ກອງປະຊຸມໃຫຍ່ XIII ຂອງພັກແມ່ນເຫດການການເມືອງທີ່ມີຄວາມໝາຍປະຫວັດສາດພິເສດ; ແມ່ນຂີດໝາຍສຳຄັນໃນວິວັດແຫ່ງການພັດທະນາຂອງພັກເຮົາ, ຊາດເຮົາ, ປະເທດເຮົາ. ກອງປະຊຸມໃຫຍ່ແຫ່ງຄວາມໄວ້ເນື້ອເຊື່ອໃຈ ແລະຄວາມມຸ່ງຫວັງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໄດ້ນຳປະເທດເຮົາກາຍເປັນປະເທດພັດທະນາຕາມທິດສັງຄົມນິຍົມໃນກາງສັດຕະວັດ 21.

ດ້ວຍທິດນຳ “ສາມັກຄີ-ປະຊາທິປະໄຕ-ລະບຽບວິໄນ-ປະດິດສ້າງ-ພັດທະນາ”, ກອງປະຊຸມໃຫຍ່ XIII ຂອງພັກ ມີໜ້າທີ່ສຳຫຼວດກວດຄືນການປະຕິບັດມະຕິກອງປະຊຸມໃຫຍ່ XII ຕິດພັນກັບການຕີລາຄາສັງລວມວິວັດການປ່ຽນແປງໃໝ່; ຕັດສິນທິດທາງ, ເປົ້າໝາຍ, ໜ້າທ່ີ 5 ປີ, 10 ປີຈະມາເຖິງ ແລະວິໄສທັດເຖິງປີ 2045; ຕີລາຄາການປະຕິບັດກົດລະບຽບພັກສະໄໝທີ XII; ສໍາຫຼວດກວດຄືນການນຳພາຂອງຄະນະບໍລິຫານງານສູນກາງພັກ ສະໄໝ XII; ເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝ XIII.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ໄລຍະທາງ 5 ປີ (2016-2020) ໄດ້ສ້າງຂີດໝາຍໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໃນການກຳແໜ້ນກາລະໂອກາດ, ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມ, ສູ້ຊົນຢ່າງອົງອາດກ້າຫານ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ທີ່ມີຄວາມໝາຍປະຫວັດສາດສ້າງຂີດໝາຍການເຕີບໂຕທຸກດ້ານຂອງພັກ, ລັດ; ຮ່ວມແຮງຮ່ວມໃຈຂອງປະຊາຊົນ.

ປະສົບຜົນສຳເລັດນັ້ນແມ່ນຕ້ອງໄດ້ເວົ້າເຖິງກຳລັງຄວາມສາມາດໃນການນຳພາ, ການກຳອຳນາດຂອງພັກ; ມີປະສິດທິພາບໃນການຄຸ້ມຄອງ, ການບໍລິຫານຂອງລັດ ແລະປະສິດທິຜົນໃນການເຄື່ອນໄຫວຂອງລະບົບການເມືອງ. ຜົນສຳເລັດເຫຼົ່ານັ້ນຍັງສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບກຳລັງແຮງຂອງ “ຈິດໃຈພັກເໝາະສົມກັບຈິດໃຈຂອງປະຊາຊົນ”. ຍ້ອນວ່າ ພັກຍາມໃດກໍ່ຊາບຊຶມຢ່າງເລິກເຊິ່ງ, ປະຕິບັດທັດສະນະຖືປະຊາຊົນເປັນເປົ້າໝາຍ; ປະຊາຊົນເປັນໃຈກາງ, ແມ່ນເຈົ້າກຳຂອງກິດຈະການປ່ຽນແປງໃໝ່, ສ້າງສາ ແລະປົກປັກຮັກສາປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະລັດ ລ້ວນແຕ່ເລີ່ມມາຈາກຄວາມມຸ່ງຫວັງ, ສິດ ແລະຜົນປະໂຫຍດອັນຊອບທຳຂອງປະຊາຊົນ...

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ. 

