ນັກຂ່າວ: ປີ 2025 ແມ່ນປີທີ່ມີຄວາມຟົດຟື້ນ ແລະປະສົບຜົນສຳເລັດທີ່ສຸດຂອງການພົວພັນຕ່າງປະເທດຫວຽດນາມ ດ້ວຍບັນດາການເຄື່ອນໄຫວການພົວພັນຕ່າງປະເທດຂັ້ນສູງ, ຍົກລະດັບການພົວພັນກັບຫຼາຍປະເທດຄູ່ຮ່ວມມື, ເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ, ບັນດາເຫດການຫຼາຍຝ່າຍທີ່ສຳຄັນ. ຂໍຮຽນທ່ານກຳມະການກົມການເມືອງ, ລັດຖະມົນຕີ ໃຫ້ຮູ້ກ່ຽວກັບໝາກຜົນອັນພົ້ນເດັ່ນໃນວຽກງານການພົວພັນຕ່າງປະເທດ ປີ 2025? ອັນໃດແມ່ນຈຸດພົ້ນເດັ່ນຍຸດທະສາດໃນການພົວພັນຕ່າງປະເທດຫວຽດນາມ 2025?
ທ່ານ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດຫວຽດນາມ: ເມື່ອເບິ່ງຄືນ ພວກເຮົາສາມາດເຫັນໄດ້ວ່າ ສະພາບແວດລ້ອມສາກົນ ປີ 2025 ມີການຜັນແປ, ຂາດສະຖຽນລະພາບ, ການປະທະກັນເກີດຂຶ້ນຢູ່ຫຼາຍປະເທດ, ຫຼາຍພາກພື້ນ. ຊ້ຳບໍ່ໜຳຍັງສາມາດເວົ້າໄດ້ວ່າ ປີ 2025 ແມ່ນປີທີ່ມີການຜັນແປຫຼາຍທີ່ສຸດໃນຫຼາຍປີມານີ້ຄືດັ່ງເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ໃຫ້ຂໍ້ສັງເກດວ່າ “ໂລກກຳລັງຜ່ານຜ່າການປ່ຽນແປງທີ່ມີລັກສະນະຍຸກສະໄໝ”.
ສາມາດເວົ້າໄດ້ວ່າ ການພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2025 ໄດ້ເສີມຂະຫຍາຍຈິດໃຈຮັບຜິດຊອບສູງສຸດ ເພື່ອປະຕິບັດບັນດາໜ້າທີ່ຍຸດທະສາດ, ຄືດັ່ງທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ເນັ້ນໜັກ “ຮັກສາໄວ້ຢ່າງໝັ້ນຄົງ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ; ພັດທະນາເສດຖະກິດ-ສັງຄົມໄວ ແລະຍືນຍົງ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ທຸກສິ່ງທຸກຢ່າງແມ່ນເພື່ອປະຊາຊົນ”. ເມື່ອເບິ່ງຄືນຢ່າງລະອຽດກວ່ານັ້ນສາມາດເຫັນໄດ້ວ່າບັນດາໝາກຜົນອັນພົ້ນເດັ່ນລວມມີ: ກ່ອນອື່ນໝົດແມ່ນເລື່ອງຍົກລະດັບຂະໜາດ, ຍົກລະດັບການພົວພັນ, ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມມື. ໃນປີ, ບັນດາການເຄື່ອນໄຫວພົວພັນຕ່າງປະເທດໄດ້ດຳເນີນໄປຢ່າງຟົດຟື້ນ, ໂດຍສະເພາະແມ່ນຂອງການນຳຫຼັກແຫຼ່ງ, ສ້າງຂອບເຂດ ແລະວິໄສທັດກຳນົດທິດໃຫ້ແກ່ການພົວພັນ. ຫວຽດນາມ ໄດ້ຍົກລະດັບການພົວພັນກັບ 17 ຄູ່ຮ່ວມມື, ນຳຄູ່ຮ່ວມມືທີ່ມີການພົວພັນຈາກຄູ່ຮ່ວມມືຮອບດ້ານຂຶ້ນເປັນ 42 ປະເທດ. ຈຸດພົ້ນເດັ່ນແມ່ນລັກສະນະທີ່ແທດຈິງ ແລະມີປະສິດທິຜົນ, ສະແດງອອກໃຫ້ເຫັນ ຜ່ານເລື່ືອງເຊັນຂໍ້ຕົກລົງຮ່ວມມື ເກືອບ 350 ສະບັບ, ເພີ່ມຂຶ້ນທົບ 2,5 ເທົ່າ ເມື່ອທຽບໃສ່ປີ 2024. ຫວຽດນາມ ກໍ່ໄດ້ປັບປຸງການພົວພັນ, ເປີດກວ້າງການຮ່ວມມືກັບບັນດາພັກການເມືອງ, ສືບຕໍ່ຖືເປັນສຳຄັນ ແລະພັດທະນາການທູດປະຊາຊົນດ້ວຍຫຼາຍຮູບການ.
