຮັບຮູ້ຄວາມສຳຄັນຂອງພາກພື້ນແມ່ນ້ຳຂອງ. ເພາະສະນັ້ນ, ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນບົດບາດຂອງປະເທດສະມາຊິກທີ່ຕັ້ງໜ້າທີ່ສຸດ, ເປັນເຈົ້າການ, ມີຄວາມຮັບຜິດຊອບໃນການເຂົ້າຮ່ວມບັນດາການເຄື່ອນໄຫວຂອງ MRC ຢູ່ທຸກຂັ້ນ, ຈາກຂັ້ນສູງຈົນຮອດຂັ້ນລັດຖະມົນຕີ, ຄະນະກຳມະການປະສົມ, ກຸ່ມປະຕິບັດງານ... ໃນການກໍ່ສ້າງ, ຜັນຂະຫຍາຍບັນດາເອກະສານນິຕິກຳ, ຍຸດທະສາດຂອງ MRC, ຫຼືແບ່ງປັນຂໍ້ມູນຂ່າວສານ, ຂໍ້ມູນ, ການປະກອບສ່ວນຂອງຊ່ຽວຊານ ແລະເຕັກນິກ...

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມສຸດຍອດ MRC ຄັ້ງທີ 4 ເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍ, ແນວທາງພົວພັນຕ່າງປະເທດທີ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກກ່ຽວກັບ “ການສືບຕໍ່ຍູ້ແຮງ ແລະຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ ແລະເຊື່ອມໂຍງສາກົນ”, ທັງສະແດງຄວາມຮັບຜິດຊອບ, ຄວາມເອົາໃຈໃສ່ ແລະຄຳໝັ້ນສັນຍາຂອງຫວຽດນາມ ຢູ່ຂັ້ນສູງຕໍ່ກັບການຮ່ວມມືໃນຂອບເຂດ  MRC ບົນເນື້ອໃນຈິດໃຈສັນຍາແມ່ນໍ້າຂອງ 1995, ຜ່ານນັ້ນປະກອບສ່ວນເພີ່ມທະວີບົດບາດຂອງ MRC ກໍ່ຄືຄວາມສາມັກຄີ, ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ເພື່ອຜົນປະໂຫຍດລວມ.

ກໍ່ຕ້ອງເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ MRC ຄັ້ງທີ 4 ເມື່ອປະເທດນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ສະພາບການເມືອງ-ສັງຄົມ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບປະກັນ, ເສດຖະກິດເຕີບໂຕສູງ (ບັນລຸ 8,02% ໃນປີ 2022). ດ້ວຍທ່ວງທ່າ ແລະກໍາລັງແຮງໄດ້ຮັບການຍົກສູງພ້ອມກັບບົດຮຽນພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນທີ່ໄດ້ສະສົມໃນຊຸມປີຜ່ານມາ, ພວກເຮົາມີຄວາມເຊື່ອໝັ້ນຢ່າງແນ່ນອນວ່າ ຫວຽດນາມ ມີເງື່ອນໄຂດີກວ່າເມື່ອເຂົ້າຮ່ວມການຮ່ວມມື MRC ເວົ້າລວມ ກໍ່ຄືການປະກອບສ່ວນເຂົ້າຜົນສໍາເລັດລວມຂອງກອງປະຊຸມສຸດຍອດ MRC ຄັ້ງທີ 4 ເວົ້າສະເພາະ, ຈາກນັ້ນປະກອບສ່ວນຮັບມືຢ່າງມີປະສິດທິຜົນກັບບັນດາສິ່ງທ້າທາຍຕໍ່ສະຖຽນລະພາບ ແລະການພັດທະນາແບບຍືນຍົງຂອງອ່າງແມ່ນ້ຳຂອງ, ເພື່ອໃຫ້ລຳແມ່ນ້ຳດັ່ງກ່າວ ເປັນແຫຼ່ງເຊື່ອມຕໍ່ການດຳລົງຊີວິດ, ການພົບປະແລກປ່ຽນວັດທະນະທຳ ແລະຄວາມວັດທະນາຖາວອນຂອງປະຊາຊົນນັບລ້ານຄົນມາແຕ່ເຫິງນານແລ້ວ.

ໂດຍ: ແສງເດືອນ