ກອງປະຊຸມສູນກາງ ຄັ້ງທີ 3 ມີບົດບາດສຳຄັນທີ່ສຸດ ແລະໄດ້ຮັບຖືວ່າແມ່ນກອງປະຊຸມ “ສ້າງພື້ນຖານ” ໃຫ້ບັນດາການເຄື່ອນໄຫວທົ່ວສະໄໝຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII. ເວົ້າຄືແນວນັ້ນຍ້ອນວ່າສູນກາງໄດ້ເສີມຂະຫຍາຍພູມປັນຍາ, ເຊີດຊູຄວາມຮັບຜິດຊອບ, ສຸມໃສ່ປຶກສາຫາລື, ປະກາດໃຊ້ກົດລະບຽບການເຮັດວຽກຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ສະໄໝທີ  XIII ປະສົບຜົນສໍາເລັດ. ນີ້ແມ່ນວຽກງານທີ່ຈໍາເປັນນັບແຕ່ຕົ້ນອາຍຸການຂອງ “ແຕ່ລະສະໄໝຫຼັງກອງປະຊຸມໃຫຍ່ຂອງພັກ, ເພື່ອຫັນກົດລະບຽບພັກໃຫ້ປະກົດຜົນເປັນຈິງ; ກຳນົດພາລະບົດບາດ, ໜ້າທີ່, ຄວາມຮັບຜິດຊອບ, ຂອບເຂດສິດ, ລະບອບເຮັດວຽກ ແລະວີທີການປະຕິບັດງານຂອງບັນດາອົງການນຳພາຂອງພັກ; ຮັບປະກັນການປະຕິບັດຕາມຫຼັກການຈັດຕັ້ງ ແລະເຄື່ອນໄຫວຂອງພັກຢ່າງເຂັ້ມງວດ. ດ້ວຍຄວາມໝາຍດັ່ງກ່າວ, ກອງປະຊຸມສູນກາງ ໄດ້ກຳນົດຂໍ້ກຳນົດຢ່າງລະອຽດ, ເຄັ່ງຄັດ, ເໝາະສົມກັບຕົວຈິງ; ຮັບປະກັນເສີມຂະຫຍາຍລັກສະນະປະຊາທິປະໄຕກວ່າອີກໃນການດຳເນີນຊີວິດພັກ, ດຳເນີນຊີວິດຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ... ນີ້ແມ່ນບັນດາພື້ນຖານສຳຄັນ, ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວຂອງພັກ, ເພີ່ມທະວີກຳລັງແຮງ, ກົດລະບຽບຂໍ້ບັງຄັບ, ເສີມຂະຫຍາຍປະຊາທິປະໄຕ, ຮັກສາຄວາມສາມັກຄີເປັນເອກະພາບໃນພັກ, ປ່ຽນແປງໃໝ່ແບບວິທີນຳພາຂອງພັກຕໍ່ກັບລັດ ແລະສັງຄົມ.

leftcenterrightdel
ບັນຍາກາດທີ່ວາລະອັດກອງປະຊຸມ ຄັ້ງທີ 3, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII. ພາບ: ສຳນັກຂ່າວສານຫວຽດນາມ.

ກອງປະຊຸມສູນກາງ ຄັ້ງນີ້ກໍ່ສະຫງວນເວລາຫຼາຍ, ສຸມໃສ່ປຶກສາຫາລື, ຕົກລົງບັນດາບັນຫາກ່ຽວຂ້ອງເຖິງປັດໄຈສ້າງກຳລັງແຮງໃຫ້ພັກ-ນັ້ນແມ່ນກົດວິໄນຂອງພັກ. ສູນກາງ ບໍ່ພຽງແຕ່ຕັດສິນບັນດາຮູບການລົງໂທດຢ່າງເໝາະສົມ, ເຂັ້ມງວດຕໍ່ກັບບັນດາສະມາຊິກພັກ ທີ່ລະເມີດກົດໝາຍເທົ່ານັ້ນ ຫາກຍັງສຸມໃສ່ປະກອບຄຳເຫັນ, ສຳເລັດຂໍ້ກຳນົດດຳເນີນກົດລະບຽບພັກ ແລະຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ການປະຕິບັດວິໃນຂອງພັກ ສະໄໝທີ XIII. ພ້ອມກັນນັ້ນ, ກອງປະຊຸມສູນກາງ ຄັ້ງທີ 3 ກໍ່ໄດ້ສຳເລັດວຽກງານສຳຄັນພິເສດ, ແມ່ນສືບຕໍ່ປັບປຸງບຸກຄະລາກອນບັນດາຕຳແໜ່ງການນຳບັນດາອົງການຂອງລັດ ອາຍຸການສະພາແຫ່ງຊາດ ຊຸດທີ XV ເພື່ອໃຫ້ສະພາແຫ່ງຊາດປ່ອນບັດເລືອກຕັ້ງ ແລະໃຫ້ສັດຕະຍາບັນທີ່ກອງປະຊຸມຄັ້ງປະຖົມມະເລີກ, ສະພາແຫ່ງຊາດ ຊຸດທີ XV ຈະມາເຖິງ.

