ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາຄືແນວໃດກ່ຽວກັບຄວາມໝາຍ ແລະໄລຍະເວລາດຳເນີນການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຂອງທ່ານປະທານສະພາ ເອີລົບ?

ທ່ານ Julien Guerrier ເອກອັກຄະລັດຖະທູດ: ນີ້ແມ່ນສັບປະດາທີ່ມີຄວາມສຳຄັນທີ່ສຸດຂອງການພົວພັນອີຢູ-ຫວຽດນາມ. ເລື່ອງທ່ານປະທານສະພາເອີລົບ ເລືອກມາຢ້ຽມຢາມຫວຽດນາມ ໃນໄລຍະທີ່ສະພາບການດ້ານການເມືອງໃນໂລກ ກຳລັງມີຄວາມເຄັ່ງຕຶງນັ້ນແມ່ນມີລັກສະນະສັນຍາລັກສູງທີ່ສຸດ. ນີ້ແມ່ນສານສົ່ງເຖິງໂລກຮັບຮູ້ວ່າ ພວກຂ້າພະເຈົ້າ ຢາກປັບປຸງການພົວພັນຄູ່ຮ່ວມມືກັບບັນດາປະເທດ, ຄື: ຫວຽດນາມ-ບັນດາປະເທດທີ່ສະໜິດຕິດພັນກັບການເຄົາລົບກົດໝາຍສາກົນ ແລະລະບົບຫຼາຍຝ່າຍ.

ພິເສດ, ຝ່າຍ ອີຢູ ຕີລາຄາຢ່າງສູງຕໍ່ເລື່ອງ ຫວຽດນາມ ຕ້ອນຮັບທ່ານປະທານສະພາເອີລົບ ພາຍຫຼັງຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ປະສົບຜົນສຳເລັດຢ່າງຈົບງາມພຽງແຕ່ສອງສາມວັນເທົ່ານັ້ນ. ການຢ້ຽມຢາມໄດ້ດຳເນີນໄປໃນໄລຍະເວລາທີ່ການພົວພັນສອງຝ່າຍໄດ້ພັດທະນາຢ່າງແຂງແຮງ, ເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນພາຍຫຼັງເວລາ 35 ປີ, ຈາກການໜູນຊ່ວຍມະນຸດສະທຳເທື່ອທຳອິດ ໃນຊຸມປີ 1990 ຈົນມາຮອດປະຈຸບັນ. ຂ້າພະເຈົ້າ ຖືວ່າ ພວກເຮົາໄດ້ມາເຖິງຈຸດເວລາທີ່ສາມາດເປີດ “ສັງກາດໃໝ່” ໄດ້ແລ້ວໃນການພົວພັນລະຫວ່າງສະຫະພາບເອີລົບ ແລະຫວຽດນາມ.

leftcenterrightdel
ທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບເອີລົບ ປະຈໍາ ຫວຽດນາມ ຕອບສຳພາດກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກໍ່ຄືການກຳນົດທິດຮ່ວມມືໃນອະນາຄົດລະຫວ່າງຫວຽດນາມ-ອີຢູ. ພາບ: ສຳນັກຂ່າວສານຫວຽດນາມ

ນັກຂ່າວ: ທ່ານຫາກໍ່ເຕື້ອງເຖິງ “ສັງກາດໃໝ່”, ສະນັ້ນຄວາມລະອຽດໃນການພົວພັນນີ້ ຈະໄດ້ພັດທະນາຄືແນວໃດໃນການຢ້ຽມຢາມທີ່ຈະມາເຖິງ?

ທ່ານ Julien Guerrier ເອກອັກຄະລັດຖະທູດ: ສັງກາດໃໝ່ນີ້ຈະຫັນເປັນສັນຍາລັກດ້ວຍເຈດຈຳນົງຍົກລະດັບການພົວພັນຄູ່ຮ່ວມມືຂອງພວກເຮົາຂຶ້ນຕື່ມ. ນີ້ແມ່ນສັນຍານຍຸດທະສາດສະແດງໃຫ້ເຫັນການເພີ່ມທະວີການພົວພັນລະຫວ່າງສອງຝ່າຍ; ໂດຍຢັ້ງຢືນຖານະບົດບາດນຳໜ້າຂອງການພົວພັນນີ້ໃນອາຊຽນ ແລະເປັນຕົວແບບໃຫ້ປະເທດອື່ນ. ເລື່ອງຍົກລະດັບການພົວພັນຮ່ວມມືນີ້ບໍ່ພຽງແຕ່ແມ່ນສັນຍາລັກເທົ່ານັ້ນ ຫາກຍັງເພື່ອແນໃສ່ຈຸດປະສົງສ້າງຂອບເຂດຢ່າງແຂງແຮງກວ່າໃຫ້ແກ່ຂົງເຂດການຮ່ວມມືລະອຽດ.

