ກອງປະຊຸມໃຫຍ່ໄດ້ດຳເນີນໃນລະຫວ່າງວັນທີ 13-15 ມັງກອນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນສົມບູນຈຳນວນ 768 ກວ່າສະຫາຍທີ່ຕາງໜ້າໃຫ້ແກ່ສະມາຊິກພັກ 350.000 ຄົນຂອງພັກປະຊາຊົນ ປະຕິວັດ ລາວ , ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ ແລະຮັບຮອງເອົາບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ; ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX ໄລຍະ 2021-2025. ກອງປະຊຸມກໍ່ໄດ້ຮັບຮອງເອົາການດັດປັບກົດລະບຽບຂອງພັກປະຊາຊົນ ປະຕິວັດ ລາວ ແລະເລືອກຕັ້ງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ ຊຸດໃໝ່ ເພື່ອນໍາພາປະເທດແຫ່ງດອກຈໍາປາ ໃນໄລຍະ 5 ປີຕໍ່ໄປ. ຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ XI ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຄວາມສາມັກຄີ, ຄວາມເປັນເອກະພາບດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະວິທີການນໍາພາຂອງພັກປະຊາຊົນ ປະຕິວັດ ລາວ, ສ້າງຂີດໝາຍໄລຍະພັດທະນາໃໝ່ຂອງການປະຕິວັດລາວ ດ້ວຍການສືບຕໍ່ຢຶດໝັ້ນຕໍ່ແນວທາງປ່ຽນແປງໃໝ່, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນໃຫ້ເປັນປຶກແຜ່ນແໜ້ນໜາ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ສ້າງການຫັນປ່ຽນຢ່າງແຮງໃນການພັດທະນາເສດຖະກິດ-ສັງຄົມ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ, ນໍາປະເທດພົ້ນອອກຈາກສະພາບດ້ອຍພັດທະນາ, ກ້າວຂຶ້ນຢ່າງໝັ້ນຄົງຕາມເປົ້າໝາຍສັງຄົມນິຍົມ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກທີ່ພິທີອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI  ພັກ ປະຊາຊົນ ປະຕິວັດ ລາວ. ພາບ:  lnr.org.la.

ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງໃນວັນທີ 22 ມີນາ 1955, ຜ່ານກອງປະຊຸມໃຫຍ່ມາ 11 ຄັ້ງແລ້ວ, ພັກປະຊາຊົນ ປະຕິວັດ ລາວ ໄດ້ພັດທະນານັບທັງປະລິມານ ແລະຄຸນນະພາບຢ່າງບໍ່ຢຸດຢັ້ງ. ພາຍໃຕ້ການນໍາພາຢ່າງເກັ່ງກ້າ, ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດ ລາວ, ປະຊາຊົນລາວບັນດາເຜົ່າໄດ້ປົດປ່ອຍປະເທດໃຫ້ຫຼຸດພົ້ນອອກຈາກແອກປົກຄອງຂອງລັດທິຈັກກະພັດ, ພວກລ່າເມືອງຂຶ້ນ, ສໍາເລັດການປະຕິວັດຊາດປະຊາທິປະໄຕ, ສ້າງຕັ້ງປະເທດ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ 1975, ເປີດສັງກາດປະຊາຊົນລາວ ກາຍເປັນເຈົ້າຊາຕາກໍາຂອງຕົນຢ່າງແທ້ຈິງ, ເປັນເຈົ້າຂອງປະເທດແຫ່ງເອກະລາດ, ອິດສະຫຼະພາບຢ່າງສົມບູນ. ຈາກຂີດໝາຍໄຊຊະນະອັນໃຫຍ່ຫຼວງນັ້ນ, ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາປະຊາຊົນລາວ ບັນດາເຜົ່າດໍາເນີນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ, ສ້າງໂສມໜ້າໃໝ່ໃຫ້ແກ່ ສປປ ລາວ ຄືໃນປະຈຸບັນ.

ບັນດາຜົນງານເຊິ່ງປະຊາຊົນລາວ ບັນດາເຜົ່າຍາດມາໄດ້, ພາຍໃຕ້ການນໍາພາຢ່າງເກັ່ງກ້າ, ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ບໍ່ພຽງແຕ່ມີຄວາມໝາຍເລິກເຊິ່ງຕໍ່ພາລະກິດສ້າງສາ, ປົກປັກຮັກສາປະເທດລາວ ເທົ່ານັ້ນ ຫາກຍັງແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມ ໃນພາລະກິດປ່ຽນແປງໃໝ່, ສ້າງສາ, ປົກປັກຮັກສາປະເທດຊາດອີກດ້ວຍ. ພັກ, ລັດ ແລະປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ, ການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ແລະບັນດາຜົນງານທີ່ບັນລຸໄດ້, ພາຍໃຕ້ການນໍາພາຢ່າງເກັ່ງກ້າ, ສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ໂດຍທ່ານ ທອງລຸນ ສີສຸລິດ  ເລຂາທິການໃຫຍ່ເປັນຜູ້ນໍາໜ້າ, ປະຊາຊົນລາວບັນດາເຜົ່າຈະສືບຕໍ່ຍາດໄດ້ຜົນງານໃໝ່ຫຼາຍຢ່າງ, ໃຫຍ່ຫຼວງກວ່າອີກໃນພາລະກິດປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໄລຍະ 2021-2025 ຢ່າງມີໄຊ; ສ້າງປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນຕາມເປົ້າໝາຍສັງຄົມນິຍົມ, ມີອິດທິພົນຊື່ສຽງໃຫ້ປະສົບຜົນສໍາເລັດ, ຖານະບົດບາດ, ທີ່ຕັ້ງຂອງ ສປປ ລາວ ໄດ້ຍົກສູງຂຶ້ນຢູ່ພາກພື້ນ ແລະໃນເວທີສາກົນຢ່າງບໍ່ຢຸດຢັ້ງ.

ໃນສະພາບການໂລກ ແລະພາກພື້ນພວມມີການຜັນແປຢ່າງວ່ອງໄວ, ສັບສົນ, ພະຍາດໂຄວິດ-19 ພວມກໍ່ຜົນກະທົບຫຍໍ້ທໍ້ໄປທົ່ວໂລກ, ພາກພື້ນ, ໃນນັ້ນມີ ຫວຽດນາມ ແລະລາວ, ດ້ວຍຄວາມມານະພະຍາຍາມຢ່າງສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ແນ່ນອນວ່າຈະເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາ, ວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ.

ໂດຍ:ທະນາພອນ