ທີສອງ, ສຳລັບຫຼາຍຝ່າຍ, ໃນຂະນະທີ່ລະບຽບການຫຼາຍຝ່າຍປະສົບກັບຄວາມຫຍຸ້ງຍາກ, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະຄຳໝັ້ນສັນຍາຂອງຕົນ. ພວກເຮົາສະແດງການສະໜັບສະໜູນຕໍ່ກັບການຮ່ວມມືຫຼາຍຝ່າຍ, ໄດ້ເຂົ້າຮ່ວມ ແລະປະກອບສ່ວນຢ່າງມີຄວາມຮັບຜິດຊອບ, ປະກອບສ່ວນສ້າງການກຳນົດທິດ ເຄື່ອນໄຫວ ແລະຂໍ້ກຳນົດ, ມາດຕະຖານຕ່າງໆຢູ່ກົນໄກຫຼາຍຝ່າຍ. ລະອຽດຄືການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນໃນການເຄື່ອນໄຫວຮັກສາສັນຕິພາບ, ກູ້ຊີບກູ້ໄພ, ຮັກສາຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານສະບຽງອາຫານ; ເຂົ້າຮ່ວມຫຼາຍກົນໄກບໍລິຫານຢູ່ສະພາສິດທິມະ ນຸດ, 6 ໃນ 7 ກົນໄກຂອງ UNESCO. ພ້ອມດຽວກັນນັ້ນ, ຫວຽດນາມ ກໍ່ໄດ້ຈັດຕັ້ງເວທີປາໄສອະນາຄົດ ອາຊຽນ, ກອງປະຊຸມສຸດຍອດ P4G, ພິທີເຊັນສົນທິສັນຍາ ກ່ຽວກັບການຕ້ານອາດຊະຍາກໍາທາງໄຊເບີ ສຳເລັດ, ຜ່ານສິ່ງດັ່ງກ່າວນັ້ນໄດ້ຢືນຢັນບົດບາດ, ອິດທິພົນຊື່ສຽງ ແລະກຳລັງຄວາມສາມາດຂອງຫວຽດນາມ.
ທີສາມ, ການປະກອບສ່ວນເຂົ້າໃນເປົ້າໝາຍການເຕີບໂຕກວ່າ 8% ຂອງປະເທດ, ການທູດເສດຖະກິດໄດ້ເສີມຂະຫຍາຍບົດບາດນຳໜ້າ, ກຳແໜ້ນທ່າອ່ຽງເຄື່ອນໄຫວຂອງເສດຖະກິດໂລກ, ບັນດາຂົງເຂດໃໝ່ເພື່ອຮັບໃຊ້ວຽກງານຊີ້ນຳ, ບໍລິຫານ. ບັນດາການເຄື່ອນໄຫວການທູດເສດຖະກິດໄດ້ສົມທົບກັບການທູດຂັ້ນສູງຢ່າງມີປະສິດທິຜົນ, ບັນລຸລະດັບສະຖິຕິກ່ຽວກັບຄຳໝັ້ນສັນຍາຂໍ້ຕົກລົງ, ເປີດກວ້າງຕະຫຼາດ, ດຶງດູດການລົງທຶນ, ເຊື່ອມຕໍ່ຍຸດທະສາດ, ນຳຫວຽດນາມ ເຂົ້າຮ່ວມຕ່ອງໂສ້ສະໜອງຂອງພາກພື້ນ ແລະທົ່ວໂລກ ຢ່າງເລິກເຊິ່ງກວ່າ. ການທູດວິທະຍາສາດ-ເຕັກໂນໂລຢີ ໄດ້ກາຍເປັນປາຍແຫຼມ, ສຸມໃສ່ເຂົ້າໃນນະວັດຕະກຳ, ຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ, ປະກອບ ສ່ວນຫັນ 11 ຂົງເຂດເຕັກໂນໂລຢີຍຸດທະສາດໃຫ້ປະກົດຜົນເປັນຈິງ.