ນັກຂ່າວ: ໂດຍອີງໃສ່ຂອບເຂດການຮ່ວມມືໃໝ່ນີ້, ຕາມທ່ານເອກອັກຄະລັດຖະທູດ, ອັນໃດແມ່ນເສົາຄ້ຳການຮ່ວມມືຫຼັກ ເຊິ່ງອີຢູ ຈະສຸມໃສ່ຊຸກຍູ້ກັບຫວຽດນາມ?

ທ່ານ Julien Guerrier ເອກອັກຄະລັດຖະທູດ: ພວກຂ້າພະເຈົ້າ ຢາກປັບປຸງ 3 ເສົາຄ້ຳຮ່ວມມືທີ່ມີຢູ່ແລ້ວຢ່າງແຂງແຮງ: ທີໜຶ່ງແມ່ນການຄ້າ. ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EVFTA) ໄດ້ຊ່ວຍໃຫ້ການຄ້າສອງສົ້ນເພີ່ມຂຶ້ນ 40% ໃນ 5 ປີ ຜ່ານມາ. ພວກຂ້າພະເຈົ້າ ຢາກລື່ນກາຍລະດັບນີ້ໃນປະຈຸບັນ, ພິເສດແມ່ນເມື່ອການຄ້າໂລກກຳລັງປະສົບກັບສິ່ງທ້າທາຍຫຼາຍຢ່າງ.

ທີສອງແມ່ນການຫັນປ່ຽນສີຂຽວ. ພວກຂ້າພະເຈົ້າ ຢາກເພີ່ມທະວີການໜູນຊ່ວຍຫວຽດນາມ ຜັນຂະຫຍາຍພະລັງງານທົດແທນ, ເພີ່ມລັກສະນະເອກະລາດ ແລະຄວາມໝັ້ນຄົງດ້ານພະລັງງານ, ສອດຄ່ອງກັບລັດຖະນະໂຍບາຍໃນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຜ່ານມາ.

ທີສາມແມ່ນສັນຕິພາບ ແລະຄວາມໝັ້ນຄົງ. ພວກຂ້າພະເຈົ້າ ຢາກກ້າວເດີນໄປໄກກວ່າກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບໃນປະຈຸບັນ, ເປີດກວ້າງໄປສູ່ຄວາມໝັ້ນຄົງໃນການເດີນທະເລ, ຄຸ້ມຄອງວິກິດການ ແລະຊຸກຍູ້ການເຄົາລົບກົດໝາຍສາກົນ, ລວມທັງຢູ່ທະເລຕາເວັນອອກ.

ນອກຈາກນັ້ນ, ພວກຂ້າພະເຈົ້າຢາກພັດທະນາບັນດາຂົງເຂດໃໝ່, ຄື: ການຫັນປ່ຽນດີຈີຕອນ, ນະວັດຕະກຳ, ບັນດາຂົງເຂດເຕັກໂນໂລຢີສູງ, ຄື: ເຊມິຄອນດັກເຕີ, ປັນຍາປະດິດ (AI) ແລະຊັບພະຍາກອນທີ່ຈໍາເປັນ.

ນັກຂ່າວ: ກ່ຽວຂ້ອງເຖິງຂົງເຂດເຕັກໂນໂລຢີສູງ ແລະເຊມິຄອນດັກເຕີ, ຫວຽດນາມ ວາງອອກເປົ້າໝາຍບຳລຸງສ້າງນັກວິສະວະກອນໃຫ້ໄດ້ 50.000 ຄົນ. ອີຢູ ຈະໜູນຊ່ວຍຄືແນວໃດເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ?

ທ່ານ Julien Guerrier ເອກອັກຄະລັດຖະທູດ: ພວກຂ້າພະເຈົ້າ ໜູນຊ່ວຍໃນສອງແງ່ມູມ. ກ່ຽວກັບການບຳລູງສ້າງ, ວັນທີ 31 ທັນວາ 2025 ຜ່ານມາ, ພວກຂ້າພະເຈົ້າ, ພ້ອມດ້ວຍການເຂົ້າຮ່ວມຂອງ ຝລັ່ງ ແລະເຢຍລະມັນ, ໄດ້ເຊັນສັນຍາກັບລັດຖະບານຫວຽດນາມ ກ່ຽວກັບການອຸປະຖຳໂຄງການຫຼັກສູດການສອນອາຊີບລະຫວ່າງຫວຽດນາມ-ອີຢູ (VETVET) ດ້ວຍງົບປະມານກວ່າ 50 ລ້ານເອີໂຣ. ໂຄງການນີ້ເພື່ອແນໃສ່ບຳລຸງສ້າງນັກວິສາວະກອນໜຸ່ມ ແລະຊາວໜຸ່ມຫວຽດນາມ, ບໍ່ພຽງແຕ່ໃນຂົງເຂດເຊມິຄອນດັກເຕີ ເທົ່ານັ້ນ ຫາກຍັງໃນຂົງເຂດເຕັກໂນໂລຊີໃໝ່ໜູນຊ່ວຍການຫັນປ່ຽນດີຈີຕອນ ແລະຫັນປ່ຽນສີຂຽວ.

