ນີ້ແມ່ນໂອກາດເພື່ອສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື, ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ, ນຳການພົວພັນເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ; ເພື່ອແນໃສ່ຜັນຂະຫຍາຍແນວທາງຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ໃນນັ້ນໃຫ້ບູລິມະສິດພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ. ໂດຍດຳເນີນໃນໄລຍະການພົວພັນລະຫວ່າງຫວຽດນາມ ກັບສິງກະໂປ ແລະບຣູໄນ ດາຣູຊາລາມ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນໃນທຸກຂົງເຂດ, ການຢ້ຽມຢາມຄັ້ງນີ້ໄດ້ຮັບຄວາມຫວັງວ່າ ຈະປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນຮ່ວມມືຫຼາຍດ້ານເລິກເຊິ່ງກວ່າອີກ, ເຮັດໃຫ້ການພົວພັນຫວຽດນາມ-ສິງກະໂປ, ຫວຽດນາມ ບຣູໄນ ດາຣູຊາລາມ ນັບມື້ນັບແທດຈິງ, ມີປະສິດທິຜົນກວ່າ.

ປີ 1973, ສິງກະໂປ ແມ່ນໜຶ່ງໃນບັນດາປະເທດທຳອິດສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ພາຍຫຼັງສັນຍາປາຣີ ໄດ້ຮັບການລົງນາມ. ຮອດປີ 2013, ສິງກະໂປ ກໍ່ແມ່ນໜຶ່ງໃນບັນດາປະເທດສະມາຊິກອາຊຽນທຳອິດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ. ປີນີ້ເປັນຂີດໝາຍສຳຄັນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ

ໃນໄລຍະຜ່ານມາ, ການຮ່ວມມືໃນສາຍພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ ກໍ່ຄືການຮ່ວມມືໃນຫຼາຍຂົງເຂດໄດ້ຮັບການປັບປຸງ ແລະຊຸກຍູ້ຢ່າງບໍ່ຢຸດຢັ້ງ, ໃນນັ້ນການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ-ສິງກະໂປ ສືບຕໍ່ແມ່ນຈຸດພົ້ນເດັ່ນ. ເຖິງວ່າຖືກຜົນສະທ້ອນຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ວົງເງິນການຄ້າລະຫວ່າງສອງປະເທດ ບັນລຸ 8,3 ຕື້ໂດລາສະຫະລັດ ໃນປີ 2021. ໃນປີ 2022, ຕົວເລກນີ້ແມ່ນກວ່າ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນກວ່າ 10% ເມື່ອທຽບໃສ່ປີກາຍ. ສິງກະໂປ ຮັກສາອັນດັບແມ່ນນັກລົງທຶນໃຫຍ່ທີ່ສຸດຂອງອາຊຽນ ເຂົ້າຫວຽດນາມ ແລະຢືນອັນດັບທີ 2/141 ປະເທດ, ເຂດແຄ້ວນລົງທຶນເຂົ້າຫວຽດນາມ, ດ້ວຍກວ່າ 3.000 ໂຄງການຍັງມີຜົນສັກສິດ, ຍອດຈຳນວນທຶນຈົດທະບຽນບັນລຸ 70,8 ຕື້ໂດລາສະຫະລັດ. ບັນດາເຂດອຸດສາຫະກໍາ ຫວຽດນາມ-ສິງກະໂປ (VSIP)-ສັນຍາລັກຂອງການຮ່ວມມືເສດຖະກິດລະຫວ່າງສອງປະເທດ-ດຶງດູດທຶນ 17,6 ຕື້ໂດລາສະຫະລັດ , ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານເກືອບ 300.000 ຄົນ.

ໃນຂະນະນັ້ນ, ຫວຽດນາມ ແລະບຣູໄນ ດາຣູຊາລາມ ສ້າງຕັ້ງການພົວພັນທາງການທູດ ແຕ່ປີ 1992, ຫຼັງຈາກນັ້ນຍົກລະດັບເປັນການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2019. ປີ 2022, ສອງປະເທດ ໄດ້ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ໄລຍະຜ່ານມາ, ຫວຽດນາມ ແລະບຣູໄນ ດາຣູຊາລາມ ຮັກສາປະສິດທິຜົນການພົບປະຂັ້ນສູງ ແລະທຸກຂັ້ນ ກໍ່ຄືບັນດາກົນໄກຮ່ວມມືສອງຝ່າຍ. ປີ 2022, ວົງເງິນການຄ້າສອງຝ່າຍ ບັນລຸກວ່າ 725 ລ້ານໂດລາສະຫະລັດ, ເພີ່ມຂຶ້ນເກືອບ 134% ເມື່ອທຽບໃສ່ປີ 2021, ລື່ນກາຍເປົ້າໝາຍບັນລຸກວ່າ 500 ລ້ານໂດລາສະຫະລັດ ກ່ອນກຳນົດເວລາໃນປີ 2025 ເຊິ່ງການນຳສອງປະເທດໄດ້ວາງອອກໃນປີ 2019. ປະຈຸບັນ ບຣູໄນ ດາຣູຊາລາມ ຢືນອັນດັບທີ 26/141 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ ດ້ວຍ 157 ໂຄງການມີຜົນສັກສິດ, ຍອດຈຳນວນທຶນຈົດທະບຽນບັນລຸ 971 ລ້ານໂດລາສະຫະລັດ.

ບໍ່ພຽງແຕ່ຢູ່ລະດັບສອງຝ່າຍ, ຫວຽດນາມ ແລະສິງກະໂປ ກໍ່ຄືຫວຽດນາມ ແລະ ບຣູໄນ ດາຣູຊາລາມ ຍັງສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສະໜັບສະໜູນກັນທີ່ເວທີຫຼາຍຝ່າຍ, ພິເສດແມ່ນການປະກອບສ່ວນເຂົ້າຄວາມມານະພະຍາຍາມກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະໝັ້ນຄົງເຂັ້ມແຂງ.

ການຢ້ຽມຢາມ ສິງກະໂປ ແລະ ບຣູໄນ ດາຣູຊາລາມ ແມ່ນການຢ້ຽມຢາມຄັ້ງທໍາອິດຂອງສະຫາຍ ຟ້າມມິງຈິ໊ງ ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ ເຖິງສອງປະເທດນີ້, ທັງແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເຖິງ ສ. ສິງກະໂປ ພາຍຫຼັງ 5 ປີ ແລະເຖິງ ບຣູໄນ ດາຣູຊາລາມ ພາຍຫຼັງ 15 ປີ. ເພາະສະນັ້ນ, ການຢ້ຽມຢາມບໍ່ພຽງແຕ່ສະແດງໃຫ້ເຫັນການຖືເປັນສຳຄັນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມປາດຖະໜາຢາກສ້າງພະລັງແຮງໃໝ່ໃຫ້ການພົວພັນລະຫວ່າງຫວຽດນາມ ກັບສອງປະເທດບ້ານໃກ້ເຮືອນຄຽງສະໜິດຕິດພັນໃນອາຊຽນ.

ໂດຍ: ແສງເດືອນ