ທີສີ່, ວຽກງານຂໍ້ມູນຂ່າວສານການພົວພັນຕ່າງປະເທດເປັນເຈົ້າການ, ບໍ່ພຽງແຕ່ໂຄສະນາເຜີຍແຜ່ພາບພົດຂອງປະເທດເທົ່ານັ້ນ ຫາກຍັງປົກປ້ອງພື້ນຖານແນວຄິດ, ຜົນປະໂຫຍດຂອງປະເທດໃນສະພາບແວດລ້ອມຂໍ້ມູນສັບສົນ. ວຽກງານກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ປະສົບຜົນສຳເລັດໃນການປຸກລຸກນ້ຳໃຈຮັກຊາດ ແລະຄວາມເອກອ້າງທະນົງໃຈກ່ຽວກັບຊາດດ້ວຍຜົນສຳເລັດຢ່າງຈະແຈ້ງທີ່ສຸດນັ້ນແມ່ນເງິນຕາຕ່າງປະເທດທີ່ສົ່ງກັບຄືນມາປະເທດບັນລຸລະດັບສະຖິຕິ, ກາຍເປັນແຫຼ່ງກຳລັງແຮງອັນສຳຄັນປະກອບສ່ວນຢ່າງແທດຈິງເຂົ້າໃນກິດຈະການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ການທູດປະຊາຊົນໄດ້ເສີມຂະຫຍາຍບົດບາດເປັນຂົວຕໍ່, ສ້າງພື້ນຖານໃຫ້ແກ່ການພົວພັນທາງການຕ່າງປະເທດຂອງປະເທດ.
ທີຫ້າ, ໄປພ້ອມກັບການຈັດຕັ້ງປະຕິບັດບັນດາໜ້າທີ່ການພົວພັນຕ່າງປະເທດ, ວຽກງານກໍ່ສ້າງຂະແໜງການໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຂະແໜງການທູດ ໄດ້ດຳເນີນການສັບຊ້ອນກົງຈັກການຈັດຕັ້ງຕາມທິດກະທັດຮັດ, ມີປະສິດທິຜົນ. ເອກະສານນິຕິກຳສຳຄັນຫຼາຍສະບັບ, ໄດ້ສ້າງພື້ນຖານລະບອບລະບຽບການໃຫ້ແກ່ການພົວພັນຕ່າງປະເທດ, ຄື: ກົດໝາຍວ່າດ້ວຍສົນທິສັນຍາສາກົນສະບັບປັບປຸງ, ກົດໝາຍວ່າດ້ວຍສັນຊາດສະບັບປັບປຸງ, ມະຕິເລກທິ 250 ຂອງສະພາແຫ່ງຊາດ ກ່ຽວກັບກົນໄກ, ນະໂຍບາຍສະເພາະໃນການຍົກສູງປະສິດທິຜົນການເຊື່ອມໂຍງເຂົ້າກັບສາກົນ.
ສຸດທ້າຍ, ກົນໄກສົມທົບກັນລະຫວ່າງສາມເສົາຄ້ຳການທູດພັກ, ການທູດລັດ ແລະການທູດປະຊາຊົນ, ພ້ອມດ້ວຍຄວາມສະໜິດຕິດພັນກັບກະຊວງປ້ອງກັນປະເທດ, ຕຳຫຼວດ ແລະພ້ອມກັບບັນດາຄະນະ, ກະຊວງ, ຂະແໜງການ ແລະທ້ອງຖິ່ນນັບມື້ນັບຄົບຊຸດ, ຊ່ວຍສ້າງນະໂຍບາຍທີ່ໄວກວ່າ, ເປັນເຈົ້າການກວ່າ. ວຽກງານຄົ້ນຄວ້າ, ຄາດຄະເນ, ເປັນເສນາທິການໄດ້ປະກອບສ່ວນເຂົ້າໃນການກຳແໜ້ນສະພາບການ, ຮັບຮູ້ກາລະໂອກາດ, ສິ່ງທ້າທາຍ, ເປັນພື້ນຖານເພື່ອສະເໜີບັນດາແຜນນະໂຍບາຍ, ນະໂຍບາຍໃຫ້ທັນເວລາ, ມີປະສິດທິຜົນດ້ວຍບົດລາຍງານ, ແຜນຮ່າງນັບຫຼາຍພັນສະບັບເພື່ອຮັບໃຊ້ວຽກງານນຳພາ-ຊີ້ນຳຂອງ ພັກ ແລະລັດ.