ຕ້ອງເຫັນໄດ້ວ່າ, ກອງປະຊຸມສູນກາງ ຄັ້ງນີ້ໄດ້ດຳເນີນໃນເງື່ອນໄຂພະຍາດໂຄວິດ-19 ແຜ່ລະບາດຢ່າງສັບສົນຢູ່ຫຼາຍທ້ອງຖິ່ນ. ສູນກາງ ໄດ້ວາງອອກບັນຫານີ້ໃນຕໍ່ໜ້າແມ່ນສຸມໃສ່ນຳພາທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວທັງເປັນເຈົ້າການ, ຕັ້ງໜ້າປ້ອງກັນ, ຕ້ານໂລກລະບາດ. ທັງມານະພະຍາຍາມສູ້ຊົນສຳເລັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ສຳເລັດບັນດາເປົ້າໝາຍ ປີ 2021. ບົນຈິດໃຈດັ່ງກ່າວ, ສູນກາງ ໄດ້ປຶກສາຫາລືລົງເລິກ, ຮອບດ້ານບັນດາເນື້ອໃນຂອງແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ (2021-2025) ແລະຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2021-2030). ນີ້ແມ່ນບັນດາແຜນການທີ່ສໍາຄັນຍິ່ງ, ກວ້າງໃຫຍ່, ມີຄວາມໝາຍຕັດສິນການປະຕິບັດສຳເລັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມ ໂດຍກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ວາງອອກຢ່າງມີໄຊ.

ດ້ວຍຈິດໃຈຮັບຜິດຊອບສູງ, ຜົນສຳເລັດຂອງກອງປະຊຸມສູນກາງ ຄັ້ງທີ 3 ໄດ້ສ້າງກຳລັງໜູນ ແລະຄວາມຕັດສິນໃຈໃໝ່ໃນເງື່ອນໄຂປະເທດພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ຕາມນັ້ນແລ້ວ, ເຖິງວ່າຫວຽດນາມ ຍາດໄດ້ຜົນງານຈຳນວນໜຶ່ງໃນຫຼາຍຂົງເຂດ ແລະໄດ້ເພື່ອນມິດສາກົນຍ້ອງຍໍຊົມເຊີຍ, ຕີລາຄາສູງຍ້ອນມີຜົນສຳເລັດໃນການປ້ອງກັນ, ຕ້ານ, ຄວບຄຸມພະຍາດໂຄວິດ-19... ກໍ່ຕາມ, ແຕ່ວ່າໃນ 6 ເດືອນຕົ້ນປີ 2021, ເສດຖະກິດ-ສັງຄົມຂອງປະເທດຍັງບໍ່ທັນບັນລຸໄດ້ເປົ້າໝາຍທີ່ໄດ້ວາງອອກເທື່ອ; ໂລກລະບາດອາດສາມາດສືບຕໍ່ແກ່ຍາວ, ຊ້ຳບໍ່ໜຳມີຄວາມອັນຕະລາຍ, ແຜ່ລະບາດໃນວົງກວ້າງ ແລະໄວກວ່າ. ເພາະສະນັ້ນ, ທຸກຂັ້ນ, ຂະແໜງການ, ທ້ອງຖິ່ນ, ກົມກອງ ເດັດຂາດບໍ່ໄດ້ປະໝາດ, ຕ້ອງສືບຕໍ່ຜັນຂະຫຍາຍການປະຕິບັດບັນດາແຜນນະໂຍບາຍ, ມາດຕະການຂອງສູນກາງດ້ວຍຈິດໃຈຮີບດ່ວນ, ຂ້ຽວຂາດ, ມີຄວາມຮັບຜິດຊອບສູງສຸດ.