ທີສອງ, ພວກຂ້າພະເຈົ້າ ຢາກເພີ່ມທະວີການລົງທຶນເຂົ້າຂົງເຂດເຕັກໂນໂລຢີສູງຢູ່ ຫວຽດນາມ. ໃນເວລາທີ່ຈະມາເຖິງນີ້, ພວກຂ້າພພະເຈົ້າ ກໍ່ຄາດວ່າຈະເຊັນໜັງສືເຈດຈຳນົົງກ່ຽວກັບການຮ່ວມມືວິທະຍາສາດ-ເຕັກໂນໂລຢີໃໝ່ ກັບກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ, ເພື່ອຊຸກຍູ້ການແລກປ່ຽນນັກຄົ້ນຄວ້າລະດັບປະລິນຍາເອກ ແລະເຂົ້າຮ່ວມໂຄງການແມ່ກ່ຽວກັບການຄົ້ນຄວ້າ ແລະປ່ຽນແປງໃໝ່ປະດິດສ້າງຂອງສະຫະພາບເອີລົບ (ອີຢູ) Horizon Europe.

ນັກຂ່າວໃນສະພາບການພູມສາດການເມືອງທີ່ສັບສົນ, ອີຢູ ຕັ້ງຄວາມຫວັງຫຍັງແດ່ຕໍ່ບົດບາດຂອງຫວຽດນາມ ໃນການຮັກສາຄວາມໝັ້ນຄົງໃນພາກພື້ນ, ພິເສດແມ່ນຢູ່ທະເລຕາເວັນອອກ?

ທ່ານ Julien Guerrier ເອກອັກຄະລັດຖະທູດ: ທະເລຕາເວັນອອກ ມີຄວາມສໍາຄັນພິເສດຕໍ່ກັບພວກຂ້າພະເຈົ້າ ເພາະວ່າ 40% ປະລິມານສິນຄ້ານຳເຂົ້າ ແລະ 25% ສິນຄ້າສົ່ງອອກຂອງ ອີຢູລ້ວນແຕ່ໄປຜ່ານເຂດທະເລນີ້. ພວກຂ້າພະເຈົ້າ ຄອງຄອຍ ຫວຽດນາມ ສວມບົດບາດທີ່ຄົບຖ້ວນ ແລະເປັນເຈົ້າການເພື່ອສັນຕິພາບ ແລະສະຖຽນລະພາບ, ບໍ່ພຽງແຕ່ໃນພາກພື້ນທີ່ຢູ່ອ້ອມຂ້າງເທົ່ານັ້ນ ຫາກຍັງຢູ່ໃນຂອບເຂດທົ່ວໂລກອີກດ້ວຍ.

ກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ, ພວກຂ້າພະເຈົ້າ ກຳລັງຮ່ວມມືຜ່ານໂຄງການເພີ່ມທະວີຄວາມໝັ້ນຄົງກັບອາຊີ ແລະຢູ່ອາຊີ (ESIWA), ແບ່ງປັນຄວາມຮັບຮູ້ກ່ຽວກັບຂົງເຂດການເດີນເຮືອຜ່ານລະບົບການແບ່ງປັນຂໍ້ມູນພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ (IORIS) ແລະເພີ່ມທະວີການມີໜ້າຂອງທະຫານເຮືອບັນດາປະເທດສະມາຊິກອີຢູ (ຝລັ່ງ, ເຢຍລະມັນ, ອີຕາລີ, ໂຮນລັງ) ຜ່ານການຢ້ຽມຢາມທ່າກຳປັ່ນ. ພວກຂ້າພະເຈົ້າ ກໍ່ຮ່ວມມືດ້ານນິຕິກຳໃນການອະທິບາຍຄວາມໝາຍຂອງສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ແລະຮຽກຮ້ອງໃຫ້ເຄົາລົບຕາມ UNCLOS.

ນັກຂ່າວ: ຂໍຂອບໃຈທ່ານ Julien Guerrier ເອກອັກຄະລັດຖະທູດສະຫະພາບ ເອີລົບ ປະຈຳ ຫວຽດນາມ!

ໂດຍ: ສົມເພັດ