ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ກໍ່ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ໄປຢ້ຽມຢາມ ແລະເຮັດວຽກຢູ່ ອາເມລິກາ ແລະສະຫະປະຊາຊາດ (ສປຊ) ໃນລະຫວ່າງວັນທີ 11-17 ພຶດສະພາ 2022.

ການພົວພັນຄູ່ເຈລະຈາອາຊຽນ-ອາເມລິກາ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການເມື່ອປີ 1977, ຜ່ານຫຼາຍໄລຍະ ແລະສາມາດບັນລຸໄດ້ບັນດາໝາກຜົນຫຼາຍຢ່າງພໍສົມຄວນໃນທຸກໆດ້ານທີ່ແຕກຕ່າງກັນ, ໃນນັ້ນມີການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະວັດທະນະທຳ-ສັງຄົມ. ສອງຝ່າຍໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດທີ່ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຄັ້ງທີ 3 ໃນວັນທີ 21 ພະຈິກ 2015. ອາເມລິກາ ໄດ້ສ້າງຕັ້ງຄະນະຜູ້ຕາງໜ້າປະຈຳອາຊຽນ ໃນເດືອນ ມິຖຸນາ 2010 ແລະໄດ້ແຕ່ງຕັ້ງເອກອັກຄະລັດຖະທູດສະເພາະກິດປະຈຳອາຊຽນ ໃນເດືອນ ເມສາ 2011.

ປະຈຸບັນ, ການພົວພັນອາຊຽນ - ອາເມລິກາ ລວມມີກົນໄກ ຄືດັ່ງນີ້: ກອງປະຊຸມສຸດຍອດປະຈຳປີ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ອາເມລິກາ (PMC)...

ກອງປະຊຸມສຸດຍອດອາຊຽນ-ອາເມລິກາ ຄັ້ງນີ້ຢູ່ວໍຊິງຕັນ ດີຊີ ແມ່ນສືບຕໍ່ການແລກປ່ຽນລະດັບສູງລະຫວ່າງສອງຝ່າຍ, ຢືນຢັນຄຳໝັ້ນສັນຍາຂອງອາຊຽນ ແລະອາເມລິກາ ກ່ຽວກັບການຮ່ວມມືສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ ແລະເພີ່ມທະວີການພົບປະແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ  ໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີອາເມລິກາ ນຳໜ້າຄະນະຜູ້ແທນຫວຽດນາມ ໄປເຂົ້າຮ່ວມກອງປະຊຸມ.

ທີ່ກອງປະຊຸມຄັ້ງນີ້, ຄາດວ່າການນຳບັນດາປະເທດອາຊຽນ ແລະທ່ານປະທານາທິບໍດີ ອາເມລິກາ ຈະພ້ອມກັນຫົວຄືນ ແລະຕີລາຄາສັງລວມໄລຍະທາງການພົວພັນຄູ່ຮ່ວມມືລະຫວ່າງສອງຝ່າຍໃນ 45 ປີຜ່ານມາ ແລະວາງອອກບັນດາການກໍານົດທິດສຳຄັນເພື່ອພັດທະນາການພົວພັນອາຊຽນ-ອາເມລິກາ ໃນໄລຍະຈະມາເຖິງ, ພ້ອມທັງສະຫງວນເວລາປຶກສາຫາລືບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ນອກຈາກນັ້ນ, ອາຊຽນ ແລະອາເມລິກາ  ກໍ່ຈະປຶກສາຫາລືກັນໂດຍສະເພາະ, ລົງເລິກກ່ຽວກັບຫົວຂໍ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ຄື: ເສດຖະກິດ, ການຄ້າ, ການລົງທຶນ...

leftcenterrightdel
ພາບປະກອບຄັດຈາກ: dangcongsan.vn

ພາຍຫຼັງ 27 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງຫວຽດນາມ-ອາເມລິກາ ໄດ້ເຫັນປະຈັກຕາບັນດາບາດກ້າວອັນຍາວນານ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະລະບອບການເມືອງຂອງກັນ. ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໃນປີ 2013. ສຳລັບ ຫວຽດນາມ, ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດ. ໃນຂະນະນັ້ນ, ອາເມລິກາ ໄດ້ຢືນຢັນຄືນໃໝ່ຫຼາຍຄັ້ງຕໍ່ການສະໜັບສະໜູນຫວຽດນາມ ເອກະລາດ ແລະພັດທະນາຮັ່ງມີເຂັ້ມແຂງ, ປາດຖະໜາຢາກນຳການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບໃໝ່. ປະຈຸບັນ, ອາເມລິກາ ແມ່ນນັກລົງທຶນໃຫຍ່ຢູ່ ຫວຽດນາມ, ວົງເງິນການຄ້າສອງຝ່າຍສືບຕໍ່ເພີ່ມຂຶ້ນຢ່າງວ່ອງໄວ ແລະເປັນປົກກະຕິ.

