ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດ ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Antonio Costa ປະທານສະພາເອີລົບ ມີຄວາມໝາຍສຳຄັນຍິ່ງຕໍ່ກັບການພົວພັນ ຫວຽດນາມ-ອີຢູ. ສິ່ງດັ່ງກ່າວຍິ່ງພິເສດຂຶ້ນຕື່ມເມື່ອນີ້ແມ່ນການຢ້ຽມຢາມຫວຽດນາມ ຂອງປະມຸກລັດຂັ້ນສູງຂອງອີຢູ ພາຍຫຼັງຈັດຕັ້ງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.
ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມຮັບຮູ້ ແລະການຕີລາຄາສູງຂອງ ອີຢູ ຕໍ່ກັບແນວທາງການພົວພັນຕ່າງປະເທດທີ່ຖືກຕ້ອງ, ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ພ້ອມທັງຢັ້ງຢືນທີ່ຕັ້ງ ແລະອິດທິພົນຊື່ສຽງທີ່ນັບມື້ນັບສູງຂອງຫວຽດນາມ ໃນເວທີສາກົນ, ພິເສດແມ່ນໃນຖານະເປັນຄູ່ຮ່ວມມືສຳຄັນຂອງ ອີຢູ ໃນພາກພື້ນອາຊີ-ປາຊີຟິກ.
ທ່ານ Antonio Costa ກໍ່ແມ່ນການນຳອີຢູ ທີ່ມີຄວາມສົນໃຈຫວຽດນາມ ຢ່າງເລິກເຊິ່ງ, ໂດຍສະແດງໃຫ້ເຫັນຜ່ານການໂອ້ລົມທາງໂທລະສັບກັບທ່ານ ໂຕເລິມ ເລຂາທິການໃຫຍ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30-4-1975 / 30-4-2025), ກໍຄືການສົ່ງຈົດໝາຍອວຍພອນການນໍາຫວຽດນາມ ເນື່ອງໃນໂອກາດວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2-9-1945 / 2-9-2025).
ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການຢ້ຽມຢາມຄັ້ງນີ້ບໍ່ພຽງແຕ່ມີຄວາມໝາຍຕາມມາລະຍາດເທົ່ານັ້ນ, ຫາກຍັງມີຄວາມໝາຍສຳຄັນກວ່ານັ້ນອີກ, ການນໍາສອງຝ່າຍຈະມີເງື່ອນໄຂແລກປ່ຽນຢ່າງເລິກເຊິ່ງກ່ຽວກັບໂຄງການຮ່ວມມືລະອຽດ, ແທດຈິງ, ມຸ່ງໄປເຖິງເລື່ອງຍົກລະດັບການພົວພັນ ຫວຽດນາມ-ອີຢູ ຂຶ້ນສູ່ໄລຍະພັດທະນາໃໝ່, ສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການພັດທະນາຂອງສອງຝ່າຍໃນສະພາບການພາກພື້ນ ແລະໂລກ ພວມປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ.
    |
 |
|
ທ່ານ ຫງວຽນວັນຖາວ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາຊະອານາຈັກ ແບນຊິກ. ພາບ: ສໍານັກຂ່າວສານຫວຽດນາມ |
ເມື່ອຫວນຄືນໄລຍະທາງ 35 ປີ ນັບແຕ່ຫວຽດນາມ ແລະ ອີຢູ ສ້າງຕັ້ງການພົວພັນທາງການທູດໃນປີ 1990, ທ່ານ ຫງວຽນວັນຖາວ ຖືວ່າ ເຖິງວ່າເວລາຜ່ານໄປບໍ່ດົນນານປານໃດກໍຕາມ, ແຕ່ດ້ວຍເຈດຈໍານົງ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນສອງຝ່າຍບັນລຸໄດ້ຜົນງານເປັນໜ້າຮັບຮູ້ໃນທຸກຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ກໍຄືການພົບປະແລກປ່ຽນປະຊາຊົນ. ການຢ້ຽມຢາມ ແລະການພົບປະລະຫວ່າງການນຳຫວຽດນາມ ກັບອີຢູ ໄດ້ດຳເນີນໄປຢ່າງເປັນປະຈໍາ, ທັງໃນຂອບເຂດສອງຝ່າຍ ແລະຫຼາຍຝ່າຍ, ສ້າງພື້ນຖານການເມືອງອັນໜັກແໜ້ນໃຫ້ການຮ່ວມມືຮອບດ້ານ.
ດ້ານເສດຖະກິດ, ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ-ອີຢູ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ປະຈຸບັນ ຫວຽດນາມ ເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ອີຢູ ໃນອາຊຽນ ແລະ ເປັນ 1 ໃນ 4 ປະເທດອາຊີ ທີ່ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ກັບອີຢູ, ພ້ອມກັບ ຍີ່ປຸ່ນ, ສ.ເກົາຫຼີ, ສິງກະໂປ. ສິ່ງທີ່ໜ້າໃສ່ໃຈນັ້ນແມ່ນ, ຢູ່ໃນອາຊຽນ, ຫວຽດນາມ ແມ່ນປະເທດມີລະບົບກົນໄກຮ່ວມມືກັບ ອີຢູ ຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານທີ່ສຸດ.
