ນີ້ແມ່ນໜຶ່ງໃນບັນດາກິດຈະກຳສຳຄັນໃນປີ APEC 2021. ກອງປະຊຸມມີການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດສະມາຊິກ. ດ້ວຍຫົວຂໍ້ “ຮັບມືກັບພະຍາດໂຄວິດ-19, ນີ້ແມ່ນກາລະໂອກາດເພື່ອໃຫ້ອາຊີ-ປາຊີຟິກ ຮ່ວມມືຜ່ານຜ່າວິກິດການດ້ານການແພດ, ຍູ້ແຮງການຟື້ນຟູເສດຖະກິດ, ສ້າງພື້ນຖານໃຫ້ອະນາຄົດທີ່ດີງາມກວ່າອີກ”, ກອງປະຊຸມຈະສຸມໃສ່ປຶກສາຫາລືມາດຕະການເພີ່ມທະວີການຮ່ວມມືໃນພາກພື້ນເພື່ອແນໃສ່ຜ່ານຜ່າວິກິດການດ້ານການແພດ ແລະຍູ້ໄວການຟື້ນຟູເສດຖະກິດຢູ່ພາກພື້ນ.

ກອງປະຊຸມໄດ້ດຳເນີນໃນສະພາບເສດຖະກິດທົ່ວໂລກສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຍ້ອນພະຍາດໂຄວິດ-19 ກໍ່ຂຶ້ນ. ຕໍ່ໜ້າສະຖານະການ ແລະສະພາບການໃໝ່, ນິວຊີແລນ-ປະເທດເຈົ້າພາບປີ APEC 2021-ໄດ້ສະເໜີຫົວຂໍ້ຂອງປີ APEC 2021- ແມ່ນ “ຮ່ວມສົມທົບກັນ, ຮ່ວມກັນກະທຳ, ຮ່ວມກັນເຕີບໂຕ”. ດ້ວຍຫົວຂໍ້ນີ້, ການຮ່ວມມື APEC 2021 ສຸມໃສ່ເຂົ້າ 3 ບູລິມະສິດ: ນະໂຍບາຍເສດຖະກິດ, ການຄ້າ, ມາດຕະການເສດຖະກິດມະຫາພາກ ແລະການປະຕິຮູບໂຄງປະກອບ, ການຄ້າ, ການລົງທຶນແບບເສລີ ແລະເປີດ, ສ້າງເງື່ອນໄຂສະດວກໃຫ້ດ້ານການຄ້າ ແລະການເຊື່ອມຕໍ່; ຍູ້ແຮງການຟື້ນຟູແບບຍືນຍົງ ແລະກວມລວມ, ຊຸກຍູ້ການປະດິດສ້າງ ແລະຫັນເປັນດີຈີຕອນ, ເຕັກໂນໂລຢີສີຂຽວ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ອາດສາມາດເຫັນໄດ້ວ່າ, ຜ່ານກວ່າ 30 ປີແຫ່ງການກຳເນີດ ແລະພັດທະນາ, APEC ສືບຕໍ່ຢັ້ງຢືນໄດ້ບົດບາດນຳໜ້າໃນການຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ, ແມ່ນ “ຂົວຕໍ່” ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕເສດຖະກິດ, ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ອາຊີ-ປາຊີຟິກ. ເຖິງຢ່າງໃດກໍ່ຕາມ, ການຮ່ວມມື APEC ພວມຢືນຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ. ການແກ່ງແຍ້ງກັນລະຫວ່າງບັນດາປະເທດໃຫຍ່ເພີ່ມຂຶ້ນ. ພ້ອມກັນນັ້ນແມ່ນການພັດທະນາຢ່າງແຮງຂອງຫຼາຍຂອບເຂດຮ່ວມມືໃໝ່ໃນພາກພື້ນ, ກໍ່ຄວາມຫຍຸ້ງຍາກໃນການເຫັນດີເຫັນພ້ອມ ແລະຊຸກຍູ້ບັນດາຄຳໝັ້ນສັນຍາທ່ີມີລັກສະນະບຸກທະລຸ, ພ້ອມທັງຕັ້ງ APEC ຕໍ່ໜ້າຄວາມຮຽກຮ້ອງຕ້ອງປ່ຽນແປງໃໝ່, ຍົກສູງປະສິດທິຜົນການເຄື່ອນໄຫວເພື່ອຮັກສາທ່າຮ່ວມມື.

ປີ 2021 ມີຄວາມໝາຍສໍາຄັນຕໍ່ APEC, ເປັນຂີດໝາຍບາດກ້າວຫັນໄປສູ່ໄລຍະຮ່ວມມືໃໝ່ເມື່ອແມ່ນປີທຳອິດທີ່ຜັນຂະຫຍາຍວິໄສທັດ APEC ເຖິງປີ 2040 ກ່ຽວກັບປະຊາຄົມອາຊີ-ປາຊີຟິກເປີດ, ຂະຫຍັນຂັນເຄື່ອນ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະສັນຕິພາບ, ເພື່ອຄວາມວັດທະນາຖາວອນຂອງປະຊາຊົນທຸກຄົນ ແລະຮຸ່ນອະນາຄົດ. ນີ້ກໍ່ແມ່ນປີທີ 23 ທີ່ຫວຽດນາມ ສະໜິດຕິດພັນດ້ວຍຖານະເປັນສະມາຊິກຂອງ APEC. ນັບແຕ່ເມື່ອເຂົ້າຮ່ວມ APEC, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດແມ່ນສະມາຊິກຕັ້ງໜ້າ ແລະມີຄວາມຮັບຜິດຊອບດ້ວຍການປະກອບສ່ວນທີ່ມີຄວາມໝາຍຫຼາຍຢ່າງ. ພົ້ນເດັ່ນທ່ີສຸດຕ້ອງເວົ້າເຖິງເລື່ອງຫວຽດນາມ ແມ່ນໜ່ຶງໃນຈຳນວນບໍ່ຫຼາຍສະມາຊິກໄດ້ຮັບດຳລົງຕຳແໜ່ງປະເທດເຈົ້າພາບ APEC ໃນປີ 2006 ແລະ 2007 ປະສົບຜົນສໍາເລັດ.

ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ກໍ່ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າທີ່ສຸດໃນການສະເໜີບັນດາຂໍ້ລິເລີ່ມ ແລະໂຄງການ, ດ້ວຍກວ່າ 100 ໂຄງການໃນຫຼາຍຂົງເຂດ. ຫຼາຍຂໍ້ລິເລີ່ມໂດຍຫວຽດນາມ ສະເໜີິໄດ້ຮັບການຕີລາຄາວ່າແທດຈິງ, ຕອບສະໜອງຄວາມເອົາໃຈໃສ່ລວມ, ເປັນຕົ້ນແມ່ນການພັດທະນາກວມລວມ, ການພັດທະນາຊັບພະຍາກອນມະນຸດໃນສັງກາດດີຈີຕອນ...

ໃນວຽກງານບໍລິຫານການເຄື່ອນໄຫວຂອງ APEC, ຫວຽດນາມ ໄດ້ມີການປະກອບສ່ວນພໍສົມຄວນຜ່ານການດຳລົງຕຳແໜ່ງຜູ້ອຳນວຍການບໍລິຫານຄະນະເລຂາທິການ APEC (ປີ 2005-2006),  ປະທານ/ຮອງປະທານຫຼາຍຄະນະກຳມະການ ແລະຫຼາຍກຸ່ມປະຕິບັດງານຫຼັກແຫຼ່ງ.

ບົດບາດຂອງວິສາຫະກິດຫວຽດນາມ ທີ່ມີຕໍ່ການຮ່ວມມື APEC ກໍ່ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ພິເສດ, ໃນປີ APEC 2017, ວິສາຫະກິດຫວຽດນາມ ໄດ້ປະກອບພູມປັນຍາ, ກຳລັງເຫື່ອແຮງ ແລະເຂົ້າຮ່ວມຫຼາຍກິດຈະກຳ, ຢັ້ງຢືນການເຕີບໃຫຍ່ຂະຫຍາຍຕົວ, ຄວາມສາມາດໃນການເຊື່ອມໂຍງ, ບົດບາດ ແລະຄວາມຮັບຜິດຊອບຕໍ່ການຮ່ວມມື APEC ກໍ່ຄືການຮ່ວມສໍາພັນກັບເສດຖະກິດພາກພື້ນ.

ໃນສະພາບພະຍາດໂຄວິດ-19 ຜັນແປຢ່າງສັບສົນ. ສົ່ງຜົນກະທົບຢ່າງເລິກເຊິ່ງເຖິງທຸກດ້ານເສດຖະກິດ, ການເມືອງ, ສັງຄົມຢູ່ອາຊີ-ປາຊີຟິກ ເວົ້າລວມ ແລະການຮ່ວມມື APEC ເວົ້າສະເພາະ, ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາສະມາຊິກ APEC ຮັກສາທ່າຮ່ວມມືຂອງເວທີປາໄສຜ່ານການສະເໜີ, ກໍ່ສ້າງ ແລະຊຸກຍູ້ບັນດາມາດຕະການ, ຄຳໝັ້ນສັນຍາຮ່ວມມືຂອງ APEC ໃນການຮັບມືກັບພະຍາດໂຄວິດ-19 ແລະຟື້ນຟູເສດຖະກິດແບບຍືນຍົງ, ກວມລວມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ຕັ້ງໜ້າເຂົ້າຮ່ວມຊຸກຍູ້ການກໍ່ສ້າງບັນດາຍຸດທະສາດຮ່ວມມືໄລຍະຍາວຂອງ APEC ຄືແຜນການຜັນຂະຫຍາຍວິໄສທັດ APEC ເຖິງປີ 2040. ນີ້ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມສຳຄັນຂອງຫວຽດນາມ ທີ່ໄດ້ຮັບຮອງເອົາໃນປີ 2017.

ດ້ວຍການປະກອບສ່ວນທີ່ມີຄວາມໝາຍຫຼາຍດັ່ງກ່າວ, ພວກເຮົາ ມີພື້ນຖານເພື່ອເຊື່ອໝັ້ນຢ່າງແນ່ວແນວ່າ ເລື່ອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງບັນດາການນຳ APEC ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຫັນຄຳໝັ້ນສັນຍາຮ່ວມເດີນທາງພ້ອມກັບ APEC ໃນໄລຍະທາງພັດທະນາຈະມາເຖິງໃຫ້ປະກົດຜົນເປັນຈິງ, ຜ່ານນັ້ນຢັ້ງຢືນບົດບາດ ແລະທັດສະນະຂອງຫວຽດນາມ ໃນ APEC, ກໍ່ຄືຊຸກຍູ້, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືສໍາຄັນໃນເວທີປາໄສເລິກເຊິ່ງຕື່ມອີກ.

ໂດຍ: ແສງເດືອນ