    |
 |
|
ສະຫາຍ ເລຮວ່າຍຈູງ ເປັນປະທານການພົບປະສັງສັນບັນດາອົງການສື່ມວນຊົນຫວຽດນາມ, ວັນທີ 31 ທັນວາ 2025. ພາບ: ເຈິ່ນດວ່ານ. |
ນັກຂ່າວ: ໃນເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ການພົວພັນຕ່າງປະເທດ ພ້ອມດ້ວຍການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເປັນຄັ້ງທຳອິດໄດ້ກຳນົດໃຫ້ເປັນຂົງເຂດ “ມີຄວາມສໍາຄັນ, ເປັນປະຈໍາ”. ແຜນນະໂຍບາຍນີ້ໄດ້ວາງ “ພາລະກຳ” ຄືແນວໃດສໍາລັບການພົວພັນຕ່າງປະເທດ-ການທູດຫວຽດນາມ ໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດ?
ສະຫາຍ ເລຮ່ວາຍຈູງ ລັດຖະມົນຕີການຕ່າງປະເທດຫວຽດນາມ: ເລື່ອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ເປັນຄັ້ງທຳອິດທີ່ຢືນຢັນທັດສະນະຊີ້ນຳນີ້ໃນເອກະສານກອງ ປະຊຸມໃຫຍ່ ຢ່າງເປັນທາງການທັງແມ່ນຄວາມເປັນກຽດ, ທັງແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງຕໍ່ກັບທົ່ວຂະແໜງການທູດ, ການພົວພັນຕ່າງປະເທດ. ສິ່ງດັ່ງກ່າວນີ້ກໍ່ຢືນຢັນບາດກ້າວຫັນປ່ຽນໃໝ່ກ່ຽວກັບຈິນຕະນາການຍຸດທະສາດຂອງພັກ.
ດ້ວຍຄວາມຮັບຮູ້ຄືດັ່ງກ່າວ, ພວກຂ້າພະເຈົ້າໄດ້ກຳນົດຢ່າງຈະແຈ້ງ, ຍູ້ແຮງການພົວພັນຕ່າງປະເທດ, ເຊື່ອມໂຍງສາກົນບໍ່ພຽງແຕ່ແມ່ນວຽກງານຂອງບັນດາກຳລັງເຮັດວຽກງານການພົວພັນຕ່າງປະເທດ, ຍິ່ງບໍ່ແມ່ນພາລະກິດສະເພາະຂອງກະຊວງການຕ່າງປະເທດ ເທົ່ານັ້ນ ຫາກຍັງແມ່ນພາລະກິດລວມຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ, ແມ່ນໜ້າທີ່ຂອງທົ່ວລະບົບການເມືອງ.
ດ້ວຍພາລະກິດອັນສະຫງ່າລາສີດັ່ງກ່າວ ແລະຄວາມຮຽກຮ້ອງຕ້ອງການອັນຮີບດ່ວນຂອງປະເທດໃນສັງກາດໃໝ່ຮຽກຮ້ອງມາຍັງຂະແໜງການພົວພັນຕ່າງປະເທດ ສືບຕໍ່ວາງຢູ່ພາຍໃຕ້ການນຳພາໂດຍກົງ, ຮອບດ້ານຂອງພັກ, ການຄຸ້ມຄອງເປັນເອກະພາບຂອງລັດ ແລະການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ປະຊາຊົນ, ວິສາຫະກິດທັງໝົດ. ໃນນັ້ນ, ກະຊວງການຕ່າງປະເທດ ສວມບົດບາດຫຼັກແຫຼ່ງແກ່ນສານ, ປະສານງານ, ເປັນເສນາທິການໃຫ້ແກ່ພັກ, ລັດ.