ການພົວພັນລະຫວ່າງຫວຽດນາມ ແລະອາເມລິກາ ໃນໄລຍະຜ່ານມາສືບຕໍ່ທ່າພັດທະນາຢ່າງຕັ້ງໜ້າ. ການນຳສອງຝ່າຍໄດ້ຮັກສາການພົບປະ ແລະການສົນທະນາທາງໂທລະສັບຢູ່ທຸກຂັ້ນ. ການຮ່ວມມືລະຫວ່າງຫວຽດນາມ - ອາເມລິກາ ໃນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ... ສືບຕໍ່ໄດ້ຮັບການຮັກສາ ແລະຊຸກຍູ້. ສອງຝ່າຍກໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ຄື: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ການສຶກສາ-ກໍ່ສ້າງ... ພິເສດ, ຫວ່າງມໍ່ໆມານີ້, ສອງປະເທດໄດ້ຮ່ວມມືຢ່າງຕັ້ງໜ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຟື້ນຟູຫຼັງໂລກລະບາດ.

ໃນຂະນະນັ້ນ, ການຊຸກຍູ້ການພົວພັນກັບ ສປຊ ໄດ້ກຳນົດວ່າ ແມ່ນໜຶ່ງໃນບັນດາຈຸດສຸມຂອງການພົວພັນຕ່າງປະເທດຫຼາຍຝ່າຍຂອງຫວຽດນາມ ຜ່ານແຕ່ລະໄລຍະ. ໃນເກືອບ 45 ປີທີ່ຜ່ານມາ ນັບແຕ່ເມື່ອຫວຽດນາມ ໄດ້ເຂົ້າເປັນສະມາຊິກສະຫະປະຊາຊາດຢ່າງເປັນທາງການ (ເດືອນກັນຍາ 1977), ການພົວພັນລະຫວ່າງສອງຝ່າຍໄດ້ພັດທະນາຢ່າງດີງາມ ແລະບັນລຸໄດ້ຜົນງານຫຼາຍຢ່າງ.

ໃນທິດກົງກັນຂ້າມ, ລະບົບການພັດທະນາຂອງສະຫະປະຊາຊາດສວມບົດບາດສຳຄັນໃນການໜູນຊ່ວຍຫວຽດນາມ ພັດທະນາເສດຖະກິດ-ສັງຄົມ. ບັນດາອົງການສະຫະປະຊາຊາດ, ໂດຍສະເພາະແມ່ນອົງການອະນາໄມໂລກ (WHO), ກອງທຶນສະຫະປະຊາຊາດ ເພື່ອເດັກນ້ອຍ (UNICEF)... ໄດ້ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການຮັບມືກັບໂລກລະບາດໂຄວິດ-19.

ອາດເວົ້າໄດ້ວ່າ, ບັນດາໝາກຜົນດັ່ງກ່າວຈະສ້າງເງື່ອນໄຂສະດວກໃຫ້ແກ່ຄວາມມານະພະຍາຍາມລວມຂອງຫວຽດນາມ ແລະສປຊ ໃນການແກ້ໄຂບັນດາຂໍ້ຄົງຄ້າງ, ເປີດກວ້າງ ແລະຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງຝ່າຍກວ່າອີກ, ໜູນຊ່ວຍຢ່າງຕັ້ງໜ້າໃນພາລະກິດພັດທະນາປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະປະກອບສ່ວນເພີ່ມທະວີບົດບາດຂອງສະຫະປະຊາຊາດໃນສະໄໝໃໝ່.

ຕ້ອງເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແມ່ນເພື່ອແນໃສ່ຜັນຂະຫຍາຍນະໂຍບາຍການພົວພັນຕ່າງປະເທດຂອງພັກ ແລະລັດ, ປະກອບສ່ວນຢືນຢັນຄວາມສະເໝີຕົ້ນສະເໝີປາຍຕໍ່ແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ; ຢືນຢັນຖານະທີ່ຕັ້ງ ແລະຄວາມຮັບຜິດຊອບຂອງຫວຽດນາມ ໃນອາຊຽນ, ເຊີດຊູທີ່ຕັ້ງ ແລະບົດບາດໃຈກາງຂອງອາຊຽນ, ພ້ອມທັງຊຸກຍູ້ການຮ່ວມມືກັບອາເມລິກາ - ຄູ່ຮ່ວມມືສຳຄັນຂອງອາຊຽນ. ຄຽງຂ້າງນັ້ນ, ການຢ້ຽມຢາມກໍ່ເປັນການປະກອບສ່ວນສ້າງກຳລັງໜູນໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ພັດທະນາຢ່າງມີປະສິດທິຜົນ, ເຂົ້າສູ່ລວງເລິກ, ໝັ້ນຄົງຍາວນານໃນທຸກຂົງເຂດ; ປະກອບສ່ວນປັບປຸງການພົວພັນຮ່ວມມືຮອບດ້ານ, ມີປະສິດທິຜົນລະຫວ່າງຫວຽດນາມ ແລະສະຫະປະຊາຊາດ, ສະແດງໃຫ້ເຫັນຄໍາໝັ້ນສັນຍາຢ່າງແຮງ, ການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມ ທີ່ມີຕໍ່ສັນຕິພາບ ແລະຄວາມໝັ້ນຄົງໃນໂລກ...

ດ້ວຍຄວາມໝາຍສຳຄັນດັ່ງກ່າວ, ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນ່ວແນ່ວ່າ ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແມ່ນເປັນໂອກາດ ເພື່ອອີກຄັ້ງໜຶ່ງຢັ້ງຢືນຖານະບົດບາດ, ຂອບຂະໜາດຂອງປະເທດ ແລະ ສະແດງໃຫ້ເຫັນບົດບາດ ແລະຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ມີຕໍ່ການຮ່ວມມືຢູ່ພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