ແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈໍາ ຈີນ, ທ່ານນາງ Liu Ying ນັກຄົ້ນຄວ້າ ສັງກັດສະຖາບັນຄົ້ນຄວ້າການເງິນ Chong yang, ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ສືບຕໍ່ເລືອກຕັ້ງສະຫາຍ ໂຕເລິມ ໃຫ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະສ້າງແຮງຂັບເຄື່ອນຊຸກຍູ້ການຮ່ວມມືສອງຝ່າຍ ຈີນ-ຫວຽດນາມ ໃຫ້ກ້າວເຂົ້າສູ່ໄລຍະໃໝ່, ດ້ວຍລະດັບນັບມື້ນັບເລິກເຊິ່ງກວ່າອີກ.

leftcenterrightdel
ທ່ານນາງ Liu Ying ນັກຄົ້ນຄວ້າ ສັງກັດສະຖາບັນຄົ້ນຄວ້າການເງິນ Chong yang. ພາບ: ສໍານັກຂ່າວສານຫວຽນາມ

ຕາມທ່ານນາງ Liu Ying ແລ້ວ, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຫຼາຍດ້ານ. ທີໜຶ່ງ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຂັ້ນສູງລະຫວ່າງສອງປະເທດສືບຕໍ່ໄດ້ຮັບການປັບປຸງ ແລະຍົກຂຶ້ນສູ່ລະດັບສູງໃໝ່. ສະຫາຍ ໂຕເລິມ ໄດ້ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໃນເດືອນສິງຫາ 2024. ເດືອນເມສາ 2025, ທ່ານ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ໄດ້ມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (18-1-1950 / 18-1-2025) ແລະ “ປີແຫ່ງການພົບປະແລກປ່ຽນປະຊາຊົນ ຈີນ-ຫວຽດນາມ”.

ສອງຝ່າຍໄດ້ກຳນົດທິດທາງພັດທະນາການພົວພັນດ້ວຍເນື້ອໃນຈິດໃຈ “6 ກວ່າ”, ລວມມີ: ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງກວ່າ; ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແທດຈິງກວ່າ; ການຮ່ວມມືແທດຈິງເລິກເຊິ່ງກວ່າ; ພື້ນຖານສັງຄົມມີຄວາມໝັ້ນແກ່ນກວ່າ; ສົມທົບຫຼາຍຝ່າຍຢ່າງແໜ້ນແຟ້ນກວ່າ; ຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມ ແລະແກ້ໄຂໃຫ້ດີຂຶ້ນ.

ພາຍຫຼັງສະຫາຍ ໂຕເລິມ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່, ຫຼັງຈາກນັ້ນສະຫາຍ ສີຈີ້ນຜິງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຈີນ ໄດ້ສົ່ງໂທລະເລກຊົມເຊີຍ ແລະໂອ້ລົມທາງໂທລະສັບລະຫວ່າງເລຂາທິການໃຫຍ່ສອງປະເທດ ເຊິ່ງໄດ້ສະແດງອອກໃຫ້ເຫັນການຖືເປັນສໍາຄັນຂອງຈີນ ຕໍ່ລັກສະນະສະຖຽນລະພາບ ແລະຕໍ່ເນື່ອງໃນແນວທາງນໍາພາຂອງຫວຽດນາມ. ການພົວພັນຂັ້ນສູງນີ້ໄດ້ສະແດງໃຫ້ເຫັນພື້ນຖານອັນໝັ້ນແກ່ນຂອງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຂັ້ນສູງ ແລະຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ “ທັງເປັນສະຫາຍ, ທັງເປັນອ້າຍນ້ອງ”.

ຕາມທ່ານນາງ Liu Ying ແລ້ວ, ໂຄງການດໍາເນີນງານນະໂຍບາຍຂອງສະຫາຍ ໂຕເລິມ ທີ່ກອງປະຊຸມໃຫຍ່ຄັ້ງທີ XIV, ໄດ້ສຸມໃສ່ປັບປຸງກໍາລັງຄວາມສາມາດບໍລິຫານແຫ່ງຊາດ ແລະການເຕີບໂຕໃຫ້ເປັນທັນສະໄໝໂດຍອີງໃສ່ວິທະຍາສາດ-ເຕັກໂນໂລຢີ, ມີຫຼາຍຈຸດທີ່ຄ້າຍຄືກັນກັບການກໍານົດທິດພັດທະນາໃຫ້ມີຄຸນນະພາບສູງຂອງຈີນ, ຜ່ານສິ່ງດັ່ງກ່າວນັ້ນສ້າງພື້ນຖານສະດວກໃຫ້ແກ່ການເພີ່ມທະວີການແລກປ່ຽນບົດຮຽນດ້ານບໍລິຫານລະຫວ່າງສອງຝ່າຍ.

ທີສອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ ຈີນ-ຫວຽດນາມ ສືບຕໍ່ພັດທະນາຢ່າງໝັ້ນຄົງ, ດ້ວຍຄວາມສະໜິດຕິດພັນໃນຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ສະໜອງ ນັບມື້ນັບເລິກເຊິ່ງກວ້າງຂວາງ. ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມ ໃນ 20 ປີກວ່າຢ່າງລຽນຕິດ, ໃນຂະນະທີ່ຫວຽດນາມ ແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນ ໃນອາຊຽນ. ໂຄງປະກອບການຄ້າສອງຝ່າຍສືບຕໍ່ໄດ້ຮັບການປັບປຸງໃຫ້ດີທີ່ສຸດ, ໄດ້ສ່ອງແສງໃຫ້ເຫັນລະດັບເຊື່ອມໂຍງເສດຖະກິດຂອງສອງປະເທດໃນລະບົບຕ່ອງໂສ້ສະໜອງຂອງພາກພື້ນ ແລະທົ່ວໂລກ.

ຄຽງຂ້າງນັ້ນ, ບັນດາໂຄງການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ກໍ່ພວມໄດ້ຮັບການຍູ້ໄວຄວາມຄືບໜ້າ, ໃນນັ້ນການຮ່ວມມືໃນຂົງເຂດເຕັກໂນໂລຢີສູງ ແລະການພັດທະນາສີຂຽວພົ້ນເດັ່ນຂຶ້ນປຽບເໝືອນດັ່ງແຮງຂັບເຄື່ອນໃຫ້ການເຕີບໂຕໃໝ່. ປະຈຸບັນ, ຫວຽດນາມ ໄດ້ກຳນົດເອົາເຊມີຄອນດັກເຕີ, ເສດຖະກິດດີຈີຕອນ ແລະພະລັງງານສີຂຽວແມ່ນບຸລິມະສິດພັດທະນາແຫ່ງຊາດ, ສ້າງການຊ່ວຍຊູເຊິ່ງກັນ ແລະກັນຫຼາຍພໍສົມຄວນກັບທ່າແຮງດ້ານເຕັກໂນໂລຢີຂອງຈີນ.

ນອກຈາກນັ້ນ, ບັນດາໂຄງການຮ່ວມມືກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງລະຫວ່າງສອງປະເທດກໍ່ກໍາລັງໄດ້ຮັບການຊຸກຍູ້ຕາມທິດເທື່ອລະກ້າວ ແລະແທດຈິງ, ໃນນັ້ນມີເສັ້ນທາງລົດໄຟເຊື່ອມຕໍ່ເຂດຊາຍແດນ, ການຮ່ວມມືພັດທະນາລະບົບດ່ານຊາຍແດນ ແລະໂລຢິກສະຕິກສະຫຼາດ, ກໍ່ຄືການສົມທົບກັນໃນຂົງເຂດພະລັງງານ ແລະພື້ນຖານໂຄງລ່າງເຕັກນິກ...

ສຸດທ້າຍ, ການພົບປະແລກປ່ຽນດ້ານມະນຸດສະທຳ ແລະການຮ່ວມມືຫຼາຍຝ່າຍສືບຕໍ່ສວມບົດບາດສຳຄັນໃນການປັບປຸງພື້ນຖານໃຫ້ແກ່ການພົວພັນລະຫວ່າງ ຈີນ-ຫວຽດນາມ. ໃນເດືອນເມສາ 2025, ການນໍາສອງພັກໄດ້ພ້ອມກັນເປັນສັກຂີພິຍານພິທີລົງນາມໃນເອກະສານການຮ່ວມມືສອງຝ່າຍໃນ 45 ສະບັບ ໃນຫຼາຍຂົງເຂດ, ລວມທັງປັນຍາປະດິດ (AI), ການກັກກັນດ້ານພາສີ ແລະການຄ້າຜະລິດຕະພັນກະເສດ. ບັນດາກົນໄກ, ຄື: ເວທີປາໄສປະຊາຊົນ ຈີນ-ຫວຽດນາມ ແລະລາຍການ “ເດີນທາງສີແດງ: ຄົ້ນຄວ້າ ແລະຮໍ່າຮຽນ" ທີ່ສະຫງວນໃຫ້ຊາວໜຸ່ມຫວຽດນາມ ຢູ່ຈີນ ໄດ້ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ ແລະຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດ.

ທ່ານນາງ Liu Ying ເຊື່ອໝັ້ນວ່າ ເລື່ອງສະຫາຍ ໂຕເລິມ ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ ບໍ່ພຽງແຕ່ຈະເປັນການປັບປຸງການປະຕິຮູບ ແລະການພັດທະນາຂອງຫວຽດນາມ ເທົ່ານັ້ນ, ຫາກຍັງສ້າງເງື່ອນໄຂສະດວກໃຫ້ແກ່ການຍົກລະດັບການພົວພັນສອງຝ່າຍ ຈີນ-ຫວຽດນາມ ຢ່າງຮອບດ້ານ, ໃນເສົາຄໍ້າຕ່າງໆນັ້ນລວມມີ: ຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ການຮ່ວມມືດ້ານເສດຖະກິດ, ວິທະຍາສາດ-ເຕັກໂນໂລຢີ ແລະການສົມທົບລະບອບລະບຽບການ, ຜ່ານສິ່ງດັ່ງກ່າວນັ້ນແມ່ນຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຫວຽດນາມ-ຈີນ ທີ່ມີຄວາມໝາຍຍຸດທະສາດ.

ໂດຍ: ເຈິ່ນຮວ່ຽນ