ນັກຂ່າວ: ຂໍທ່ານກຳມະການກົມການເມືອງ, ລັດຖະມົນຕີ ໃຫ້ຮູ້ ໃນຊຸມປີຜ່ານມາວຽກງານການທູດວັດທະນະທຳ ໄດ້ໜູນຊ່ວຍຄືແນວໃດຕໍ່ເປົ້າໝາຍຍົກສູງ “ກຳລັງແຮງນີ້ມນວນ” ແລະຖານະບົດບາດຂອງປະເທດ? ຜ່ານມາຄະນະບໍລິຫານງານສູນກາງພັກ ໄດ້ປະກາດໃຊ້ມະຕິສະບັບເລກທີ 80-NQ/TW ວ່າດ້ວຍການພັດທະນາວັດທະນາທໍາ ຫວຽດນາມ, ໃນນັ້ນໄດ້ກຳນົດເອົາວັດທະນະທຳແມ່ນພື້ນຖານ, ແມ່ນກຳລັງໜູນໃຫ້ແກ່ການພັດທະນາຍືນຍົງຂອງປະເທດ, ຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ກາຍເປັນກຳລັງແຮງທີ່ນີ້ມນວນຂອງປະເທດໃນສັງກາດໃໝ່. ເພາະສະນັ້ນໃນໄລຍະຈະມາເຖິງ, ວຽກງານການທູດວັດທະນະທຳ ຈະໄດ້ຜັນຂະຫຍາຍຄືແນວໃດເພື່ອສືບຕໍ່ຖ່າຍທອດວັດທະນະທຳຫວຽດນາມ ກັບໂລກ, ພ້ອມທັງຮຽນເອົາບົດຮຽນ, ປະສົບການຂອງ ເພື່ອນມິດສາກົນ ເພື່ອປະກອບສ່ວນເຂົ້າໃນເປົ້າໝາຍກໍ່ສ້າງພື້ນຖານວັດທະນະທຳຫວຽດນາມ ສັງຄົມນິຍົມ?
ສະຫາຍ ເລຮວ່າຍຈູງ ລັດຖະມົນຕີການຕ່າງປະເທດ: ການທູດຫວຽດນາມ ຍາມໃດກໍ່ສະແດງອອກໃຫ້ເຫັນລວງເລິກດ້ານວັດທະນະທຳ ແລະສີສັນຊາດ. ຊ້ຳບໍ່ໜຳກ່ອນທີ່ປະເທດຈະຍາດໄດ້ເອກະລາດ, ແຕ່ປີ 1943, ພັກ ໄດ້ມີໂຄງຮ່າງວັດທະນະທຳຫວຽດນາມ ແລ້ວ. ປະທານ ໂຮ່ຈີມິນ, ນັກສະຖາປານິກຂອງພື້ນຖານການທູດຫວຽດນາມ ທັນສະໄໝ, ລັດຖະມົນຕີການຕ່າງປະເທດ ຜູ້ທຳອິດຂອງຫວຽດນາມ, ກໍ່ຄືນັກວັດທະນະທຳທີ່ມີຊື່ສຽງຂອງໂລກ.
ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຍົກອອກການກໍານົດທິດໃຫຍ່ໃນການສ້າງ ແລະພັດທະນາວັດທະນະທຳຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ພ້ອມທັງເປັນເຈົ້າການ, ຕັ້ງໜ້າຮ່ວມມື, ໂຄສະນາເຜີຍແຜ່ພາບພົດຂອງປະເທດ, ເຜີຍແຜ່ຄຸນຄ່າວັດທະນະທຳ ແລະຊາວຫວຽດນາມ ອອກສູ່ໂລກ. ມະຕິສະບັບເລກທີ 80-NQ/TW ຂອງກົມການເມືອງ ວ່າດ້ວຍການພັດທະນາວັດທະນະທຳຫວຽດນາມ ແມ່ນໜຶ່ງໃນບັນດາມະຕິຍຸດທະສາດຂອງກົມການເມືອງເພື່ອແນໃສ່ປະກອບສ່ວນນຳປະເທດກ້າວຂຶ້ນສັງກາດໃໝ່.
