APEC ໄດ້ຮັບການສ້າງຕັ້ງເມື່ອປີ 1989 ດ້ວຍພາລະກິດໜູນຊ່ວຍການເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະຄວາມຈະເລີນຮຸ່ງເຮືອງຢູ່ພາກພື້ນອາຊີ - ປາຊີຟິກ. ພາຍຫຼັງ 32 ປີແຫ່ງການສ້າງຕັ້ງ ແລະພັດທະນາ, ມາຮອດປະຈຸບັນ, APEC ບັນລຸໄດ້ບັນດາຜົນງານສຳຄັນຫຼາຍຢ່າງໃນການຊຸກຍູ້ການເຕີບໂຕ ແລະພັດທະນາເສດຖະກິດໃນພາກພື້ນ, ສືບຕໍ່ຢືນຢັນແມ່ນກົນໄກຮ່ວມສໍາພັນເສດຖະກິດພາກພື້ນແຖວໜ້າ, ລິເລີ່ມ ແລະນຳໜ້າໃນການຊຸກຍູ້ທ່າອ່ຽງຫັນເສດຖະກິດ, ການຄ້າ ແລະການລົງທຶນຢູ່ພາກພື້ນ ແລະໃນໂລກເປັນເສລີ; ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕດ້ານເສດຖະກິດ ແລະຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ອາຊີ-ປາຊີຟິກ.

ກອງປະຊຸມສຸດຍອດ APEC ຄັ້ງທີ 28 ແມ່ນການເຄື່ອນໄຫວສຳຄັນທີ່ສຸດຂອງສັບປະດາກອງປະຊຸມຂັ້ນສູງ, ທີ່ດຳເນີນໄປໃນສະພາບການໂລກ ແລະພາກພື້ນ ສືບຕໍ່ມີການຜັນແປສັບສົນ, ຄວາມຂາດສະຖຽນລະພາບເພີ່ມຂຶ້ນ ແລະມີສິ່ງທ້າທາຍໃໝ່ຫຼາຍຢ່າງຍ້ອນການລະບາດຂອງພະຍາດໂຄວິດ-19, ດ້ວຍສາຍພັນໃໝ່ທີ່ອັນຕະລາຍກວ່າ. ເສດຖະກິດໂລກຟື້ນຕົວຢ່າງຕັ້ງໜ້າ, ແຕ່ຍັງບໍ່ຖາວອນ ແລະສະໝ່ຳສະເໝີ.

ດ້ວຍຫົວຂໍ້ “ສົມທົບກັນໃນ APEC ເພື່ອແນໃສ່ຊຸກຍູ້ການຟື້ນຟູເສດຖະກິດພາຍຫຼັງພະຍາດໂຄວິດ–19 ຢ່າງແຮງ; ກາລະໂອກາດ ແລະສິ່ງທ້າທາຍຕົ້ນຕໍໃນໂລກຫຼັງພະຍາດໂຄວິດ-19 ແລະເຮັດແນວໃດ ເພື່ອຮັບປະກັນໃຫ້ການແບ່ງປັນດາໝາກຜົນເຖິງປະຊາຊົນທຸກຄົນໃນປະຈຸບັນ ແລະອະນາຄົດຢ່າງສະເໝີກັນ”, ກອງປະຊຸມຈະສຸມໃສ່ປຶກສາຫາລື 2 ເນື້ອໃນຕົ້ນຕໍແມ່ນແງ່ຫວັງເສດຖະກິດທົ່ວໂລກ ແລະການຮ່ວມມືຟື້ນຟູຫຼັງໂລກລະບາດ. ບັນດາຄຳໝັ້ນສັນຍາທີ່ໄດ້ວາງອອກໃນກອງປະຊຸມຈະປະກອບສ່ວນສ້າງທ່າຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດສະມາຊິກ, ໂດຍສະເພາະແມ່ນການສົມທົບກັນຮັບມືກັບການກະທົບເຖິງເສດຖະກິດ, ຊຸກຍູ້ການຟື້ນຟູ ແລະສ້າງເງື່ອນໄຂໃຫ້ແກ່ການເຕີບໂຕເສດຖະກິດແບບຍືນຍົງ ແລະກວມລວມໃນອະນາຄົດ.

ກອງປະຊຸມໄດ້ດຶງດູດຄວາມສົນໃຈໃນສະພາບປີ 2021 ແມ່ນປີທຳອິດທີ່ຜັນຂະຫຍາຍວິໄສທັດ APEC ຮອດປີ 2040 ດ້ວຍກໍານົດທິດຍຸດທະສາດກ່ຽວກັບການກໍ່ສ້າງປະຊາຄົມອາຊີ-ປາຊີຟິກ ເປີດ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສັນຕິພາບ, ບົນພື້ນຖານຊຸກຍູ້ດ້ານການຄ້າ, ການລົງທຶນ, ການປ່ຽນແປງໃໝ່, ດີຈີຕອນ, ການເຕີບໂຕແຮງ, ຄວາມດຸນດຽງ, ປອດໄພ, ຍືນຍົງ ແລະກວມລວມ.