ພາຍຫຼັງກອງປະຊຸມຄັ້ງນີ້, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ, ພະນັກງານ, ສະມາຊິກພັກແຕ່ລະຄົນຕ້ອງຍົກສູງຈິດໃຈຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ ແລະປະເທດ; ສຸມໃສ່ຊີ້ນຳ, ນຳພາຊາບຊຶມ, ຈັດຕັ້ງການປະຕິບັດມະຕິ, ຂໍ້ສະຫຼຸບຂອງກອງປະຊຸມສູນກາງ ແລະມະຕິສະບັບຕ່າງໆຂອງສູນກາງ, ຂອງສະພາແຫ່ງຊາດ, ລັດຖະບານເປັນຢ່າງດີ; ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ສຳເລັດບັນດາເປົ້າໝາຍ, ໜ້າທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກວາງອອກ. ໃນຂົງເຂດເສດຖະກິດ, ບັນດາຂັ້ນຕ້ອງສຸມໃສ່ຊາບຊຶມ, ສ້າງຄວາມເຫັນດີເປັນເອກະພາບສູງຕໍ່ທັດສະນະ, ແນວຄິດຊ້ີ້ນຳ, ເປົ້າໝາຍສັງລວມ, ໜ້າທີ່ຕົ້ນຕໍ, ເປົ້າໝາຍພື້ນຖານຈຳນວນໜຶ່ງ; ພິເສດແມ່ນບັນດາກົນໄກ, ນະໂຍບາຍ, ມາດຕະການລະອຽດ, ໃກ້ຊິດກັບຕົວຈິງ, ມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ສູງ, ຮັບປະກັນປະຕິບັດບັນດາແຜນການເສດຖະກິດ-ສັງຄົມໄລຍະ 5 ປີ, 10 ປີ ປະສົບຜົນສຳເລັດ.

ດ້ວຍມູນເຊື້ອສະຫງ່າລາສີ, ຄວາມຮັບຜິດຊອບດ້ານການເມືອງທີ່ສູງສົ່ງ, ພະນັກງານ, ສະມາຊິກພັກໃນທົ່ວພັກ ເວົ້າລວມ ແລະອົງຄະນະພັກກອງທັບໝັ້ນໝາຍວ່າ ຈະເຮັດຈົນສຸດຄວາມສາມາດ, ປະກອບພູມປັນຍາ, ເປັນແບບຢ່າງນຳໜ້າໃນການຜັນຂະຫຍາຍການປະຕິບັດມະຕິ, ຂໍ້ສະຫຼຸບຂອງກອງປະຊຸມສູນກາງ ຄັ້ງທີ 3, ສະໄໝ XIII ໃຫ້ມີປະສິດທິຜົນ; ອອກແຮງປົກປັກຮັກສາສະພາບແວດລ້ອມສັນຕິພາບ, ເງື່ອນໄຂປອດໄພເພື່ອໃຫ້ປະເທດພັດທະນາ; ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມ ໝັ້ນຄົງເຂັ້ມແຂງ; ປະຕິບັດໜ້າທີ່ການເມືອງເຊິ່ງພັກ, ລັດ, ປະຊາຊົນມອບໝາຍໃຫ້ຢ່າງມີໄຊ; ປະກອບສ່ວນຢ່າງຕັ້ງໜ້າ ແລະສຳຄັນເຂົ້າໃນການຕໍ່ສູ້ຍູ້ພະຍາດໂຄວິດ-19 ໃຫ້ຖອຍໄປໂດຍໄວ...  ນັ້ນແມ່ນວິທີການ ເຊິ່ງກອງທັບປະຊາຊົນຫວຽດນາມ ນຳມະຕິ, ຂໍ້ສະຫຼຸບຂອງສູນກາງ ເຂົ້າສູ່ຊີວິດໂດຍໄວ.

ໂດຍ: ແສງເດືອນ