ໃນໄລຍະແຫ່ງການປະຕິວັດໃໝ່, ພວກເຮົາຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ສີ່ຄວາມສ່ຽງທີ່ພັກເຮົາໄດ້ຍົກອອກຍັງຄົງຂ້າງ; ການສໍ້ຫຼາດບັງຫຼວງ, ຟຸມເຟືອຍ, ອາດຍາສິດ, ເຊື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, “ການຜັນແປໂດຍຕົນເອງ”, “ການຜັນປ່ຽນໂດຍຕົນເອງ” ຢູ່ພາຍໃນກໍ່ຄືການຂັດແຍ້ງກັນໃນສັງຄົມຍັງມີການຜັນແປຢ່າງສັບສົນ; ບັນດາອິດທິກຳລັງປໍລະປັກຍັງສືບຕໍ່ເພີ່ມທະວີການທຳລາຍພາລະກິດປະຕິວັດຂອງພັກ, ລັດ ແລະປະຊາຊົນເຮົາ; ການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ, ການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກພະຍາດແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນສຳລັບປະເທດຫວຽດນາມ.

ບັນດາຜົນງານທີ່ບັນລຸໄດ້ໃນອາຍຸການກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຂອງ 35 ປີແຫ່ງການປ່ຽນແປງໃໝ່ແມ່ນປະຖົມປັດໄຈທີ່ມີຄວາມໝັ້ນແກ່ນເພື່ອໃຫ້ກອງປະຊຸມໃຫຍ່ XIII ຂອງພັກກໍານົດເປົ້າໝາຍ, ກໍານົດທິດ, ໜ້າທີ່ເພື່ອນໍາພາລະກິດການປະຕິວັດຂອງປະຊາຊົນຫວຽດນາມ ພັດທະນາຢ່າງແຮງ, ສ້າງຄວາມມຸ່ງຫວັງພັດທະນາປະເທດໃຫ້ວັດທະນາຖາວອນ, ມີຄວາມຜາສຸກ; ເສີມຂະຫຍາຍເຈດຈຳນົງ ແລະກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດສົມທົບກັບກຳລັງແຮງຂອງຍຸກສະໄໝ. ເປັນເຈົ້າການ, ກຳແໜ້ນກາລະໂອກາດໂດຍໄວ, ຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສືບຕໍ່ປ່ຽນແປງໃໝ່ດ້ານຈິນຕະນາການຢ່າງແຮງ, ສ້າງລະບອບ, ສ້າງເຈດຈຳນົງໃຫ້ສົມບູນ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ສ້າງກຳລັງແຮງໃຫ້ແກ່ການພັດທະນາ. ຍູ້ແຮງກິດຈະການປ່ຽນແປງໃໝ່ຮອບດ້ານ ແລະຄົບຊຸດ, ຫັນປະເທດຊາດເປັນອຸດສະຫະກຳ ແລະທັນສະໄໝ; ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ, ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສືບຕໍ່ນຳປະເທດພັດທະນາໂດຍໄວ ແລະຍືນຍົງ.

ໄລຍະຜ່ານມາ, ເພື່ອມຸ່ງໄປເຖິງວັນບຸນໃຫຍ່ຂອງຊາດ, ພາຍໃຕ້ການນຳພາຂອງພັກ, ດ້ວຍມູນເຊື້ອສະຫງ່າລາສີຂອງກອງທັບວິລະຊົນ, ດ້ວຍຄວາມເອກອ້າງທະນົງໃຈ ແລະຄວາມໄວ້ເນື້ອເຊື່ອໃຈ, ອົງຄະນະພັກກອງທັບ ແລະທົ່ວກອງທັບທຸກຖ້ວນໜ້າໄດ້ຮ່ວມແຮງຮ່ວມໃຈ, ອອກແຮງແຂ່ງຂັນກັນປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບ ຄັ້ງທີ XI ຢ່່າງມີໄຊ ແລະຈັດຕັ້ງການແຂ່ງຂັນໃນລະດັບສູງ “ສ້າງວິລະກຳມອບແດ່ພັກ”. ດ້ວຍຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່, ພະນັກງານ, ນັກຮົບທົ່ວກອງທັບໃຫ້ຄຳໝັ້ນສັນຍາວ່າ ຈະຈົ່ງພັກຮັກດີຕໍ່ພັກ, ເປັນເຈົ້າການ, ປະດິດສ້າງ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດບົດບາດຫຼັກແຫຼ່ງແກ່ນສານໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງ, ປະກອບກຳລັງເຫື່ອແຮງພ້ອມກັບທົ່ວປະເທດປະຕິບັດມະຕິກອງປະຊຸມໃຫຍ່ XIII ແລະກິດຈະການປ່ຽນແປງໃໝ່ຢ່າງມີໄຊ, ເພື່ອເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ.

ໂດຍ: ແສງເດືອນ