ສຳລັບຫວຽດນາມ, ປີ 2021 ແມ່ນປີທຳອິດທີ່ຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ 2021-2025, ກ້າວເຂົ້າສູ່ໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ. ຖານະບົດບາດຂອງຫວຽດນາມ ໃນບັນດາການເຄື່ອນໄຫວຫຼາຍຝ່າຍເວົ້າລວມ ແລະ APEC ເວົ້າສະເພາະໄດ້ເພີ່ມຂຶ້ນຍ້ອນບັນລຸໄດ້ໝາກຜົນສຳຄັນໃນການປ້ອງກັນ, ຕ້ານພະຍາດ, ຊຸກຍູ້ການຟື້ນຟູ ແລະພັດທະນາເສດຖະກິດ ແລະຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດໄລຍະ 2020-2021 ສໍາເລັດຜົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໃນປີນີ້, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບປະເທດເຈົ້າພາບນິວຊີແລນ ແລະສະມາຊິກ APEC ເພື່ອຊຸກຍູ້ບັນດາບຸລິມະສິດຮ່ວມມືໃນປີ APEC 2021 ຜ່ານການສະເໜີ, ສ້າງ ແລະຊຸກຍູ້ບັນດາມາດຕະການ, ຄໍາໝັ້ນສັນຍາຮ່ວມມືຂອງ APEC ໃນການຮັບມືກັບໂລກລະບາດ ແລະຟື້ນຟູເສດຖະກິດແບບຍືນຍົງ ແລະກວມລວມ. ຫວຽດນາມ ໄດ້ສະເໜີຫຼາຍມາດຕະການເພື່ອຫຼີກເວັ້ນ ບໍ່ໃຫ້ລະບົບຕ່ອງໂສ້ການສະໜອງຖືກຂາດຕອນ, ຮັບປະກັນຕະຫຼາດນຳເຂົ້າ ແລະສົ່ງອອກຂອງພື້ນຖານເສດຖະກິດໃນພາກພື້ນ; ຊຸກຍູ້ການແບ່ງປັນບົດຮຽນ ແລະສົມທົບນະໂຍບາຍໃນການຜັນຂະຫຍາຍບັນດາມາດຕະການເສດຖະກິດ ແລະການເງິນ ເພື່ອຜ່ານຜ່າວິກິດການ...

ພິເສດ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາສະມາຊິກນຳໜ້າໃນການຊຸກຍູ້ APEC ໃຫ້ຄຳໝັ້ນສັນຍາຮ່ວມມືແບ່ງປັນວັກຊິນກັນໂຄວິດ–19, ຮັບປະກັນການແຈກຢາຍວັກຊິນກັນໂຄວິດ-19 ຢ່າງສະເໝີພາບ, ມີປະສິດທິຜົນ; ພ້ອມກັນນັ້ນ, ຮຽກຮ້ອງບັນດາພື້ນຖານເສດຖະກິດສະມາຊິກໃຫ້ຄຳໝັ້ນສັນຍາຖ່າຍທອດເຕັກໂນໂລຢີຜະລິດວັກຊິນດ້ວຍຄວາມສະໝັກໃຈ ເພື່ອເປີດກວ້າງຂອບຂະໜາດການຜະລິດ ແລະການສະໜອງວັກຊິນ.

ກວ່າ 20 ປີທີ່ເຂົ້າຮ່ວມ APEC ຢ່າງເປັນເຈົ້າການ, ຕັ້ງໜ້າ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ຫວຽດນາມ ໄດ້ສ້າງຂີດໝາຍພິເສດໃນວິວັດການພັດທະນາຂອງເວທີປາໄສ. ນັບແຕ່ເມື່ອຮັບດໍາລົງບົດບາດເປັນເຈົ້າພາບຂອງ APEC 2017 ສໍາເລັດຜົນ, ຫວຽດນາມ ສືບຕໍ່ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮ່ວມມື APEC; ຍູ້ແຮງການຜັນຂະຫຍາຍໝາກຜົນສຳຄັນຂອງປີ APEC 2017, ພິເສດແມ່ນຂໍ້ລິເລີ່ມກໍ່ສ້າງວິໄສທັດ APEC ຮອດປີ 2040. ດ້ວຍບົດບາດເປັນຮອງປະທານກຸ່ມສ້າງວິໄສທັດ APEC, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມການນຳພາ, ປະສານງານວິວັດການສ້າງບົດລາຍງານຂໍ້ສະເໜີແນະຂອງກຸ່ມວິໄສທັດ APEC ດ້ວຍຫົວຂໍ້ “ປະຊາຊົນ ແລະຄວາມຈະເລີນຮຸ່ງເຮືອງ: ວິໄສທັດ APEC ຮອດປີ 2040”. ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກອງປະຊຸມບໍ່ເປັນທາງການຂອງການນຳບັນດາພື້ນຖານເສດຖະກິດ APEC ທີ່ຈັດຂຶ້ນໃນເດືອນກໍລະກົດ 2021.

ການເຂົ້າຮ່ວມຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແລະຄະນະຜູ້ແທນຫວຽດນາມ ທີ່ສັດປະດາຂັ້ນສູງ APEC ຄັ້ງທີ 28, ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງ ແລະຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍ, ຜ່ານນັ້ນຍົກສູງຖານະບົດບາດຂອງປະເທດ.

ໂດຍ: ທະນາພອນ