ໃນໄລຍະຈະມາເຖິງ, ເພື່ອປະກອບສ່ວນຍົກສູງກຳລັງແຮງນີ້ມນວນຂອງປະເທດ, ວຽກງານການທູດວັດທະນະທຳ ຈະສຸມໃສ່ບາງການກຳນົດທິດໃຫຍ່ ແລະບຸລິມະສິດດັ່ງນີ້:
ທີໜຶ່ງ, ປ່ຽນແປງໃໝ່ຈິນຕະນາການຢ່າງແຂງແຮງ, ເປັນເອກະພາບສູງໃນຄວາມຮັບຮູ້ ແລະການກະທຳກ່ຽວກັບບົດບາດການທູດວັດທະນະທຳ, ປະຕິບັດຖືກຕາມເນື້ອໃນຈິດໃຈຊີ້ນຳຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ແມ່ນເຮັດໃຫ້ແຕ່ລະການເຄື່ອນໄຫວທາງການພົວພັນຕ່າງປະເທດ ບໍ່ພຽງແຕ່ມີເນື້ອໃນວັດທະນະທຳຢ່າງເລິກເຊິ່ງເທົ່ານັ້ນ ຫາກຍັງກາຍເປັນການເຄື່ອນໄຫວວັດທະນະທຳ; ເອົາໃຈໃສ່ວຽກງານຄົ້ນຄວ້າ, ເປັນເສນາທິການນະໂຍບາຍ, ສະເໜີຂໍ້ລິເລີ່ມສາກົນໃນຂົງເຂດການທູດວັດທະນະທຳ.
ທີສອງ, ປ່ຽນແປງໃໝ່ເນື້ອໃນ, ຮູບການ, ມີຂໍ້ລິເລີ່ມບຸກທະລຸເພື່ອຈັດຕັ້ງປະຕິບັດວຽກງານການທູດວັດທະນະທຳທີ່ມີຈຸດສຸມ, ຈຸດໃຈກາງ, ສ້າງຂີດໝາຍ, ແຜ່ຂະຫຍາຍ. ພິເສດ, ສືບຕໍ່ສົມທົບການທູດວັດທະນະທຳໃນການເຄື່ອນໄຫວການພົວພັນຕ່າງປະເທດຂັ້ນສູງ; ໜູນຊ່ວຍບັນດາທ້ອງຖິ່ນພັດທະນາເສດຖະກິດມໍລະໂດກ; ສະໜິດຕິດພັນ, ສົມທົບກັນຢ່າງແໜ້ນແຟ້ນກວ່າອີກລະຫວ່າງການທູດວັດທະນະທຳກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
ທີສາມ, ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ເປັນເຈົ້າການ, ມີປະສິດທິຜົນຢູ່ເວທີປາໄສຫຼາຍຝ່າຍ ແລະສອງຝ່າຍກ່ຽວກັບວັດທະນະທຳ, ປະກອບສ່ວນນຳ ຫວຽດນາມ ອອກສູ່ໂລກຫຼາຍກວ່າ.
ທີສີ່, ຍູ້ແຮງວຽກງານສື່ມວນຊົນ ຕິດພັນກັບການຫັນປ່ຽນດິີຈີຕອນ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ເສີມຂະຫຍາຍແຫຼ່ງກຳລັງໃຫ້ແກ່ການທູດວັດທະນະທຳຢ່າງມີປະສິດທິຜົນ. ສ້າງຍຸດທະສາດສື່ມວນຊົນໂຄສະນາເຜີຍແຜ່ພາບພົດຫວຽດນາມ - ປະເທດທີ່ເຕັມໄປດ້ວຍສີສັນວັດທະນະທຳ, ມະນຸດສະທຳ, ມີຄວາມຮັບຜິດຊອບ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຄວາມສິວິໄລຂອງມວນມະນຸດ.
ທີຫ້າ, ເພີ່ມທະວີການພັດທະນາແຫຼ່ງຊັບພະຍາກອນມະນຸດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານການທູດວັດທະນະທຳຢູ່ທັງສູນກາງ ແລະທ້ອງຖິ່ນ, ໂດຍສະເພາະແມ່ນຢູ່ບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຢູ່ຕ່າງປະເທດ. ເພີ່ມທະວີການເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບວັດທະນະທຳ, ການທູດວັດທະນະທຳໃຫ້ຊາວ ຫວຽດນາມ ທີ່ໄປເຮັດວຽກ, ຮ່ຳຮຽນ, ປະຕິບັດງານຢູ່ຕ່າງປະເທດ... ປະກອບສ່ວນສ້າງ, ໂຄສະນາເຜີຍແຜ່ກ່ຽວກັບພາບພົດຂອງປະເທດ, ຊາວຫວຽດນາມ ໃນສາຍຕາເພື່ອນມິດສາກົນ.
ນັກຂ່າວ: ຂໍຂອບໃຈທ່ານກຳມະການກົມການເມືອງ, ລັດຖະມົນຕີ!
ໂດຍ: ແສງເດືອນ