ນອກຈາກນັ້ນ, ຫວຽດນາມ ແລະອີຢູ ໄດ້ສ້າງຕັ້ງຂອບເຂດການຮ່ວມມືທີ່ສຳຄັນໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພົ້ນເດັ່ນແມ່ນຂໍ້ຕົກລົງຄູ່ຮ່ວມມືຫັນປ່ຽນພະລັງງານຢ່າງມີຄວາມຍຸຕິທຳ (JETP) ກັບບັນດາປະເທດໃນກຸ່ມປະເທດອຸດສາຫະກໍາພັດທະນາ (G7) ແລະອີຢູ. ອີຢູ ກໍ່ເປັນຄູ່ຮ່ວມມືທີ່ມີຄຳໝັ້ນສັນຍາຢ່າງແຂງແຮງໃນການໜູນຊ່ວຍຫວຽດນາມ ປະຕິບັດເປົ້າໝາຍຫຼຸດຜ່ອນການປ່ອຍກາກບອນຮອດປີ 2050, ຄືດັ່ງການໃຫ້ຄຳໝັ້ນສັນຍາໃນກອງປະຊຸມ COP26.
ໃນຂົງເຂດວັດທະນະທຳ-ສັງຄົມ ແລະບຳລຸງສ້າງຊັບພະຍາກອນມະນຸດ, ໄລຍະທາງ 35 ປີແຫ່ງການຮ່ວມມືໄດ້ນໍາມາເຊິ່ງໝາກຜົນແທດຈິງຫຼາຍຢ່າງ, ພິເສດແມ່ນການພົບປະແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ແລະການຮ່ວມມືດ້ານການສຶກສາ-ບໍາລຸງກໍ່ສ້າງລະຫວ່າງຫວຽດນາມ ກັບ 27 ປະເທດສະມາຊິກອີຢູ. ຫຼາຍໂຄງການຮ່ວມມືທີ່ມີປະສິດທິຜົນໄດ້ຮັບການຜັນຂະຫຍາຍລະຫວ່າງມະຫາວິທະຍາໄລກັບສະຖາບັນຄົ້ນຄວ້າແຫ່ງຕ່າງໆຂອງຫວຽດນາມ ແລະອີຢູ.
ເຖິງວ່າບັນລຸໄດ້ຫຼາຍຜົນງານທີ່ສຳຄັນກໍ່ຕາມ, ທ່ານເອກອັກຄະລັດຖະທູດ ຖືວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຫວຽດນາມ-ອີຢູ ຍັງມີຫຼາຍຢູ່, ໂດຍສະເພາະແມ່ນຢູ່ໃນເສົາຄ້ຳຫຼັກແຫຼ່ງ. ກ່ອນອື່ນໝົດແມ່ນການຄ້າ ແລະການລົງທຶນ, ເມື່ອ ອີຢູ ແມ່ນຕະຫຼາດທີ່ມີຂະໜາດ GDP ເກືອບ 20 ຕື້ໂດລາສະຫະລັດ, ປະຊາກອນປະມານ 450 ລ້ານຄົນ ແລະມີຄວາມຕ້ອງການຂະໜາດໃຫຍ່ ສໍາລັບປະເພດສິນຄ້າທີ່ມີທ່າແຮງຂອງຫວຽດນາມ. ໃນຂະນະນັ້ນ, ການລົງທຶນຂອງອີຢູ ຢູ່ຫວຽດນາມ ຍັງມີຄວາມສາມາດບົ່ມຊ້ອນເພື່ອຂະຫຍາຍ, ໂດຍສະເພາະແມ່ນໃນບັນດາຂົງເຂດເຕັກໂນໂລຢີສູງ ແລະນະວັດຕະກຳ.
ເສົາຄ້ຳສຳຄັນອື່ນອີກແມ່ນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ. ອີຢູ ມີທ່າແຮງໃນການຄົ້ນຄວ້າຂັ້ນພື້ນຖານ ແລະຄົ້ນຄວ້າໝູນໃຊ້. ເລື່ອງຍູ້ແຮງການຮ່ວມມືໃນຂົງເຂດນີ້ບໍ່ພຽງແຕ່ສອດຄ່ອງກັບຄວາມຕ້ອງການພັດທະນາຂອງຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນຜັນຂະຫຍາຍມະຕິເລກທີ 57 ຂອງກົມການເມືອງວ່າດ້ວຍບຸກທະລຸໃນການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະການຫັນເປັນດີຈີຕອນແຫ່ງຊາດ. ທ່ານເອກອັກຄະລັດຖະທູດ ກໍ່ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີ້ພ້ອມກັບຂໍ້ຕົກລົງສະບັບຕ່າງໆທີ່ຄາດວ່າຈະໄດ້ຮັບການລົງນາມ, ຈະສ້າງແຮງຜັກດັນໃໝ່ໃນການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳໃໝ່ລະຫວ່າງສອງຝ່າຍ.
ນອກຈາກນັ້ນ, ທ່ານເອກອັກຄະລັດຖະທູດ ຍັງຕີລາຄາວ່າ ການຮ່ວມມືດ້ານການປົກປັກຮັກສາສິ່ງແວດລ້ອມ, ຄວາມໝັ້ນຄົງທາງແຫຼ່ງນ້ຳ ແລະການອະນຸລັກຮັກສາວັດທະນະທຳ ແມ່ນບັນດາເສົາຄ້ຳທີ່ສຳຄັນ. ການເພີ່ມທະວີການແລກປ່ຽນວັດທະນະທຳ ແລະການເຊື່ອມຕໍ່ປະຊາຊົນ ບໍ່ພຽງແຕ່ປະກອບສ່ວນສ້າງພື້ນຖານແບບຍືນຍົງໃຫ້ແກ່ການພົວພັນດ້ານການເມືອງ ແລະເສດຖະກິດເທົ່ານັ້ນ, ຫາກຍັງສ້າງກຳລັງໜູນຊຸກຍູ້ການພັດທະນາການທ່ອງທ່ຽວ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງຫວຽດນາມ ກັບອີຢູ ໃນໄລຍະຈະມາເຖິງອີກດ້ວຍ.
ໂດຍ: ທູຈາງ