ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ກໍ່ຄືການນຳຂັ້ນສູງຫວຽດນາມ ໃນປີ 2022 ແນໃສ່ສືບຕໍ່ຜັນຂະຫຍາຍແນວທາງພົວພັນຕ່າງປະເທດສະເໝີຕົ້ນສະເໝີປາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ວາງອອກ, ນັ້ນແມ່ນໃຫ້ບຸລິມະສິດແກ່ພັດທະນາການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະອາຊຽນ. ພ້ອມທັງ, ນີ້ກໍ່ເປັນຄັ້ງທຳອິດທີ່ສິງກະໂປ ໄດ້ຕ້ອນຮັບປະມຸກລັດມາຢ້ຽມຢາມທາງລັດຖະກິດນັບແຕ່ເກີດພະຍາດໂຄວິດ-19, ສະແດງໃຫ້ເຫັນຄວາມຖືເປັນສໍາຄັນຂອງສິງກະໂປ ທີ່ມີຕໍ່ຫວຽດນາມ. ການຢ້ຽມຢາມຍິ່ງມີຄວາມໝາຍສຳຄັນໃນສະພາບການທີ່ຫວຽດນາມ ແລະສິງກະໂປ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2023.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: chinhphu.vn.

ສາມາດຢັ້ງຢືນໄດ້ວ່າ ສິງກະໂປ ຍາມໃດກໍ່ເປັນເພື່ອນທີ່ໄວ້ເນື້ອເຊື່ອໃຈ, ໃກ້ຊິດຢູ່ພາກພື້ນ, ໃນຂະບວນການພັດທະນາ ແລະເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ໃນສະພາບການພະຍາດໂຄວິດ-19, ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ-ສິງກະໂປ ສືບຕໍ່ໄດ້ຮັບການຊຸກຍູ້ ແລະພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ຖ້າວ່າການຮ່ວມມືໃນຊ່ອງທາງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດ ໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ, ການຮ່ວມມືດ້ານເສດຖະກິດຫວຽດນາມ-ສິງກະໂປ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກພະຍາດໂຄວິດ-19, ຍອດວົງເງິນການຄ້າລະຫວ່າງສອງປະເທດຍັງບັນລຸ 8,3 ຕື້ໂດລາສະຫະລັດ ໃນປີ 2021, ເພີ່ມຂຶ້ນ 23,3% ເມື່ອທຽບໃສ່ໄລຍະດຽວກັນປີ 2020. ສິງກະໂປ ຍາມໃດກໍ່ນອນໃນກຸ່ມປະເທດລົງທຶນແຖວໜ້າເຂົ້າຫວຽດນາມ. ບັນດາເຂດອຸດສາຫະກຳຫວຽດນາມ-ສິງກະໂປ (VSIP) ໄດ້ກາຍເປັນສັນຍາລັກຂອງການຮ່ວມມືດ້ານເສດຖະກິດສອງຝ່າຍ, ປະກອບສ່ວນສຳຄັນເຂົ້າໃນການຟື້ນຟູ ແລະພັດທະນາເສດຖະກິດຂອງຫວຽດນາມ.

ກໍ່ບໍ່ສາມາດປະຕິເສດໄດ້ຕໍ່ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19. ນັບແຕ່ເກີດພະຍາດໂຄວິດ-19, ສິງກະໂປ ແມ່ນໜຶ່ງໃນບັນດາປະເທດສະມາຊິກອາຊຽນທຳອິດທີ່ໜູນຊ່ວຍວັດຖຸ, ອຸປະກອນການແພດໃຫ້ຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ແລະສິງກະໂປ ສືບຕໍ່ຮັກສາ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຄົມມະນາຄົມຂົນສົ່ງ, ການເງິນ-ທະນາຄານ, ການສຶກສາ-ກໍ່ສ້າງ..., ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ວິວັດການສ້າງປະຊາຄົມອາຊຽນ ສາມັກຄີ ແລະພັດທະນາ.

ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະການປ່ຽນແປງໃນໄລຍະເກືອບ 50 ປີຜ່ານມາ, ແຕ່ສາມາດຢັ້ງຢືນໄດ້ວ່າ ໃນຖານະເປັນຄູ່ຮ່ວມມື, ມີຄວາມສະໜິດຕິດພັນຍ້ອນພື້ນຖານວັດທະນະທໍາຄ້າຍຄືກັນ, ທີ່ຕັ້ງພູມສາດໃກ້ຊິດພ້ອມກັບຜົນປະໂຫຍດໃນພາກພື້ນ ແລະສາກົນ, ໄດ້ຮັບການເພີ່ມພູນຄູນສ້າງຈາກການນຳລຸ້ນຕ່າງໆ ແລະປະຊາຊົນສອງປະເທດ, ການພົວພັນຫວຽດນາມ-ສິງກະໂປ ໄດ້ ແລະພວມໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງນັບມື້ນັບດີງາມ.

ເມື່ອເບິ່ງຄືນຜົນງານທີ່ບັນລຸໄດ້ໃນເຄິ່ງສະຕະວັດຜ່ານມາ, ພວກເຮົາມີຄວາມເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງການພົວພັນຫວຽດນາມ-ສິງກະໂປ ພາຍໃຕ້ “ຊາຍຄາລວມ” ອາຊຽນ. ນີ້ກໍ່ແມ່ນພື້ນຖານເພື່ອໃຫ້ພວກເຮົາເຊື່ອໝັ້ນວ່າ ການຢ້ຽມຢາມທາງລັດຖະກິດຢູ່ສິງກະໂປ ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ, ນໍາການພົວພັນຫວຽດນາມ-ສິງກະໂປ ນັບມື້ນັບເຂົ້າສູ່ແທດຈິງ ແລະມີປະສິດທິຜົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາວັດທະນາຖາວອນໃນພາກພື້ນ.

ໂດຍ: ເຈິ່ນຮວ່ຽນ